ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປດໂຄງການຈດສມຂອງສະມາຄມທລະກດກະສກຳລາວ - image 1
 

ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ກ່າວວ່າ: ໂຄງການຈຸດສຸມຜະລິດສິນຄ້າ ສົ້ມພໍດີ ສົ່ງໄປ ສ. ເກົາຫຼີ ຂອງສະມາຄົມທຸລະກິດກະສິກໍາລາວ ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີບົດບາດ ແລະ ໜ້າທີ່ເປັນໃຈກາງປະສານງານ ເຕົ້າໂຮມຫົວໜ່ວຍທຸລະກິດ, ກຸ່ມຜູ້ຜະລິດ, ກຸ່ມຜູ້ສະໜອງປັດໃຈ ເຊື່ອມໂຍງຮ່ວມມືກັບພາກລັດ, ສະຖາບັນການເງິນ, ຕະຫຼາດ ຫຼື ຜູ້ຊື້ສິນຄ້າ ຮູບແບບ 4 ຮ່ວມ.

ປັດຈຸບັນມີຜູ້ເຂົ້າຮ່ວມໂຄງການປູກໝາກສົ້ມພໍດີ ມີ 6 ພາກສ່ວນ ຄື: ສະຫະກອນ 3 ເອບ ມີເນື້ອທີ່ປູກ 2.000 ເຮັກຕາ, ສະຫະກອນກະສິກໍາອິນຊີທ່າຊ້າງ ມີເນື້ອທີ່ປູກ 10 ເຮັກຕາ, ກຸ່ມແສນອຸດົມ ມີເນື້ອທີ່ປູກ 40 ເຮັກຕາ, ກຸ່ມຫາດວຽງຄໍາ ມີເນື້ອທີ່ປູກ 10 ເຮັກຕາ, ກຸ່ມຫຼັກກ 35 ແຂວງສະຫວັນນະເຂດ ມີເນື້ອທີ່ປູກ 55 ເຮັກຕາ ແລະ ບໍລິສັດສາມນໍ້າ ການກະເສດພາລວຍ ມີເນື້ອທີ່ປູກ 20 ເຮັກຕາ ລວມເນື້ອທີ່ທັງໝົດ 2,135 ເຮັກຕາ.

ເປດໂຄງການຈດສມຂອງສະມາຄມທລະກດກະສກຳລາວ - image 2
 
ໃນໂອກາດນີ້, ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປັນຂອບການຮ່ວມມື ທາງດ້ານທຸລະກິດ ໃນການຜະລິດພືດເສດຖະກິດທີ່ເປັນຈຸດສຸມ (ສົ້ມພໍດີ, ໝາກງາດໍາ-ງາຂາວ, ແນວພັນຫອມບົ່ວ ແລະ ພືດອື່ນໆ ສະໜອງຕະຫຼາດ ທີ່ມີຄວາມຕ້ອງການຫຼາຍຂຶ້ນ ແລະ ເຊັນສັນຍາຕົກລົງ ຊື້-ຂາຍ ໝາກສົ້ມພໍດີແຫ້ງ 120 ໂຕນ ມູນຄ່າ 16,200,000,000 ກີບ ລະຫວ່າງ ສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາລາວ (ສະມາຄົມທຸລະກິດກະສິກໍາລາວ) ແລະ ບໍລິສັດ ຣໍກາ ສ. ເກົາຫຼີ ຈໍາກັດຜູ້ດຽວ ໂດຍການເຊັນລະຫວ່າງ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກໍາລາວ, ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ກັບ ທ່ານ ຊັງກູ ຊິມ ປະທານບໍລິສັດ ຣໍກາ ເກົາຫຼື ຈຳກັດຜູ້ດຽວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ໃນໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນກໍາມະບານແຂວງສາລະວັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານຍຸດທະສາດ. ສະຫາຍ ຈິດຕະກອນ ສາຍສະໝຸດປະທານສະຫະພັນກໍາມະບານແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້: “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ໃນວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ” ໃນວັນທີ 27 ຕຸລາ ນີ້ ວ່າ: ສະຫະພັນກໍາມະບານແຂວງສາລະວັນ ມີການຈັດຕັ້ງກໍາມະບານທັງໜົດ 336 ພາກສ່ວນການຈັດຕັ້ງກໍາມະບານ ຊຶ່ງປະກອບມີ 13 ສະຫະພັນກໍາມະບານ, ໃນນັ້ນມີ 8 ສະຫະພັນກຳມະບານເມືອງ, 5 ສະຫະພັນກຳມະບານພະແນກການ, ມີ 40 ກຳມະບານຮາກຖານອ້ອມຂ້າງແຂວງ, ປັດຈຸບັນມີສະມາຊິກກຳມະບານທັງໝົດ 8,580 ຄົນ ຍິງ 4,376 ຄົນ, ສະມາຊິກກຳມະບານເປັນພະນັກງານ-ລັດຖະກອນ 7,547 ຄົນ, ເປັນນັກສຶກສາ ແລະ ກໍາມະກອນຈໍານວນ 1,033 ຄົນ, ມີຄະນະບໍລິຫານງານໃນທົ່ວແຂວງ ມີ 221 ຄົນ ຍິງ 55ຄົນ, ໃນນີ້ ຄະນະບໍລິຫານງານສະຫະພັນກຳມະບານແຂວງ 33 ຄົນ ຍິງ 12 ຄົນ, ມີພະນັກງານກໍາມະບານອາຊີບທັງໜົດ 65 ຄົນ ຍິງ 33 ຄົນ, ໃນນີ້ ປະຈໍາການຢູ່ສະຫະພັນກໍາມະບານແຂວງ 17 ຄົນ ຍິງ 8 ຄົນ, ປະກອບມີ 4 ຂະແໜງການ ຂຶ້ນກັບ ຄື: ຂະແໜງບໍລິຫານ, ຈັດຕັ້ງ-ກວດກາ ແລະ ຂະບວນການ, ໂຄສະນາອົບຮົມ-ຂ່າວສານ ແລະ ປົກປ້ອງແຮງງານ.
ບໍລິການລົດເມໂດຍບໍ່ເສຍຄ່າໃນງານບຸນພະທາດຫຼວງ

ບໍລິການລົດເມໂດຍບໍ່ເສຍຄ່າໃນງານບຸນພະທາດຫຼວງ

ຂ່າວດີມີບໍລິການລົດເມໂດຍບໍ່ເສຍຄ່າ ໃນງານບຸນພະທາດຫຼວງວຽງຈັນປະຈຳປີ 2025 ໃນລະຫວ່າງວັນທີ 1-5 ພະຈິກ 2025 ເລີ່ມແຕ່ເວລາ 17:00 ໂມງ ຫາ 22:30 ໂມງ * ຊຶ່ງຈຸດບໍລິການເຊື່ອມຕໍ່ລົດເມ BRT ວິວມໍ-ທາດຫຼວງ: 1. ສາຍທາງ: 21 ດົງໂດກ-ວິວມໍ 2. ສາຍທາງ: 23 ທ່າງ່ອນ-ວິວມໍ 3. ສາຍທາງ: 29 ດົງໂດກ-ວິວມໍ
ເຮືອແຟມມິລີ່-LDB ຊະນະເລີດໃນງານຊ່ວງເຮືອປະຈຳປີ 2025 ຂອງແຂວງວຽງຈັນ

ເຮືອແຟມມິລີ່-LDB ຊະນະເລີດໃນງານຊ່ວງເຮືອປະຈຳປີ 2025 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະຈໍາປີ 2025 ຂອງແຂວງວຽງຈັນ ໄດ້ຈັດຂຶ້ນທີ່ທ່ານ້ຳບ້ານເກິນກາງ (ຫາດຊາຍທຽມ) ເມືອງທຸລະຄົມ ມີກໍານົດຄົບງັນ 7 ວັນ. ໃນນັ້ນ, ວັນທີ 25 ຕຸລາ 2025 ເປັນການແຂ່ງຂັນເຮືອກິລາ ປະເພດ 12 ສີພາຍ,​ ມີເຮືອເຂົ້າຮ່ວມຈໍານວນ 20 ລໍາ, ສໍາລັບວັນທີ 26 ຕຸລາ 2025 ເປັນມື້ເປີດງານບຸນ ແລະ ແຂ່ງຂັນຊ່ວງເຮືອຍາວປະເພນີ ປະເພດ 55 ສີພາຍ ມີເຮືອເຂົ້າຮ່ວມແຂ່ງຂັນຈໍານວນ 13 ລໍາ.
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

ໃນວັນທີ 26 ຕຸລານີ້, ແຂວງຄໍາມ່ວນ ຮ່ວມກັບ ເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງໄດ້ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ (ໃນວັນທີ 13 ກໍລະກົດ 2025) ແລະ ເປັນມໍລະດົກໂລກທາງທໍາມະຊາດ ຮ່ວມຊາຍແດນແຫ່ງທໍາອິດ ລະຫວ່າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ຊຶ່ງກິດຈະກໍາດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫຼອງ ເມືອງບົວລະພາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີການນໍາຂັ້ນແຂວງ, ຂັ້ນເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ມີນັກຂີ່ລົດຖີບຈາກພາກສ່ວນບໍລິສັດ, ລັດວິສາຫະກິດ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ.
ລັດວິສາຫະກິດລາວເດີນອາກາດ ດຳເນີນທຸລະກິດມີຜົນສຳເລັດຫຼາຍດ້ານ

ລັດວິສາຫະກິດລາວເດີນອາກາດ ດຳເນີນທຸລະກິດມີຜົນສຳເລັດຫຼາຍດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່ຈະມາເຖິງນີ້ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນຕໍ່ເນື່ອງ ແລະ ມີເນື້ອໃນຄວາມໝາຍສຳຄັນເລິກເຊິ່ງ ສະຫາຍ ພັນເອກ ປັນທະວີ ສີສົງຄາມ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໃນນາມຕາງໜ້າລັດວິສາຫະກິດລາວເດີນອາກາດ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງການນຳພັກ-ລັດຮຸ່ນກ່ອນ ທີ່ໄດ້ອຸທິດຕົນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງມາຮອດທຸກວັນນີ້.
ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ມະຫາສີລາ ວິຣະວົງສ໌ ຄົບຮອບ120 ປີ

ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ ມະຫາສີລາ ວິຣະວົງສ໌ ຄົບຮອບ120 ປີ

ມູນນິທິມະຫາສີລາ ວິຣະວົງສ໌ ຮ່ວມກັບສະມາຄົມນັກປະພັນລາວ ແລະ ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ໄດ້ຈັດຕັ້ງພິທີສະຫຼອງຄົບຮອບ 120 ປີ ຊາຕະການ ມະຫາສີລາ ວິຣະວົງສ໌, ພ້ອມທັງຈັດເສວະນາ ກ່ຽວກັບພາສາ, ວັນນະຄະດີ, ສາສະໜາ-ຮີດຄອງປະເພນີ ແລະ ປະຫວັດສາດລາວ ກໍຄື ຜົນງານການແຕ່ງ, ການຄົ້ນຄວ້າ ຂອງທ່ານ ມະຫາສີລາ ວິຣະວົງສ໌ ຂຶ້ນໃນລະຫວ່າງວັນທີ 25-26 ຕຸລາ ຜ່ານມາ5 ຢູ່ສວນໄຜ່ພັນກໍ ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີພະເຖຣານຸເຖຣະ, ທ່ານ ພັນຄຳ ວິພາວັນ ອະດີດນາຍົກ ລັດຖະມົນຕີ, ບັນດານັກຂຽນ, ນັກປະພັນ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 27 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ອັດຕະປືສຳ ເລັດການຍົກລະດັບທິດສະດີ-ແນວທາງຂອງພັກປະຈຳປີ 2025.

ອັດຕະປືສຳ ເລັດການຍົກລະດັບທິດສະດີ-ແນວທາງຂອງພັກປະຈຳປີ 2025.

ພິທີປິດຊຸດອົບຮົມ ທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວແຂວງອັດຕະປື ປະຈຳປີ 2025 ໄດ້ສໍາເລັດລົງ ໃນວັນທີ 24 ຕຸລາຜ່ານມາ, ພາຍຫຼັງໄດ້ດໍາເນີນມາເປັນເວລາ 7 ວັນ (ວັນທີ 15-23 ຕຸລາ 2025) ທີ່ສະໂມສອນຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ມີວິທະຍາກອນ ແລະ ສຳມະນາກອນ ອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.
ອົງການອາຫານໂລກມອບເງິນໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ 3 ຕື້ກ່ວາກີບ

ອົງການອາຫານໂລກມອບເງິນໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ 3 ຕື້ກ່ວາກີບ

ໃນວັນທີ 27 ຕຸລາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ, ທ່ານ ລາລິດດາ ໂຊຣາ ຊ່ຽວຊານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຊ່ວຍເຫຼືອບັນເທົາທຸກສຸກເສີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ, ຊຶ່ງທ່ານ ລາລິດດາ ໂຊຣາ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອມອບເງິນຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ.
ກອງບັນຊາການທະຫານເມືອງແກ່ນທ້າວປິດຊຸດອົບຮົມຫັດແອບການທະຫານປະຈໍາປີ2025.

ກອງບັນຊາການທະຫານເມືອງແກ່ນທ້າວປິດຊຸດອົບຮົມຫັດແອບການທະຫານປະຈໍາປີ2025.

ໃນວັນທີ 25 ຕຸລານີ້, ກອງບັນຊາການທະຫານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ແລະ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ 2025, ພາຍຫຼັງທີ່ດໍາເນີນມາເປັນເວລາ 90 ວັນ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຮອງກອງບັນຊາການທະຫານແຂວງ ຫົວໜ້າຫ້ອງເສນາທິການ, ສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ເພີ່ມເຕີມ