![]() |
ນອກນີ້, ຍັງມີການລ້ຽງຂອງຄອບຄົວທີ່ລ້ຽງແບບລັກສະນະເປັນຟາມ (ບໍ່ທັນມີທະບຽນ) 27 ຄອບຄົວ (ລ້ຽງງົວ 8 ຄອບຄົວ, ລ້ຽງຄວາຍ 1 ຄອບຄົວ, ລ້ຽງໝູ 17 ຄອບຄົວ ແລະ ລ້ຽງໄກ່ພັນໄຂ່ 1 ຄອບຄົວ), ມີສວນປູກຫຍ້າລ້ຽງສັດ ທັງໝົດ 14,000 ກວ່າເຮັກຕາ, ມີ 6,700 ກວ່າຕອນ, ມີ 3,900 ກວ່າຄອບຄົວ. ພາຍໃນເມືອງມີສັດຕະວະແພດບ້ານ ທັງໝົດ 50 ຄົນ, ໃນຈຳນວນ 47 ບ້ານ. ໃນໄລຍະ 10 ເດືອນຜ່ານມາ ສັກຢາປ້ອງກັນພະຍາດສັດລ້ຽງ ໄດ້ທັງໝົດ 27,000 ກວ່າໂຕ, ທຽບໃສ່ຝຸງສັດປະຕິບັດໄດ້ 4.76% ທຽບໃສ່ແຜນປະຕິບັດໄດ້ 7.29%. ໃນນີ້, ງົວ 8.900 ກວ່າໂຕ ທຽບໃສ່ແຜນການປະຕິບັດໄດ້ 16.83%, ຄວາຍ 4,400 ກວ່າໂຕ ທຽບໃສ່ແຜນການປະຕິບັດໄດ້ 77.43%, ໝູ 9,461 ໂຕ ທຽບໃສ່ແຜນການປະຕິບັດໄດ້ 145.12%, ໝາ 400 ກວ່າໂຕ ທຽບໃສ່ແຜນການປະຕິບັດໄດ້ 32.41% ແລະ ສັດປີກ 4,000 ກວ່າໂຕ ທຽບໃສ່ແຜນການປະຕິບັດໄດ້ 1.87%.
ສໍາລັບປີ 2026 ຄາດຄະເນການຂະຫຍາຍຕົວຂອງຝູງສັດ ຢູ່ໃນລະດັບ 33.87%, ຈະມີສັດລ້ຽງທັງໝົດປະມານ 819,000 ກວ່າໂຕ. ໃນນີ້, ງົວ ຂະຫຍາຍຕົວຢູ່ໃນລະດັບ 19% ເທົ່າກັບ 59,700 ກວ່າໂຕ, ຄວາຍ ຂະຫຍາຍຕົວຢູ່ໃນລະດັບ 14% ເທົ່າກັບ 7,600 ກວ່າໂຕ, ມ້າ ຂະຫຍາຍຕົວຢູ່ໃນລະດັບ 3% ເທົ່າກັບ 45 ໂຕ, ແກະ ຂະຫຍາຍຕົວຢູ່ໃນລະດັບ 25% ເທົ່າກັບ 26 ໂຕ, ແບ້ ຂະຫຍາຍຕົວຢູ່ໃນລະດັບ 25% ເທົ່າກັບ 2,400 ກວ່າໂຕ, ໝູ ຂະຫຍາຍຕົວຢູ່ໃນລະດັບ 82% ເທົ່າກັບ 10,800 ກວ່າໂຕ, ໝາ ຂະຫຍາຍຕົວຢູ່ໃນລະດັບ 15% ເທົ່າກັບ 4,000 ກວ່າໂຕ ແລະ ສັດປີກ ຂະຫຍາຍຕົວຢູ່ໃນລະດັບ 88% ເທົ່າກັບ 734.800 ກວ່າໂຕ ແລະ ຈະສັກຢາປ້ອງກັນພະຍາດສັດ ໃຫ້ໄດ້ 165,800 ກວ່າໂຕ ເທົ່າກັບ 20.23% ຂອງຈໍານວນຝູງສັດ. ໃນນີ້,ງົວ 41,800 ກວ່າໂຕເທົ່າກັບ 70% ຂອງຈໍານວນຝູງສັດ, ຄວາຍ5,300 ກວ່າໂຕເທົ່າກັບ 70% ຂອງຈໍານວນຝຸງສັດ, ໝູ7,500 ກວ່າໂຕເທົ່າກັບ 70% ຂອງຈໍານວນຝູງສັດ, ໝາ 800 ກວ່າໂຕເທົ່າກັບ 20% ຂອງຈໍານວນຝູງສັດ ແລະ ສັດປີກ 110,000 ກວ່າໂຕເທົ່າກັບ 15% ຂອງຈໍານວນຝູງສັດ.
(ຂ່າວ: ແກ່ນທ້າວ)

ຄໍາເຫັນ