ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ
ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.

 

ສະຫອງວນສາງຕງສມວນຊນ ແລະ ພມຈຳໜາຍ, ວນສາງຕງໜງສພມປະຊາຊນ - image 1
 

ໃນພິທີ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນ ນາທິການໃຫຍ່ໜັງສືພິມປະຊາຊົນໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງໜັງສືພິມປະຊາຊົນ ແລະ ທິດທາງແຜນການປັບປຸງໜັງສືພິມໃນຕໍ່ໜ້າ, ເມື່ອຫວນຄືນ 75 ປີຜ່ານມາ, ໜັງສືພິມປະຊາຊົນ ໄດ້ຮັບການປັບປຸງ ແລະ ພັດທະນາ ທັງທາງດ້ານຮູບແບບ ແລະ ເນື້ອ ໃນດີຂຶ້ນ ເປັນກ້າວໆມາ, ປັດຈຸບັນໜັງສືພິມປະຊາຊົນຜະລິດອອກຈໍາໜ່າຍມື້ໜຶ່ງ 1,300 ສະບັບ, ຄະນະ ບັນນາທິການໄດ້ເລັ່ງປັບປຸງການອອກຂ່າວທາງລະບົບອອນລາຍເຮັດໃຫ້ມີເນື້ອໃນຂ່າວ,ບົດນຳ,ບົດຄວາມ,ມະຕິຄໍາສັ່ງແນວທາງນະໂຍບາຍຂອງພັກ, ກົດໝາຍ, ຄໍາຂວັນ, ຄໍາຄົມ ສາລະໜ້າຮູ້ ອອກໃນແຕ່ລະມື້ ແຕ່ລະວັນບໍ່ເວັ້ນວັນເສົາວັນທິດເຮັດໃຫ້ສັງຄົມສົນໃຈຕິດຕາມອ່ານໜັງສືພິມທາງເວັບໄຊ ແລະ ເຟສບຸກ ຫຼາຍຂຶ້ນເຊັ່ນ: ໃນປີ 2022 ມີຄົນເຂົ້າອ່ານເວັບໄຊ 1,450,790 ຄົນ; ປີ 2023 ມີຄົນເຂົ້າອ່ານ 1,575,750; ປີ 2024 ມີຄົນເຂົ້າອ່ານ 1,620,790 ຄົນ; ສະເພາະ 6 ເດືອນຕົ້ນປີ 2025 ມີຜູ້ເຂົ້າອ່ານ 624,540 ຄົນ, ສະເລ່ຍປະມານ 3,459 ຄົນຕໍ່ມື້. ເຂົ້າອ່ານເຟສບຸກໃນປີ 2022 ມີຄົນເຂົ້າອ່ານພຽງແຕ່ 365,712 ຄົນ, ປີ 2023 ມີຄົນເຂົ້າອ່ານ 687,346 ຄົນ, ປີ 2024 ມີຄົນເຂົ້າອ່ານ 1,004,8146 ຄົນ; ສະເພາະ 6 ເດືອນຕົ້ນປີ 2025 ມີຄົນເຂົ້າອ່ານ 9,626,816 ຄົນ, ສະເລ່ຍມີຄົນເຂົ້າອ່ານ 53,479 ຄົນຕໍ່ມື້.

ສະຫອງວນສາງຕງສມວນຊນ ແລະ ພມຈຳໜາຍ, ວນສາງຕງໜງສພມປະຊາຊນ - image 2
 

ໂອກາດດັ່ງກ່າວ,ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ໃຫ້ກຽດໂອ້ລົມໂດຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ,ຄະນະນຳຕະຫຼອດຮອດພະນັກງານໜັງສືພິມປະຊາຊົນຍາດຜົນງານມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນໜັກເອົາໃຈໃສ່ຕື່ມດັ່ງນີ້: ຕັ້ງໜ້າຝຶກຝົນຫຼໍ່ຫຼອມໃຫ້ໜັກແໜ້ນທາງດ້ານ ແນວ ຄິດການເມືອງຢູ່ສະເໜີ, ບໍ່ຄອນແຄນໂດຍສະເພາະໃນຍາມສະພາບເສດຖະກິດມີຄວາມຫຍຸ້ງຍາກຍິ່ງຕ້ອງ ໄດ້ຕັດສິນໃຈສູ້ຊົນສູງຂຶ້ນມີຄວາມເສຍສະຫຼະຊ່ວຍພັກ ແລະ ລັດກໍຄືປະເທດຊາດ, ບໍ່ເອື່ອຍອີງໃສ່ແຕ່ພັກ-ລັດ ກໍຄືການຈັດຕັ້ງ; ບໍ່ຮຽກຮ້ອງຄ່າຕອບແທນສູງ ຫຼື ເຮັດພໍແລ້ວມື້ແລ້ວວັນໄປ. ໃຫ້ຄະນະບັນນາທິການເອົາໃຈໃສ່ຝຶກອົບຮົມການຂຽນຂ່າວ-ບົດ ໂດຍສະເພາະແມ່ນຂ່າວສືບສວນ-ສອບສວນ, ບົດວິເຄາະ ວິຈານ ແລະ ການຕອບໂຕ້ຫາງສຽງສັງຄົມ. ໃຫ້ສືບຕໍ່ຄົ້ນຄວ້າແນວທາງນະໂຍບາຍຂອງພັກໃນແຕ່ລະໄລ ຍະໃຫ້ເລິກເຊິ່ງເຖິງຖອງຂຶ້ນກວ່າເກົ່າເພື່ອໃຫ້ມີຂ່າວບົດປະເພດຕ່າງໆໃຫ້ຫຼາຍຂຶ້ນ ໂດຍສະເພາະ ຫົວໜ້າ ພະແນກ, ຮອງຫົວໜ້າພະແນກຕ້ອງເປັນຜູ້ຄົ້ນຄວ້າຂີດຂຽນຕາມພາລະບົດບາດຄວາມຮັບຜິດຊອບຂອງ ຕົນ ໃຫ້ໄດ້ຢ່າງມີປະສິດທິຜົນ ໂດຍສະເພາະບົດທີ່ເວົ້າເຖິງສາມວັນປະຫວັດສາດ, ວັນສໍາຄັນຂອງຊາດ, ບົດວຽກດີຄົນເດັ່ນ,ບົດສະເໜີ, ບົດຄວາມປະເພດຕ່າງໆ, ສ່ອງແສງໃຫ້ເຫັນເຖິງຜົນ ສໍາເລັດຂອງການ ຈັດຕັ້ງປະຕິບັດແນວທາງ, ຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ການດໍາເນີນກອງປະຊຸມສາມຂັ້ນ ແລະ ຂະບວນການກະກຽມ ກອງ ປະຊຸມໃຫຍ່ຄັ້ງທີ XII ຂອງພັກ,ລວມທັງບົດສາລະຄະດີທີ່ເປັນປະໂຫຍດຕໍ່ປະຊາຊົນ. ເພີ່ມຄວາມ ເອົາໃຈໃສ່ຕໍ່ກົນໄກເຮັດວຽກຂອງແຕ່ລະພະແນກໃຫ້ມີຄວາມສອດຄ່ອງກົມກຽວຂຶ້ນກວ່າເກົ່າ,ກາຍເປັນຕ່ອງໂສ້ເພື່ອປະຕິບັດແຜນການແຕ່ລະອາທິດ, ແຕ່ລະເດືອນໃຫ້ສໍາເລັດ, ສ້າງກົນໄກຄຸ້ມຄອງເພື່ອຮັບປະກັນ ບໍ່ໃຫ້ເກີດຄວາມຜິດພາດຕໍ່ແນວທາງ, ດ້ານຫຼັກໄວຍະກອນ ແລະອື່ນໆ. ຖ້າອ້າຍນ້ອງເຮັດດີເຮັດແທ້ທໍາຈິງ ຕ້ອງຍ້ອງຍໍຊົມເຊີຍ, ສືບຕໍ່ສົ່ງເສີມໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ຖ້າຜູ້ໃດມີຄວາມຜິດພາດໃນການ ປະຕິບັດໜ້າທີ່ວິຊາສະເພາະກໍຕ້ອງມີລະບຽບຄຸ້ມຄອງຢ່າງຮັດກຸມ. ໃຫ້ກະກຽມເນື້ອໃນເພື່ອດໍາເນີນກອງປະ ຊຸມກວດກາປະຈໍາປີ 2025 ຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫ່ຍຄັ້ງທີ XIV ຂອງໜ່ວຍ ພັກໜັງສືພິມປະຊາຊົນໃຫ້ສໍາເລັດຕາມແຜນການ. ອອກແຮງເຄື່ອນໄຫວສ້າງລາຍຮັບຈາກການໂຄສະນາ ໃຫ້ໄດ້ຫຼາຍຂຶ້ນຄົ້ນຄວ້າວິທີການຫາລາຍໄດ້ຈາກເຟສບຸກ ແລະ ເວັບໄຊ ຄຽງຄູ່ກັບການທວງໜີ້ສິນໃຫ້ໄດ້ ເທົ່າທີ່ຈະຫຼາຍໄດ້. ພະນັກງານທຸກຄົນຕ້ອງປະຕິບັດລະບຽບລັດຖະກອນໃຫ້ໄດ້ຢ່າງເຂັ້ມງວດ. ສ້າງຄວາມ ສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ປຸກລຸກຂະບວນສ້າງຜົນງານຕ້ອນຮັບວັນສໍາຄັນ ຂອງຊາດ, ຂອງພັກໂດຍເນັ້ນໃສ່ການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີປະສິດທິພາບ ປະສິດທິຜົນເພື່ອ ຮັບປະກັນບໍ່ໃຫ້ມີຄວາມຜິດພາດເກີດຂຶ້ນ.

ສະຫອງວນສາງຕງສມວນຊນ ແລະ ພມຈຳໜາຍ, ວນສາງຕງໜງສພມປະຊາຊນ - image 3
 

(ຂ່າວ: ສຳນານ; ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ