2 ປີ ເປີ​ດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ຂົນສົ່ງຜູ້ໂດຍສານ 24 ລ້ານກວ່າເທື່ອຄົນ ແລະ ສິນຄ້າ 29 ​ລ້ານໂຕນ

2 ປີ ເປີ​ດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ຂົນສົ່ງຜູ້ໂດຍສານ 24 ລ້ານກວ່າເທື່ອຄົນ ແລະ ສິນຄ້າ 29 ​ລ້ານໂຕນ

ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈຳກັດແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 2 ທັນວາ 2023, ທາງລົດໄຟລາວ-ຈີນ ໄດ້ເປີດບໍລິການຄົບຮອບ 2 ປີ ຊຶ່ງລວມທັງໝົດແລ້ວໄດ້ຂົນສົ່ງຜູ້ໂດຍສານ 24 ລ້ານ 2 ແສນເທື່ອຄົນ, ຂົນສົ່ງສິນຄ້າ 29 ລ້ານ 1 ແສນໂຕນ ຊຶ່ງໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ.

ນັບ​ແຕ່​ເປີດ​ດຳ​ເນີນ​ງານ​ສອງ​ປີ​ຜ່ານ​ມາ, ທາງ​ລົດ​ໄຟ​ລາວ-ຈີນ​ ຊາວງ​ຜ່ານພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ 51 ຖ້ຽວ​ຕໍ່​​ມື້, ມື້​ສູງ​ສຸດ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 83.000 ເທື່ອ​ຄົນ ແລະ ຂົນ​ສົ່ງ​ຜູ້​ໂດຍ​ສານທັງ​ໝົດ 20,46 ລ້ານເທື່ອ​ຄົນ. ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ທີ່​ແລ່ນຕາມ​ທາງ​ລົດ​ໄຟ ຊ່ວງ​ຜ່ານ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ຈາກ 4 ຖ້ຽວ​ຕໍ່​ມື້​ໃນ​ຕອນ​ເລີ່ມ​ຕົ້ນ​ເພີ່ມ​ຂຶ້ນ​ເປັນ 10 ຖ້ຽວ​ຕໍ່​ມື້​ໃນ​ປັດ​ຈຸ​ບັນ, ມື້​ສູງ​ສຸດ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 10.197 ເທື່ອ​ຄົນ ແລະ ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 3,74 ລ້ານ​ເທື່ອ​ຄົນ. ນັບແຕ່​​ເປີດ​ດຳ​ເນີນ​ງານ​ຂະ​ບວນ​ລົດ​ໄຟ​ໂດຍ​ສານສາ​ກົນ​ໃນ​ວັນ​ທີ 13 ເມສາ​ 2023 ​ເປັນ​ຕົ້ນ​ມາ, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດທັງ​ໝົດ 95.000 ກວ່າ​ເທື່ອ​ຄົນ​ຈາກ 72 ປະ​ເທດ ແລະ ເຂດ​ແຄວ້ນ. ຜະລິດ​ຕະ​ພັນ​ທີ່​ຂົນ​ສົ່ງ​ຕາມ​ຂະ​ບວນ​ລົດ​ໄຟ​ຂ້າມ​ຊາດ​ກໍ​ໄດ້​ເພີ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຂົນ​ສົ່ງ​ສິນ​ຄ້າ​ຕາມຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມສະ​ຖານີ​ທີ່​ກຳ​ນົດ​ໄວ້, ເວ​ລາ​ທີ່​ກຳ​ນົດ​ໄວ້ ແລະ ຖ້ຽວ​ລົດ​ທີ່​ກຳ​ນົດ​ໄວ້​ໄດ້​ໄປ​ເຖິງ 12 ປະ​ເທດ​ໃນການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ເຊັ່ນ: ລາວ, ໄທ, ຫວຽດ​ນາມ ແລະ ມຽນ​ມາ ​ເປັນ​ຕົ້ນ, ພ້ອມ​ທັງ 31 ແຂວງ (ເຂດ​ປົກ​ຄອງ​ຕົນ​ເອງ ແລະ ​ນະ​ຄອນ) ຂອງ​ຈີນ. ຕັ້ງ​ໜ້າ​ຄົ້ນ​ຄວ້າ​ຮູບ​ແບບ​ການ​ຂົນ​ສົ່ງ​ສາ​ກົນຕ່າງໆເຊັ່ນ: ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຈີນ-ເອີຣົບ+ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເປັນ​ຕົ້ນ, ເຮັດ​ໃຫ້​ການ​ຂົນ​ສົ່ງ​ສິນ​ຄ້າ​ຈາກ​ລາວ ແລະ ໄທ​ໄປ​ເຖິງ​ບັນ​ດາ​ປະ​ເທດ​ເອີ​ຣົບ​ໂດຍ​ກົງ​ໄດ້​ໃຊ້​ເວ​ລາ​ພຽງ 15 ວັນ​ເທົ່າ​ນັ້ນ.

ການຂົນສົ່ງສິນຄ້າຂອງທາງ​ລົດ​ໄຟ​ລາວ-ຈີນ​ຈາກ 10 ກວ່າຊະນິດໃນໄລຍະຫາກໍ່ເປີດດຳ​ເນີນ​ງານເຊັ່ນ: ຢາງ​ພາ​ລາ, ປຸ໋ຍ​ເຄ​ມີ ແລະ ສັບພະ​ສິນ​ຄ້າເພີ່ມຂຶ້ນເປັນ 2.700 ກວ່າຊະນິດໃນປັດຈຸບັນເຊັ່ນ: ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ, ຜະ​ລິດ​ຕະ​ພັນ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ, ໂທ​ລະ​ຄົມ ແລະ ລົດ​ເປັນ​ຕົ້ນ ຊຶ່ງ​ໄດ້​ນຳ​ເອົາການ​ພັດ​ທະ​ນາ​ຂອງ​ເຂດເສດ​ຖະ​ກິ​ດ​ຕ່າງໆເຊັ່ນ: ເຂດ​ເສດ​ຖະ​ກິດກວມ​ລວມ​ໄຊ​ເຊດ​ຖາ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ບໍ່​ເຕ່ນ​ເປັນຕົ້ນ. ພາກ​ສ່ວນທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ຕັ້ງ​ໜ້າຮ່ວມ​ມືກັນ​ ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ໄດ້​ເປີດ​ເສັ້ນ​ທາງ​ທ່ອງ​ທ່ຽວຫຼາຍ​ສາຍ​ຢູ່​ລະ​ຫວ່າງ​ນະ​ຄອນ​ຄຸນ​ໝິງ​ກັບ​ນະ​ຄອນຫຼວງວຽງ​ຈັນ.

ໃນ​ຂະ​ນະ​ດຽວ​ກັນ, ທາງລົດໄຟລາວ-ຈີນ ຍັງໄດ້ອອກແຮງອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານທາງລົດໄຟໃຫ້ແກ່ປະເທດລາວ, ພະນັກງານລາວ 800 ກວ່າຄົນຂອງບໍລິສັດທາງລົດໄຟລາວ-ຈີນໃນນັ້ນມີ 90% ຂຶ້ນໄປໄດ້ມີຕຳແໜ່ງງານແລ້ວ, ໄດ້ເຂົ້າຮ່ວມການດຳເນີນງານຂອງທາງລົດໄຟລາວ-ຈີນ ແລະ ກາຍເປັນຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກທາງລົດໄຟຮຸ່ນທຳອິດຂອງປະເທດລາວ.

ນັກຂ່າວ: ຫຼຽວຈືຢູ ບັນນາທິການ: Yang Chunmei

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາວ່າ: ສິງກະ​ໂປ​ປະກາດ​ແຜນການ​ເລັ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປັນຍາ​ປະດິດ (AI) ຂັ້ນສູງ ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ໂດຍມີເປົ້າໝາຍ​ແນ​ໃສ່​ຍົກລະດັບ​ປະສົບ​ການ​ຂອງນັກທ່ອງທ່ຽວ ​ແລະ ​ເພີ່ມ​ທະວີການຜະລິດ​ອຸດສາຫະກຳ​ ໂດຍ​ຜ່ານ​ຄຳ​ແນະນຳສະເພາະບຸກຄົນ, ບໍລິການ​ຜູ້ຊ່ວຍ​ຫຼາຍ​ພາສາ ​ແລະ ການ​ເລົ່າ​ເລື່ອງ​ແບບສະ​ເໝືອນຈິງ.
ອິນໂດເນເຊຍ ຄາດຄະເນເສດຖະກິດເຕີບໂຕຫຼາຍກວ່າ 5%

ອິນໂດເນເຊຍ ຄາດຄະເນເສດຖະກິດເຕີບໂຕຫຼາຍກວ່າ 5%

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ເງິນ​ຂອງ​ອິນ​ໂດ​ເນ​ເຊຍ ເປີດເຜີຍ​ໃນ​ວັນທີ 24 ກໍລະກົດ ຜ່ານມາວ່າ: ເສດຖະກິດ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ທ່າອ່ຽງ​ຈະ​ເຕີບ​ໂຕ​ຫຼາຍ​ກວ່າ 5% ​ໃນ​ເຄິ່ງທີ່​ສອງ​ຂອງ​ປີ​ນີ້, ​ພ້ອມທັງ​ຕັ້ງ​ເປົ້າ​ໝາຍລາຍຮັບຈາກ​ການ​ເກັບ​ພາສີ​ຈະເພີ່ມຂຶ້ນ​ໃນ​ປີ 2026.
ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 24 ກໍ​ລະ​ກົດ​ ຜ່ານມານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປ​ະ​ກັບ​ທ່ານ ອັນໂຕນີໂອ ຄອ​ສ​ຕາ ປະ​ທານ​ສະ​ພາ​ເອີ​ຣົບ ແລະ ທ່ານນາງ ເອີຊູລາ ວອນ ເດີ ເລ​ເຢນ ປະທານຄະນະກຳມ​າ​ທິການສະຫະພາບເອີຣົບທີ່​ເດີນ​ທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມການພົບປະລະຫວ່າງ​ຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 25 ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ.
ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ

ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2025). ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານ ເລື່ອງເກືອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການພົບປະກັບຕາງໜ້າຜູ້ມີຄຸນງາມຄວາມດີ, ຜູ້ດີເດັ່ນ 250 ຄົນ ໃນທົ່ວປະເທດ.
ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.
ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ຂ່າວຕ່າງປະເທດລາຍງານວ່າ: ຄະ​ນະ​ກຳ​ມະ​ການ​ໂອແ​ລັມ​ປິກ ຂອງ​ກາ​ຕາ​ ເປີດເຜີຍໃນວັນ​ທີ 22 ກໍ​ລະ​ກົດ ຜ່ານມາ​ວ່າ, ກາ​ຕາ ​ໄດ້​ຍື່ນ​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຂໍເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ແລັມ​ປິກ​ ແລະ​ ພາ​ຣາ​ລິມ​ປິກ​ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.
ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການວ່າ: ສະຫະລັດ ອາເມຣິກາ ໄດ້ແຈ້ງຂໍ້ຕົກລົງກ່ຽວກັບ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະປະຊາຊາດ ຫຼື UNESCO ຕໍ່ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO. ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການ UNESCO ຢ່າງເປັນທາງການໃນວັນທີ 31 ທັນວາປີ 2026.
WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການດຳເນີນງານໂດຍດ່ວນເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດຊີຄຸນກຸນຢາ (Chikungunya) ຊຶ່ງເປັນພະຍາດທີ່ຕິດເຊື້ອໂດຍຍຸງ ໄດ້ເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ແລະ ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.
ອິນເດຍ ສູນເສຍເງິນໃຫ້ມິດສາຊີບອອນລາຍ 2.64 ຕື້ໂດລາ ໃນປີ 2024

ອິນເດຍ ສູນເສຍເງິນໃຫ້ມິດສາຊີບອອນລາຍ 2.64 ຕື້ໂດລາ ໃນປີ 2024

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດ ຜ່ານມາວ່າ: ອີງຕາມຂໍ້ມູນຈາກເວັບໄຊ ລາຍງານອາຊະຍາກຳໄຊເບີ ແລະ ລະບົບການຄຸ້ມຄອງກໍລະນີສໍ້ໂກງທາງດ້ານການເງິນຂອງພົນລະເມືອງອິນເດຍ ເປີດເຜີຍວ່າ, ພົນລະເມືອງອິນເດຍ ສູນເສຍເງິນຫຼາຍກວ່າ 2.64 ຕື້ໂດລາ ຈາກການສໍ້ໂກງທາງອອນລາຍໃນປີ 2024, ເພີ່ມຂຶ້ນຈາກ 863.8 ລ້ານໂດລາ ໃນປີ 2023.
ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 23 ກໍລະກົດ ຜ່ານມານີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ປະກາດບົດລາຍງານ “ການຄາດຄະເນການພັດທະນາອາຊີ ປີ 2025 (ສະບັບເດືອນກໍລະກົດ)”, ໂດຍໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ ລົງເຫຼືອ 4.7% ແລະ 4.6% ໃນປີ 2026.
ເພີ່ມເຕີມ