ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ​ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊມ ລມຕ ຕາງປະເທດຂອບການຮວມມແມນາຂອງ-ແມນາລານຊາງ ຄງທ 10 - image 1
 

 

ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືໃນໄລຍະຜ່ານມາໂດຍເຫັນວ່າຂອບການ ຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ແລະ ແຜນປະຕິບັດງານ 5 ປີ (2023-2027) ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ການຄ້າຂ້າມຊາຍແດນ, ແລະ ການສ້າງຂີດຄວາມອາດສາມາດໃນການຜະລິດ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະ ມາຊິກ ກໍຄືພາກພື້ນແມ່ນ້ຳຂອງ. ນັບແຕ່ປີ 2017 ເປັນຕົ້ນມາ ກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນັ້ນ, ສປປ ລາວ ໄດ້ເປັນເຈົ້າການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວລວມທັງໝົດຈຳນວນ 100 ໂຄງການ ລວມມູນຄ່າຫຼາຍກວ່າ 26 ລ້ານໂດລາ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າທີ່ມີປະສິດທິພາບ ຍຶ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນໃນພາກພື້ນ ລວມທັງການກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນທ້າຍປີ 2025.

ກອງປະຊມ ລມຕ ຕາງປະເທດຂອບການຮວມມແມນາຂອງ-ແມນາລານຊາງ ຄງທ 10 - image 2
 

ກອງປະຊຸມໄດ້ຮັບຊາບເອກະສານສຳຄັນ ຈຳນວນ 3 ສະບັບ ຄື:

1. ບົດລາຍງານຄວາມຄືບໜ້າ ປະຈຳປີ 2024 ຂອງ ການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 5 ປີ (2023-2027);

2. ບົດລາຍງານການຄົ້ນຄວ້າຮ່ວມປີ 2025 ຂອງສູນຄົ້ນຄວ້າສາກົນແມ່ນໍ້າຂອງ (GCMS): ຄວາມຄືບໜ້າ, ສິ່ງທ້າທາຍ, ແລະ ທິດທາງຮັດແໜ້ນການຮ່ວມມືດ້ານຄວາມໝັ້ນຄົງແບບໃໝ່ພາຍໃຕ້ກົນໄກການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ;

3. ບັນຊີລາຍຊື່ໂຄງການທີ່ໄດ້ຮັບອະນຸມັດຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນປີ 2025.

ໃນກອງປະຊຸມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືດັ່ງກ່າວ ຊຶ່ງຕະຫຼອດໄລ ຍະ 9 ປີຜ່ານມາ ສປ ຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງເວົ້າລວມ, ເວົ້າສະເພາະກໍຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ, ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານ ລະບົບເສດຖະກິດທັນສະໄໝ, ການພັດທະນານະວັດຕະກຳ ແລະ ດີຈີຕອນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ງຄົງແບບໃໝ່, ຍົກສູງການພັດທະນາຊັບພະຍາກອນມະນຸດໃນທຸກຂະແໜງການເປັນຕົ້ນສຸມໃສ່ຂະແໜງກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ