ເມືອງບໍລິຄັນຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ເສຍຫາຍຫຼາຍບ້ານ.

2024 ຜ່ານມາເມືອງບໍລິຄັນຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ເສຍຫາຍຫຼາຍບ້ານ.

2024 ຜ່ານມາເມືອງບໍລິຄັນຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ເສຍຫາຍຫຼາຍບ້ານ.
ຕາມການສະຫຼູບຂອງຄະນະຮັບຜິດຊອບຕ້ານ, ສະກັດກັ້ນ ໄພພິບັດຂັ້ນເມືອງໃນປີ 2024 ຜ່ານມາ ເມືອງບໍລິຄັນແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບໄພພິບັດທາງທໍາມະຊາດ ທີ່ສ້າງຄວາມເສຍຫາຍໃຫ້ແກ່ພໍ່ແມ່ປະຊາຊົນ 10 ບ້ານ ມີ 494 ຄອບຄົວຄື:

ບ້ານນໍ້າປາ,ຫ້ວຍຄູນ,ຊົມຊື່ນ, ພຽງດີ, ພູຄໍາ, ປາກໂພຍ, ຫີນໂງ່ນ,ທົ່ງພັນຄໍາ, ຊຽງຊ່ຽນ ແລະ ບ້ານຊຽງລື. ຜົນກະທົບຈາກລົມພະຍຸ 124 ຄອບຄົວ ມູນຄ່າເສຍຫາຍ 142 ລ້ານກ່ວາກີບ. ຜົນກະທົບໄພນໍ້າຖ້ວມຂັງເຮືອນຊານ ແລະ ໄຮ່ນາຮົ້ວສວນ, ສັດລ້ຽງຂອງປະຊາຊົນ ມີຈໍາ 370 ຄອບຄົວ ລວມມູນຄ່າເສຍຫາຍ 3,413,000,000 ກ່ວາກີບ. ຫຼັງຈາກທີ່ມີຜົນກະທົບແລ້ວທາງຄະນະຮັບຜິດຊອບຂັ້ນເມືອງ ແລະ ຫ້ອງການ ແຮງງານ ແລະ ຫວັດດີການສັງຄົມ ໄດ້ສົມທົບກັບບ້ານທີ່ມີເງື່ອນໄຂສາມາດລົງສໍາຫຼວດເພື່ອສັງລວມຂໍ້ມູນທັງໝົດໃນທົ່ວເມືອງ ລາຍງານຂັ້ນເທີງຮັບຊາບໄດ້ທັນເວລາ.

ທ່ານ ນາງ ຕູ່ນຄໍາ ແກ່ນບ່າວສະຫວ່າງ ກໍາມະການພັກເມືອງຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງບໍລິຄັນໄດ້ໃຫ້ຮູ້ຕື່ມອີກວ່າ: ໃນປີ 2025 ນີ້ຈະຕ້ອງໄດ້ສະເໜີກະກຽມທາງດ້ານງົບປະມານໃນການເຮັດວຽກທາງດ້ານວິຊາການໃຫ້ສາມາດເຄື່ອນໄຫວຕິດຕາມ ກວດກາຕາມລະດູການຕ່າງໆ ພ້ອມທັງສ້າງກອງທືນຊ່ວຍເຫຼືອເຊີ່ງກັນ ແລະ ກັນວຽກງານໄພພິບັດຂັ້ນເມືອງ ໄຫ້ໄດ້ 1 ກອງທືນ. ກຽມພ້ອມທາງດ້ານອຸປະກອນຮັບໃຊ້ເປັນຕົ້ນແມ່ນໂທລະໂຄ່ງ, ເຮືອ, ເຄື່ອງຊູຊີບ ແລະ ບຸກຄະລະກອນ, ແຮງງານທີ່ຈໍາເປັນເພື່ອຕອບສະໜອງໃນການຊ່ວຍເຫຼືອກູຊີບໃຫ້ທັນເວລາ. ສືບຕໍ່ລະດົມທືນຈາກທຸກພາກສ່ວນ, ນິຕິບຸກຄົນ, ຮ້ານຄ້າ, ຜູ້ປະກອບການ, ຫ້ອງການ ພາຍໃນເມືອງ ແລະ ຈາກອົງການຕ່າງໆ ເພື່ອຮັບບໍລິຈາກວັດຖູອຸປະກອນ, ງົບປະມານ ມາມອບໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນເສຍຫາຍ ອີກດ້ວຍ.

(ແຫຼ່ງຂ່າວ: ເມືອງບໍລິຄັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

65 ປີຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ວສລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວມີຊື່ເອີ້ນວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ຊຶ່ງກໍາ​ເນີດ​ເກີດ​ຂຶ້ນ​​ແມ່ນໃນທ່າມ​ກາງ​ແປວ​ໄຟ​ແຫ່ງ​ສົງ​ຄາມ​ທີ່​ດຸ​ເດືອດ​ຂ້ຽວ​ຂາດ​ທີ່​ສຸດ, ຫຍຸ້ງ​ຍາກ​ຂາດ​ເຂີນວັດ​ຖຸ​ອຸ​ປະ​ກອນ ແລະ ບຸກ​ຄະ​ລາ​ກອນ​ທີ່​ສຸດ. ມາຮອດປັດຈຸບັນໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງແຫ່ງຊາດລາວ” ໂດຍໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບໄດ້ຮັບການພັດທະນາຢ່າງວ່ອງໄວທັນສະໄໝສາມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ.
ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ໃນວັນທີ 5 ສິງຫາ ນີ້ ທີ່ສະພາແຫ່ງຊາດ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານຄະນະ ປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນໍາວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກໍາຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາ ແຫ່ງຊາດ ຄື:
ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ

ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ

ໃນຕອນເຊົ້າວັນທີ 6 ສິງຫານີ້, ຄະນະພັກ-ຄະນະນຳນະຄອນໄກສອນ ພົມວິຫານ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສະຫວັນນະເຂດ ພ້ອມກັນສ້າງຂະບວນການຕາບຂຸມຮັງໄກ່ ຕາມເສັ້ນທາງເທສະບານນະຄອນໄກສອນພົມວິຫານ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກແຂວງ ສະຫວັນນະເຂດ ສະໄໝທີ X ໃຫ້ເຕັມໄປດ້ວຍຜົນງານອັນຍິ່ງໃຫ່ຍ. ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີທ່ານຮອງເຈົ້າແຂວງ, ຄະນະພັກ - ຄະນະນຳຂັ້ນແຂວງ-ນະຄອນໄກສອນ ພົມວິຫານ, ພະນັກງານ ລັດຖະກອນ ແລະ ອຳນາດການປົກຄອງໃນທົ່ວເທດສະບານນະຄອນໄກສອນພົມວິຫານ ເຂົ້າຮ່ວມໃນການສ້າງຂະບວນການຄັ້ງນີ້.
ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ໃນວັນທີ 5 ສິງຫາຜ່ານມານິ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມການນຳເມືອງພູກູດ. ທ່ານ ຄຳພາ ພິລາວົງ ກຳມະການພັກແຂວງ ເລຂາພັກເມືອງ ໄດ້ລາຍງານການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາວ່າ: ເມືອງພູກູດມີ 2 ຈຸດສຸມ, ມີພະນັກງານ-ລັດຖະກອນທັງໝົດ 773 ຄົນ ຍິງ 371 ຄົນ, ມີ 43 ບ້ານ, ມີ 5,457 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 27,909 ຄົນ ຍິງ 13,732 ຄົນ, ເຜົ່າລາວລຸ່ມ 56.3%, ເຜົາມົ້ງ 25%, ກຶມມຸ 18.7% ຍັງມີບ້ານທຸກຍາກ 19 ບ້ານ, ຄອບຄົວທຸກຍາກ 1,372 ຄອບຄົວ, ພາຍໃນເມືອງມີຄວາມສະຫງົບດີ ມີຄວາມສາມັກຄີແໜ້ນແຟ້ນ, ເສດຖະກິດຂະຫຍາຍຕົວ 4.5% ລວມຍອດຜະລິດຕະພັນພາຍໃນ 495.1 ຕື້ກີບ ສະເລ່ຍໄດ້ 7,795,000 ກີບຕໍ່ຄົນຕໍ່ປີ, ເມືອງໄດ້ຫັນເອົາມະຕິກອງປະຊຸມໃຫຍ່ຂອງສູນກາງ, ແຂວງ ແລະ ເມືອງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ໄພພິບັດລະຫ່ວາງວັນທີ 21-28 ກໍລະກົດ 2025 ມີ 10 ບ້ານໄດ້ຮັບຜົນກະທົບ, ມີ 186 ຄອບຄົວ, ມີ 930 ຄົນ ຍິງ 469 ຄົນ, ເຮືອນຖືກນໍ້າຖ້ວມ ແລະ ດິນເຈື່ອນທັບຖົມ 11 ຫຼັງ ພ້ອມເຄື່ອງໃຊ້ຄົວເຮືອນເສຍຫາຍ, ໂຮງຮຽນເປ່ເພ 1 ຫຼັງ, ນ້ຳລິນ 11 ແຫ່ງ, ຊົນລະປະທານ-ຄອງເໝືອງ 4 ແຫ່ງ, ຂົວ 2 ແຫ່ງ, ເນື້ອທີ່ນາ 40 ເຮັກຕາ, ສວນສາລີ 53 ເຮັກຕາ, ໜອງປາ 19 ໜອງ, ເຮືອຈັກ 2 ລໍາ, ລົດຊິ່ງ 1 ຄັນ, ລັດລ້ຽງ, ເສັ້ນທາງເປ່ເພ, ເສົາໄຟລົ້ມ ມູນຄ່າເສຍຫາຍເບື້ອງຕົ້ນ 21 ຕື້ກ່ວາກີບ.
ສາມພາກສ່ວນລົງນາມບົດບັນທຶກການຮ່ວມມືແລກປ່ຽນວິຊາການ

ສາມພາກສ່ວນລົງນາມບົດບັນທຶກການຮ່ວມມືແລກປ່ຽນວິຊາການ

ໃນວັນທີ 6 ສິງຫາ ນີ້ ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມລົງນາມຂອງທ່ານ ກອງແກ້ວ ໄຊສົງຄາມ ປະທານ ສວສສຊ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສມປຊ ແລະ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ຄໍາມ່ວນຈັດກິດຈະກຳປັ່ນລົດຖີບ ໂອກາດວັນສາກົນຕ້ານການຄ້າມະນຸດ

ຄໍາມ່ວນຈັດກິດຈະກຳປັ່ນລົດຖີບ ໂອກາດວັນສາກົນຕ້ານການຄ້າມະນຸດ

ໃນຕອນເຊົ້າວັນທີ 6 ສິງຫານິ້, ຄະນະກໍາມະການຕ້ານການຄ້າມະນຸດແຂວງຄໍາມ່ວນ ຈັດກິດຈະກໍາ ຂີ່ລົດຖີບເພື່ອສຸຂະພາບ ເນື່ອງໃນໂອກາດວັນສາກົນຕ້ານການຄ້າມະນຸດ 30 ກໍລະກົດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມດ້ວຍບັນດາທ່ານການນໍາແຂວງ, ຄະນະກໍາມະການກ່ຽວຂ້ອງ ຕະຫຼອດຮອດນັກຂີ່ລົດຖີບເຂົ້າຮ່ວມ.
ເມືອງບາຈຽງຈະເລີນສຸກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໜທີ IX ຮອບທີ 1

ເມືອງບາຈຽງຈະເລີນສຸກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໜທີ IX ຮອບທີ 1

ໃນວັນທີ 5 ສິງຫາຜ່ານມານີ້, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີ IX ຮອບທີ 1 ຂຶ້ນທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງປະທານກວດກາພັກແຂວງ ຜູ້ຊີ້ນຳເມືອງບາຈຽງຈະເລີນສຸກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນ ເຂົ້າກັບພະແນກການເງິນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ເປັນປະທານໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຂາຊົນແຂວງ, ທ່ານ ອຸບັນ ສຸພິດາ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ຄະນະນໍາປັບປຸງ ກົງຈັກການຈັດຕັ້ງກະຊວງການເງິນ.
ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ສະຫາຍ ໄຊລືຊາ ຜູຍຍະວົງ ເລຂາຄະນະພັກຮາກຖານ ຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ.ພຕ) ແຂວງຈຳປາສັກ ໄດ້ລາຍງານ ຕໍ່ຜູ້ສື່ຂ່າວພວກເຮົາ ເມື່ອບໍ່ດົນມານີ້ ວ່າ: ທຫລ.ພຕ ແຂວງຈຳປາສັກ ແມ່ນມີພາລະບົດບາດ ແລະ ໜ້າທີ່ທຽບເທົ່າກົມ ທີ່ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສະຖາບັນການເງິນ ແລະ ລະບົບຊຳລະໃນ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ);
ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານ ຫຼ້າສາຍ ນວນທາສິງ ຜູ້ອໍານວຍການໃຫຍ່ ໂຄງການກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບປົກກະຕິ ແລະ ທາງໄກໃນວັນທີ 5 ສິງຫານີ້.
ເພີ່ມເຕີມ