![]() |
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈຳແຂວງ 2025 ໃນໄລຍະຜ່ານມາ ຄະນະສ່ວຍສາອາກອນ ໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານສະມາຊິກພັກ, ພະນັກງານ-ລັດຖະກອນ, ເຊື່ອມຊຶມເອກສານສຳຄັນຕ່າງໆເປັນປົກກະຕິ ແລະ ຂຸ້ນຂ້ຽວປະຕິບັດວຽກງານວິຊາສະເພາະ ໃນການຄຸ້ມຄອງຫົວໜ່ວຍວິສາຫະກິດ ແລະ ການແຈ້ງມອບ, ມີຫົວໜ່ວຍຄຸ້ມຄອງທັງໝົດ 5,239 ຫົວໜ່ວຍ, ຢຸດເຊົາ 1,267 ຫົວໜ່ວຍ, ຍັງເຄື່ອນໄຫວຕົວຈິງ 3,972 ຫົວໜ່ວຍ. ໃນນັ້ນ, ຂັ້ນແຂວງຄຸ້ມຄອງ 817 ຫົວໜ່ວຍ, ຂະແໜງການຄ້າ 391 ຫົວໜ່ວຍ, ຂະແໜງການຜະລິດ 222 ຫົວໜ່ວຍ ແລະ ຂະແໜງການບໍລິການ 204 ຫົວໜ່ວຍ. ຂັ້ນເມືອງຄຸ້ມຄອງ 3,155 ຫົວໜ່ວຍ, ຂະແໜງການຄ້າ 1,651 ຫົວໜ່ວຍ,ຂະແໜງການຜະລິດ 343 ຫົວໜ່ວຍ ແລະ ຂະແໜງການບໍລິການ 515 ຫົວໜ່ວຍ. ວຽກງານຫັນເປັນທັນສະໄໝ ແລະ ການນຳໃຊ້ລະບົບ TaxRISແລະ ລະບົບ LTMS ຄື: ຫົວໜ່ວຍທີ່ສະໝັກແຈ້ງມອບດ້ວຍຕົນເອງທັງໝົດມີ 1,706 ຫົວໜ່ວຍ.ໃນນັ້ນ, ຂັ້ນແຂວງມີ 778 ຫົວໜ່ວຍ, ຂັ້ນເມືອງ 928 ຫົວໜ່ວຍ, ຄ່າທໍານຽມທາງ ຈັດຕັ້ງປະຕິບັດເກັບລາຍຮັບໄດ້ 1.41 ຕື້ກີບ ເທົ່າກັບ 111.80% ຂອງແຜນການປີ ລື່ນແຜນ 11,80%; ວຽກອາກອນທີ່ດິນ ສາມາດເອົາຂໍ້ມູນທີ່ດິນເຂົ້າລະບົບ TaxRISຈໍານວນ 160,872 ຕອນ ແລະ ສາມາດປັກໝຸດໃນລະບົບ LTMS ຈໍານວນ 83,836 ຕອນ ເທົ່າກັບ 52,11% ຂອງຂໍ້ມຸນທີ່ຢູ່ໃນລະບົບ TaxRIS.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນວັນທີ 17 ກຸມພາຜ່ານມາ, ທີ່ຫ້ອງປະຊຸມພະແນກການເງິນແຂວງ, ໂດຍການເປັນປະທານຂອງ ທ່ານ ເພັດສົມພູ ດວງບຸດດາ ຫົວໜ້າສ່ວຍສາອາກອນ ປະຈຳແຂວງສາລະວັນ.
ໂອກາດດັ່ງກ່າວ, ກໍໄດ້ມອບໃບຍ້ອງຍໍໃຫ້ພະນັກງານສ່ວຍສາອາກອນ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ ແລະ ມອບອຸປະກອນເຄື່ອງໃຊ້ຫ້ອງການ, ຫຼຽນກາ, ກາໝາຍປີການ ໃຫ້ບັນດາເມືອງຕື່ມອີກ.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ)

ຄໍາເຫັນ