24ບ້ານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ອັກຄີໄພໃນເດືອນເມສາມູນຄ່າເສຍຫາຍ 2 ຕື້ກວ່າກີບ

24ບ້ານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ອັກຄີໄພໃນເດືອນເມສາມູນຄ່າເສຍຫາຍ 2 ຕື້ກວ່າກີບ

24ບ້ານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ອັກຄີໄພໃນເດືອນເມສາມູນຄ່າເສຍຫາຍ 2 ຕື້ກວ່າກີບ
ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ, ລົມພາຍຸ ແລະ ອັກຄີໄພ (ໄຟໄໝ້ ເຮືອນ) ນັບແຕ່ໄລຍະວັນທີ 9-21 ເມສາ 2026 ເກີດຂຶ້ນທັງໝົດ 10 ຄັ້ງ. ໃນນັ້ນ, ໄຟໄໝ້ເຮືອນ 5 ຄັ້ງ, ເສຍຫາຍ 13 ຫຼັງຄາເຮືອນ, ຜົນກະທົບຈາກລົມພາຍຸພັດເຮືອນ ເສຍຫາຍ 26 ຫຼັງຄາເຮືອນ ໃນຈຳນວນ 19 ບ້ານ ແລະ ເກີດເຫດຟ້າຜ່າ ຢູ່ບ້ານອີເລີງ ເມືອງເລົ່າງາມ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນ ມູນຄ່າເສຍຫາຍ 2 ຕື້ກວ່າກີບ. ຊຶ່ງເຫດການທັງໝົດນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 800 ກວ່າຄົນ ຍິງ 402 ຄົນ.
24ບານ ແຂວງສາລະວນ ໄດຮບຜນກະທບຈາກໄພພບດ ແລະ ອກຄໄພໃນເດອນເມສາມນຄາເສຍຫາຍ 2 ຕກວາກບ - image 1
 

ຕາມບົດລາຍງານຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເລກທີ 264, ລົງວັນທີ 21 ເມສາ 2026ໃຫ້ຮູ້ວ່າ: ທົ່ວແຂວງສາລະວັນ ໄດ້ເກີດມີອັກຄີໄພ (ໄຟໄໝ້ເຮືອນ) 5 ຄັ້ງ, ໃນນັ້ນເກີດຂຶ້ນຢູ່ບ້ານບຶງໄຊ ແລະ ບ້ານໜອງບົວ ຂອງເມືອງສາລະວັນ 2 ຄັ້ງ, ບ້ານພິນເຊ ແລະ ບ້ານກາເລງເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ 1 ຄັ້ງ, ໃນຈໍານວນ 13 ຫຼັງຄາເຮືອນ, ສົ່ງຜົນກະທົບຊີວິດການເປັນຢູ່ໃນ 14 ຄອບຄົວ ມູນຄ່າເສຍຫາຍ 1,746 ລ້ານກີບ ແລະ ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ຈໍານວນ 19 ບ້ານ, ໃນ 5 ຕົວເມືອງ ຄື: ເມືອງຕຸ້ມລານ 2 ບ້ານ, ເມືອງຄົງເຊໂດນ 3 ບ້ານ, ເມືອງວາປີ 1 ບ້ານ, ລະຄອນເພັງ 8 ບ້ານ ແລະ ເມືອງສະໝ້ວຍ 5 ບ້ານ ເຮັດໃຫ້ເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍທັງໝົດ 143 ຫຼັງຄາເຮືອນ ມູນຄ່າເສຍຫາຍປະມານ 411 ລ້ານກີບ ແລະ ເກີດເຫດການຟ້າຜ່າຢູ່ບ້ານອີເລີງເມືອງເລົ່າງາມ ຊຶ່ງເປັນເຫດການທີ່ໜ້າສະຫຼົດໃຈເຮັດໃຫ້ເດັກນ້ອຍເສຍຊີວິດ 2 ລາຍ.

ພາຍຫຼັງເກີດເຫດ, ຄະນະກໍາມະການຄຸ້ມຄອງໄພພິບັດແຂວງສາລະວັນ ກໍໄດ້ສົມທົບກັບເມືອງ ພ້ອມດ້ວຍກຳລັງ ປກຊ, ຊາວໜຸ່ມ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຮີບຮ້ອນລົງພື້ນທີ່ເພື່ອຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ເພື່ອກອບກູ້ເອົາຊີວິດ ແລະ ຊັບສິນ ຂອງປະຊາຊົນ, ທັງໄດ້ເລັ່ງໃຫ້ການຊ່ວຍເຫຼືອໃນການເກັບມ້ຽນສິ່ງຂອງ, ສ້ອມແປງທີ່ຢູ່ອາໄສ ແລະ ຕິດຕາມຊ່ວຍເຫຼືອເບື້ອງຕົ້ນ ພ້ອມທັງໃຫ້ກໍາລັງໃຈຜູ້ທີ່ໄດ້ຮັບຜົນກະທົບ.

24ບານ ແຂວງສາລະວນ ໄດຮບຜນກະທບຈາກໄພພບດ ແລະ ອກຄໄພໃນເດອນເມສາມນຄາເສຍຫາຍ 2 ຕກວາກບ - image 2
 

ປັດຈຸບັນ, ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດເພື່ອຊ່ວຍເຫຼືອໃນການສ້ອມແປງເຮືອນຢ່າງຮີບດ່ວນ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບມາເປັນປົກກະຕິໂດຍໄວ. ຕໍ່ກັບສະພາບການດັ່ງກ່າວ, ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິລະວັງຕົວ ແລະ ຕິດຕາມສະພາບອາກາດເນື່ອງຈາກຍັງຢູ່ໃນໄລຍະ ທີ່ມີຄວາມສ່ຽງເຫດພາຍຸລະດູຮ້ອນ ເພື່ອກຽມພ້ອມຮັບມືໄດ້ທັນການ.

(ຂ່າວ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາພະແນກການ, ຕາງໜ້າຄະນະນໍາຈາກ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກ, ກຳມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການການສູນການພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນໃນ​ວັນ​ທີ 22ກັນ​ຍາ​ຜ່ານ​ມາ, ໂດຍມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ພາຍໃຕ້ຄຳຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ,ໂດຍມີທ່ານ ສົມສີ ຊາວພິລາຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງ​ການແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ວັນທີ 21 ກັນຍາຜ່ານມາ, ຄະນະຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ, ນໍາໂດຍ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຮອງຫົວໜ້າຫ້ອງທະຫານຊາຍແດນ, ຜູ້ຊີ້ນໍາວຽກງານພັກ-ວຽກງານການເມືອງ ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 157, ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ວັນທີ 22 ກັນຍາຜ່ານມາ, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ.
ເພີ່ມເຕີມ