2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%
ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC). ອີງຕາມບົດລາຍງານການເງິນ, Vietjet ມີລາຍຮັບສະເພາະຂອງບໍລິສັດໃນໄຕມາດ 4 ປີ 2025 ບັນລຸ 29,035 ຕື້ດົງ (ປະມານ 24.01 ຕື້ກີບ), ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສຳລັບລາຍຮັບສະເພາະຕະຫຼອດທັງປີແມ່ນບັນລຸ 81,426 ຕື້ດົງ (ປະມານ 67.35 ຕື້ກີບ), ເພີ່ມຂຶ້ນ 14%. ກຳໄລຂັ້ນຕົ້ນສະເພາະຂອງສາຍການບິນໃນປີ 2025 ຢູ່ທີ່ 8,213 ຕື້ດົງ (ປະມານ 6.79 ຕື້ກີບ) ຊຶ່ງເປັນຜົນມາຈາກການຂະຫຍາຍເຄືອຂ່າຍການບິນ ແລະ ຕົ້ນທຶນນ້ຳມັນເຊື້ອໄຟທີ່ຫຼຸດລົງເມື່ອທຽບໃສ່ປີກ່ອນໜ້າ.

 

ໃນປີ 2025, ລາຍຮັບລວມຂອງ Vietjet ທັງໝົດແມ່ນ 82,093 ຕື້ດົງ (ປະມານ 67.9 ຕື້ກີບ), ເພີ່ມຂຶ້ນ 14%. ກຳໄລກ່ອນອາກອນລວມ: ບັນລຸ 2,630 ຕື້ດົງ (ປະມານ 2.18 ຕື້ກີບ), ເຕີບໂຕ 44.3%. ກຳໄລຫຼັງອາກອນລວມ: ບັນລຸ 2,123 ຕື້ດົງ (ປະມານ 1.76 ຕື້ກີບ), ເຕີບໂຕ 51.2%. ໝາກຜົນດັ່ງກ່າວແມ່ນຖືວ່າເກີນແຜນການທີ່ວາງໄວ້ປະຈຳປີເຖິງ 120%. ເລີ່ມພາຍໃນວັນທີ 31 ທັນວາ 2025, ຊັບສິນທັງໝົດຂອງ Vietjet ມີມູນຄ່າ 139,459 ຕື້ດົງ (ປະມານ 115.34 ຕື້ກີບ). ອັດຕາສ່ວນໜີ້ສິນສຸດທິຕໍ່ທຶນ (Net Debt-to-Equity): ຢູ່ທີ່ 2.25. ອັດຕາສ່ວນສະພາບຄ່ອງ (Liquidity Ratio): ຢູ່ທີ່ 1.53 (ຊຶ່ງຖືວ່າເປັນໜຶ່ງໃນບໍລິສັດທີ່ມີຄວາມແຂງແກ່ນທີ່ສຸດໃນອຸດສາຫະກຳການບິນ)

ນອກຈາກນີ້, Vietjet ຍັງໄດ້ປະສົບຜົນສຳເລັດໃນການອອກຈຳໜ່າຍຮຸ້ນ 50 ລ້ານຮຸ້ນ, ເຮັດໃຫ້ທຶນຈົດທະບຽນເພີ່ມຂຶ້ນ 5 ຕື້ດົງ (ປະມານ 4.14 ຕື້ກີບ) ເພື່ອຮອງຮັບການເຕີບໂຕໃນໄລຍະຍາວ.

ໃນໄຕມາດທີ 4 ຂອງປີ 2025, Vietjet ໄດ້ບໍລິການຂົນສົ່ງຜູ້ໂດຍສານຫຼາຍກວ່າ 6.7 ລ້ານຄົນ ຜ່ານຖ້ຽວບິນທັງໝົດ 36,100 ຖ້ຽວ. ຕະຫຼອດສົກປີ 2025, ສາຍການບິນໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 28.2 ລ້ານຄົນ ດ້ວຍຈຳນວນຖ້ຽວບິນ 153,000 ຖ້ຽວ ຊຶ່ງສະແດງໃຫ້ເຫັນເຖິງການເຕີບໂຕ 9% ແລະ 11.2% ຕາມລຳດັບ ເມື່ອທຽບໃສ່ປີຜ່ານມາ. ນອກຈາກນີ້, ປະລິມານການຂົນສົ່ງສິນຄ້າທັງໝົດຍັງບັນລຸເຖິງ 113,923 ໂຕນ. Vietjet ຍັງຄົງຮັກສາຕຳແໜ່ງຜູ້ນຳທີ່ມີສ່ວນແບ່ງຕະຫຼາດສູງສຸດໃນຫວຽດນາມ ໂດຍວັດແທກຈາກຈຳນວນຜູ້ໂດຍສານ ທັງໃນຕະຫຼາດພາຍໃນປະເທດ ແລະ ຕ່າງປະເທດ.

ໃນປີ 2025, ສາຍການບິນໄດ້ເປີດໃຫ້ບໍລິການເສັ້ນທາງການບິນທັງໝົດ 254 ເສັ້ນທາງ, ແບ່ງເປັນ: ເສັ້ນທາງພາຍໃນປະເທດ 52 ເສັ້ນທາງ, ເສັ້ນທາງລະຫວ່າງປະເທດ 202 ເສັ້ນທາງ, ເສັ້ນທາງ ໃໝ່ ເປີດເພີ່ມອີກ 22 ເສັ້ນທາງ ທີ່ເຊື່ອມຕໍ່ຫວຽດນາມໄປສູ່ຈຸດໝາຍປາຍທາງທີ່ສຳຄັນ ເຊັ່ນ: ອາຊີກາງ ແລະ ສປ ຈີນ. ພິເສດ: ປັດຈຸບັນ Vietjet ກຳລັງເປີດໃຫ້ບໍລິການຖ້ຽວບິນລາຍວັນ (Daily flights) ທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ. ນີ້ຖືເປັນໂອກາດອັນດີສຳລັບນັກທ່ອງທ່ຽວຈາກ ສປປ ລາວ ທີ່ວາງແຜນຈະໄປທ່ຽວຫວຽດນາມ ຫຼື ຕ້ອງການເດີນທາງຕໍ່ໄປຍັງຈຸດໝາຍປາຍທາງອື່ນໆທົ່ວໂລກ. ໄຕມາດທີ 4 ຂອງປີ 2025 ຖືເປັນຂີດໝາຍທີ່ສໍາຄັນໃນຍຸດທະສາດການລົງທຶນໄລຍະຍາວຂອງ Vietjet ດ້ວຍການຮັບມອບເຮືອບິນໃໝ່ 22 ລໍາ ຊຶ່ງຖືວ່າເປັນການຂະຫຍາຍຝູງບິນທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ໄດ້ສ້າງຕັ້ງສາຍການບິນມາ. ນອກນີ້, Vietjet ໄດ້ເຊັນສັນຍາກັບບໍລິສັດ Airbus ເພື່ອຊື້ເຮືອບິນລຸ້ນ A321neo ຈຳນວນ 100 ລໍາ, ພ້ອມກັບສັນຍາແຍກຕ່າງຫາກກັບບໍລິສັດ Rolls-Royce ເພື່ອຊື້ເຄື່ອງຈັກລຸ້ນ Trent 7000 ຈໍານວນ 92 ເຄື່ອງ ພ້ອມບໍລິການບຳລຸງຮັກສາແບບຄົບວົງຈອນ ຊຶ່ງມີມູນຄ່າລວມເຖິງ 3.8 ຕື້ໂດລາ.

ໃນເດືອນທັນວາ 2025, Vietjet Thailand ໄດ້ຮັບມອບເຮືອບິນ Boeing ລຳທຳອິດ ຊຶ່ງເປັນການຂະຫຍາຍຂະໜາດຝູງບິນຂອງກຸ່ມບໍລິສັດ ເພື່ອຮອງຮັບການເຕີບໂຕໃນປີ 2026. ຄຽງຄູ່ກັບການເຕີບໂຕຂອງຝູງບິນ, Vietjet ຍັງສືບຕໍ່ລົງທຶນໃນການພັດທະນາບຸກຄະລາກອນທີ່ມີຄຸນນະພາບສູງ ຜ່ານການຮ່ວມມືຝຶກອົບຮົມນັກບິນຕາມມາດຕະຖານສາກົນ: ໃນປີ 2025, ສະຖາບັນການບິນ Vietjet (VJAA) ໄດ້ຝຶກອົບຮົມນັກສຶກສາຫຼາຍກວ່າ 162,000 ຄົນ ຜ່ານ 15,198 ຫຼັກສູດ. ເນັ້ນການສ້າງນັກບິນ,ພະນັກງານເຕັກນິກ, ພະນັກງານພາກພື້ນດິນ ແລະ ຊ່ຽວຊານດ້ານການບິນອື່ນໆ ເພື່ອຕອບສະໜອງຄວາມຕ້ອງການຂອງອຸດສາຫະກຳທີ່ເພີ່ມຂຶ້ນ.

Vietjet ສືບຕໍ່ສ້າງຄວາມຫຼາກຫຼາຍ ແລະ ຍົກລະດັບປະສົບການຂອງລູກຄ້າ ຜ່ານການຂະຫຍາຍຜະລິດຕະພັນ ແລະ ບໍລິການຕ່າງໆ ເຊັ່ນ: ປີ້ຍົນຊັ້ນທຸລະກິດ (Business class), ໂປຣແກຣມສະສົມຄະແນນ SkyJoy, ການຂາຍສິນຄ້າເທິງເຮືອບິນ, ລະບົບການຈອງ ແລະ ຊຳລະເງິນຜ່ານຫຼາຍຊ່ອງທາງແລະ Amy ຊຶ່ງເປັນຜູ້ຊ່ວຍສະເໝືອນຈິງທີ່ນຳໃຊ້ເຕັກໂນໂລຊີ AI. ນອກຈາກນີ້, ສາຍການບິນຍັງໄດ້ນຳສະເໜີກິດຈະກຳເທິງເຮືອບິນທີ່ຕິດພັນກັບວັດທະນະທຳໃນໄລຍະເທສະການສຳຄັນຂອງພາກພື້ນເຊັ່ນ: ເທສະການຊູຊອກ (ສ ເກົາຫຼີ), ເທສະການໂຮລີ ແລະ ດິວາລີ (ອິນເດຍ) ແລະ ອື່ນໆ. ໃນດ້ານການດຳເນີນງານ, Vietjet ໄດ້ມີການປັບປຸງຄັ້ງໃຫຍ່ ເຊັ່ນ: ການຂະຫຍາຍສິ່ງອຳນວຍຄວາມສະດວກໃນການເຊັກອິນ, ການຄຸ້ມຄອງບໍລິການພາກພື້ນດິນດ້ວຍຕົນເອງຢູ່ສະໜາມບິນເຕິນເຊີນເຍິດ (ສະໜາມບິນທີ່ຄຶກຄັກທີ່ສຸດໃນຫວຽດນາມ) ແລະ ເລັ່ງນຳໃຊ້ເຕັກໂນໂລຊີການບິນທີ່ທັນສະໄໝ ເຊັ່ນ: ລະບົບຕິດຕາມຖ້ຽວບິນແບບຮຽລທາມ (Real-time), ລະບົບຈັດການຂໍ້ມູນ ແລະ ການຢືນຢັນຕົວຕົນດ້ວຍລະບົບອັດສະລິຍະ (Biometric) ເພື່ອເພີ່ມປະສິດທິພາບ ແລະ ຄຸນນະພາບການບໍລິການ. ໃນປີ 2025, Vietjet ໄດ້ຮັບລາງວັນລະດັບສາກົນຢ່າງຫຼວງຫຼາຍ, ລວມມີສາຍການບິນທີ່ມີຄວາມປອດໄພທີ່ສຸດໃນໂລກ ແລະ ສາຍການບິນລາຄາປະຢັດທີ່ດີທີ່ສຸດ ຈາກ AirlineRatings, ລາງວັນຄວາມຍືນຍົງ (Sustainability Award 2025), ສາຍການບິນຊັ້ນນຳຂອງອາຊີດ້ານປະສົບການລູກຄ້າ ຈາກ World Travel Awards.ຕິດອັນດັບແບຣນສາຍການບິນທີ່ມີມູນຄ່າສູງສຸດໃນອາຊຽນ ປີ 2025 ໂດຍ Brand Finance, 50 ບໍລິສັດຈົດທະບຽນທີ່ດີທີ່ສຸດໃນຫວຽດນາມ ປີ 2025 ໂດຍ Forbes, ສະຖານທີ່ເຮັດວຽກທີ່ດີທີ່ສຸດໃນອາຊີ ປີ 2025 ໂດຍ HR Asia, ລາງວັນລະດັບຄຳ (Gold Award) ຈາກ ESG Transport Sustainability Awards 2025 ທີ່ໄຕ້ຫວັນ. ດ້ວຍຜົນປະກອບການທາງດ້ານການເງິນທີ່ແຂງແກ່ນ, ຝູງເຮືອບິນທີ່ຂະຫຍາຍຕົວຢ່າງໄວວາ, ການຮ່ວມມືສາກົນທີ່ແໜ້ນແຟ້ນ ແລະ ຂີດຄວາມສາມາດໃນການດຳເນີນງານທີ່ເຂັ້ມແຂງ, Vietjet ກ້າວເຂົ້າສູ່ປີ 2026 ດ້ວຍຄວາມພ້ອມຢ່າງເຕັມສ່ວນເພື່ອສືບຕໍ່ສ້າງການເຕີບໂຕທີ່ຍືນຍົງ ແລະ ຂະຫຍາຍຕົວໄປສູ່ລະດັບໂລກ.

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.
ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ວັນທີ 17 ກັນຍານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂັ້ນເມືອງ, ບັນດາພະແນກການ, ຂະແໜງການຕ່າງໆຂັ້ນແຂວງເຂົ້າຮ່ວມ.
ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ວັນທີ 17 ກັນຍາ 2026 ທີ່ກອງບັນຊາການ ປກສ ແຂວງຄຳມ່ວນ,ທ່ານນາງ ຖະໜອມຈິດ ໂຄດພູທອນ ພັນລະຍາຂອງທ່ານເລຂາພັກແຂວງຄຳມ່ວນ ໄດ້ມອບຕັ່ງ ຈຳນວນ 50ໜ່ວຍ ໃຫ້ແກ່ ປກສ ແຂວງ ເພື່ອນຳໃຊ້ໃນວຽກງານ.
ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ເພື່ອເປັນການສ້າງຂະບວນການເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ, ພ້ອມທັງຮ່ວມຊ່ວຍເຫຼືອຄົນເຈັບ, ສະໜອງເລືອດໃຫ້ພຽງພໍ ແລະ ກຽມພ້ອມຮັບມືກັບເຫດການສຸກເສີນທີ່ອາດເກີດຂຶ້ນ, ພ້ອມທັງປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການກາແດງແຂວງໃຫ້ເກີດຜົນເປັນຈິງ.ດັ່ງນັ້ນໃນວັນທີ 17 ກັນຍາ 2026, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອັດຕະປື ແລະ ອົງການກາແດງແຂວງ ໄດ້ຮ່ວມກັນຈັດກິດຈະກຳບໍລິຈາກເລືອດຈາກອາສາສະໝັກຊາວໜຸ່ມອ້ອມຂ້າງແຂວງ ຂຶ້ນທີ່ສຳນັກງານຄະນະບໍລິຫານງານຊາວໜຸ່ມແຂວງ ພາຍໃຕ້ຫົວຂໍ້: “ໃຫ້ເລືອດ ໃຫ້ຊີວິດ ຊາວໜຸ່ມລາວເຮັດດ້ວຍໃຈ ອາສາສະໝັກ ໂດຍບໍ່ຫວັງສິ່ງຕອບແທນ”, ເພື່ອຮ່ວມແຮງຮ່ວມໃຈຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດ.
ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ໃນວັນທີ 14 ກັນຍາຜ່ານມານີ້ ທີ່ ເມືອງໄຊ ແຂວງອຸດົມໄຊ, ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ກສ ໄດ້ລົງຢ້ຽມຢາມ ໂຄງການຊົນລະປະທານ ອ່າງເກັບນ້ຳ ນ້ຳຫີນ. ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າສູນກະສິກຳ ພາກເໜືອ ພ້ອມດ້ວຍທີມງານຂອງແຂວງ ຮ່ວມຕິດຕາມ.
ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.
ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນພູມປັນຍາຊົນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເພື່ອເຜີຍແຜ່ ຄຸນຄ່າຂອງພູມປັນຍາທ້ອງຖິ່ນພ້ອມທັງສືບສານ ແລະ ຕໍ່ຍອດ ມໍລະດົກຂອງຊົນເຜົ່າ.
ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ

ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ

​ ທ່ານ ພົງສະຫວັດ ມະນີທອງ ຫຼື (ປີເຕີ) ຄະນະຜູ້ບໍລິຫານສະມາຄົມເພື່ອຄົນພິການ ແລະ ຜູ້ດ້ອຍໂອກາດ (PUA) ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນໃນໂອກາດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ3 (3RC-CCM) ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ເພີ່ມເຕີມ