2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່

2026 ຍທຂ ຈະສຸມໃສ່ວຽກງານຂົວທາງ ແນໃສ່ພັດທະນາວຽກສ້ອມແປງທາງໃນໄລຍະໃໝ່
ແຜນພັດທະນາໄລຍະ 5 ປີ (2026-2030). ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງ ເພື່ອແນໃສ່ພັດທະນາວຽກງານຂົວທາງ, ສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່.
2026 ຍທຂ ຈະສມໃສວຽກງານຂວທາງ ແນໃສພດທະນາວຽກສອມແປງທາງໃນໄລຍະໃໝ - image 1
 

 

 

ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ຂຶ້ນສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2025 ແລະ ວຽກງານຈຸດສຸມ ປີ 2026 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ 2026-2030 ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາວ່າ: ວຽກງານຈຸດສຸມປີ 2026 ກະຊວງ ຍທຂ ໄດ້ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030), ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ມາເປັນແຜນພັດທະນາ 5 ປີຂອງຂະແໜງ ຍທຂ. ໃນນັ້ນ, ໄດ້ກໍານົດ 4 ທິດທາງລວມ, 15 ແຜນງານ, 47 ແຜນວຽກຈຸດສຸມ ໂດຍອີງໃສ່ແຜນພັດທະນາ 5 ປີກະຊວງ ຍທຂ ໄດ້ຜັນຂະຫຍາຍມາເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2026 ຈະໄດ້ສູ້ຊົນ ແລະ ຈະໄດ້ສຸມໃສ່ວຽກງານອັນພົ້ນເດັ່ນ ໂດຍສະເພາະວຽກງານຂົວທາງຈະສືບຕໍ່ສ້າງ ແລະ ປັບປຸງນິຕິກໍາ, ລະບຽບການ, ມາດຕະຖານເຕັກນິກ, ຄູ່ມື, ຄໍາແນະນໍາ ແລະ ຂໍ້ກໍານົດຕ່າງໆໃນການຄຸ້ມຄອງ ແລະ ພັດທະນາວຽກງານຂົວທາງໂດຍສະເພາະສ້າງລະບຽບການ-ຄໍາແນະນໍາໃນການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່, ລະບຽບການໃນການຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ລະບຽບການໃນການເກັບເງິນຄ່າຜ່ານທາງສະເພາະລົດບັນທຸກໜັກ; ສຸມໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດທີ່ເປັນເສັ້ນທາງຫຼວງອາຊຽນຕາມແລວເສດຖະກິດໃຫ້ສາມາດຮັບນໍ້າໜັກລົດບັນທຸກໄດ້ 11 ໂຕນ/ເພົາ ແລະ ບັນດາເສັ້ນທາງທີ່ເປັນບຸລິມະສິດອື່ນໆ ເປັນຕົ້ນສູ້ຊົນໃຫ້ສໍາເລັດການຟື້ນຟູກໍ່ສ້າງທາງຫຼວງແຫ່ງຊາດເລກທີ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ, ສູ້ຊົນໃຫ້ສໍາເລັດການກໍ່ສ້າງຂົວ 18 ແຫ່ງຕາມເສັ້ນທາງຫຼວງແຫ່ງຊາດ (ທາງເລກ 8 ແລະ ທາງເລກ 20), ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (ທາງ 2E-2W ແລະ ທາງຫຼວງທ້ອງຖິ່ນ 5 ແຂວງພາກເໜືອ), ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ແຕ່ ກມ 21-71, ໂຄງການກໍ່ສ້າງ ແລະ ປັບປຸງທາງເລກທີ 12, ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນເມືອງຄົງເຊໂດນແຂວງສາລະວັນ, ໂຄງການກໍ່ສ້າງຂົວ 12 ແຫ່ງຕາມທາງເລກທີ 13 ໃຕ້, ປັບປຸງ ແລະ ກໍ່ສ້າງດ່ານປາງຫົກ ແລະ ດ່ານນໍ້າເງິນ; ສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເປັນຕົ້ນສືບຕໍ່ສ້ອມແປງ ແລະ ຟື້ນຟູທາງເລກ 9 ແລະ ເສັ້ນທາງທີ່ລັດຖະບານຮັບຮອງຕາມມະຕິ 05/ລບ ວ່າດ້ວຍແຜນການກໍ່ສ້າງ ແລະ ປັບປຸງຂົວທາງໄລຍະ 2026-2030; ສຸມໃສ່ກະກຽມໂຄງການຮ່ວມມືສາກົນ ແລະ ໂຄງການລົງທຶນຂອງລັດ ເປັນຕົ້ນໂຄງການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ, ໂຄງການກໍ່ສ້າງທາງເລກ 6, ໂຄງການກໍ່ສ້າງທາງ 1D ສາມແຍກທ່າສີ - ເມືອງໂພນສະຫວັນ, ໂຄງການກໍ່ສ້າງທາງແຕ່ເມືອງບູນໃຕ້ - ເມືອງນາໝໍ້ ແລະ ໂຄງການອື່ນໆ; ສຸມໃສ່ການບູລະນະຮັກສາ ແລະ ສ້ອມແປງທາງຫຼວງໃຫ້ນໍາໃຊ້ໄດ້ເປັນປົກກະຕິ (ແຂວງຈັດຕັ້ງປະຕິບັດ ແລະ ກະຊວງຕິດຕາມກວດກາ) ໄປຄຽງຄູ່ກັບການຄຸ້ມຄອງ-ກວດການໍ້າໜັກລົດບັນທຸກໂດຍການຫັນເປັນທັນສະໄໝ ແລະ ຮັບປະກັນຄວາມໂປງໃສ - ກວດສອບໄດ້; ສ້າງຕັ້ງກອງສ້ອມແປງທາງຫຼວງປະຈໍາພະແນກ ຍທຂ ນະຄອນຫຼວງວຽງຈັນ ແລະ 17 ແຂວງໃຫ້ສໍາເລັດ.

2026 ຍທຂ ຈະສມໃສວຽກງານຂວທາງ ແນໃສພດທະນາວຽກສອມແປງທາງໃນໄລຍະໃໝ - image 2
 

ພ້ອມນັ້ນ, ຈະສູ້ຊົນກໍ່ສ້າງສະຖານີເກັບຄ່າບໍລິການຜ່ານຂົວ-ທາງຂອງເສັ້ນທາງທີ່ໄດ້ຮັບການກໍ່ ສ້າງຟື້ນຟູ ເປັນຕົ້ນສະຖານີເກັບເງິນຄ່າຜ່ານທາງ 4 ຈຸດຕາມເສັ້ນທາງເລກ 9, ສະຖານີເກັບເງິນຄ່າຜ່ານທາງ 4 ຈຸດຕາມເສັ້ນທາງເລກ 13 ໃຕ້ ກມ 71-ກມ 346 ແລະ ຕິດຕັ້ງ ແລະ ລະບົບເກັບເງິນທີ່ທັນສະໄໝຂອງກອງທຶນທາງຢູ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທແຫ່ງທີ 1, 2 ແລະ 3 ໃຫ້ສໍາເລັດ.

2026 ຍທຂ ຈະສມໃສວຽກງານຂວທາງ ແນໃສພດທະນາວຽກສອມແປງທາງໃນໄລຍະໃໝ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ