ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 25 ປີ

25 ປີ ທະນາຄານຮ່ວມທຸລະກິດລາວ-ຫວຽດນາມ

25 ປີ ທະນາຄານຮ່ວມທຸລະກິດລາວ-ຫວຽດນາມ
ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 25 ປີ (22/8/1999-22/8/2024) ແລະ ມອບ-ຮັບ ຫຼຽນໄຊແຮງງານຊັ້ນ 1 ຂອງລັດຖະບານແຫ່ງ ສປປລາວ,

 

 ໃນວັນທີ 15 ສິງຫາຜ່ານມາ ທີ່ທະນາຄານດັ່ງກ່າວ, ມີບັນດາການນໍາພັກ, ລັດຂອງລາວ, ຄະນະນໍາທະ ນາຄານແຫ່ງ ລັດຫວຽດນາມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງລາວ ພ້ອມດ້ວຍບັນດາແຂກຖືກເຊີນ ເຂົ້າຮ່ວມ.

ປີ 1999, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຍົກສູງການພົວພັນການຄ້າ ແລະ ການລົງທຶນ ໃຫ້ສົມ ກັບການພົວພັນສາມັກຄີມິດຕະພາບພິເສດ ຫວຽດນາມ-ລາວ, ລັດຖະບານ ຫວຽດນາມ ໄດ້ຕົກລົງເລືອກ ເອົາທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ລັດຖະບານລາວ ໄດ້ເລືອກເອົາທະ ນາຄານການຄ້າຕ່າງປະເທດລາວ (BCEL) ແມ່ນ 2 ທະນາຄານທຸລະກິດແຫ່ງລັດ ອັນດັບໜຶ່ງ ຂອງ ສອງປະເທດ ເພື່ອປະຕິບັດຮ່ວມທຸລະກິດປະກອບທຶນສ້າງຕັ້ງທະນາຄານຮ່ວມທຸລະກິດ ລາວ - ຫວຽດນາມ (LaoVietBan) ຊຶ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 22/6/1999, ຢູ່ນະຄອນຫຼວງ ວຽງຈັນ, ເປັນການສ້າງຂີດໝາຍປະຫວັດສາດທີ່ສໍາຄັນ, ແມ່ນການຮ່ວມທຸລະກິດທະນາຄານ ຄັ້ງທໍາອິດ ທີ່ມີການເຄື່ອນໄຫວຢູ່ຕ່າງປະເທດຂອງຂະແໜງທະນາຄານຫວຽດນາມ.

ການກໍາເນີດເກີດຂຶ້ນຂອງທະນາຄານ LaoVietBan ບໍ່ສະເພາະແຕ່ເປັນນິຕິກໍາດ້ານການເງິນ-ທະນາຄານ ໃນການຈັດຕັ້ງສິນເຊື່ອຢູ່ ລາວ ເທົ່ານັ້ນ, ແຕ່ຫາກຍັງແມ່ນຫົວໜ່ວຍຮ່ວມທຸລະກິດພິເສດ ອີກດ້ວຍ, ທັງເຄື່ອນໄຫວທຸລະກິດ ທັງປະຕິບັດໜ້າທີ່ການເມືອງເປັນ “ຂົວຕໍ່” ລະຫວ່າງ 2 ພື້ນຖານເສດ ຖະກິດ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບພິເສດ ລະຫວ່າງ ສອງຊາດ.

ພາຍຫຼັງ 25 ປີ, ການເຕີບໃຫຍ່ ແລະ ຂະຫຍາຍຕົວ, ປັດຈຸບັນ LaoVietBan ລ້ວນແຕ່ ປະຕິບັດໄດ້ເປັນຢ່າງດີ ບົດບາດເປັນຂົວຕໍ່ໃນການຊໍາລະ, ການໂອນເງິນ ລະຫວ່າງ ສອງປະເທດ ດ້ວຍສະກຸນເງິນດົ່ງຫວຽດນາມ (VDN) ແລະ ເງິນກີບລາວ; ຮັກສາບົດບາດເປັນສູນກາງການຊໍາລະ, ລົບລ້າງຂໍ້ຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ ໃນການເຄື່ອນໄຫວການຊໍາລະສອງຝ່າຍ, ປະກອບສ່ວນຊຸກ ຍູ້ການຮ່ວມມືເສດຖະກິດ ສອງປະເທດພັດທະນາ. ຈາກທຶນຈົດທະບຽນເບື້ອງຕົ້ນ 10 ລ້ານໂດລາ, ມາຮອດປັດຈຸບັນ ຈໍານວນທຶນຈົດທະບຽນ LaoVietBan ໄດ້ເພີ່ມຂຶ້ນເປັນ 100 ລ້ານໂດລາ, ຍອດຈໍານວນສັບສິນ LaoVietBan ໄດ້ບັນລຸກວ່າ 19 ພັນຕື້ກີບ, ປະກອບສ່ວນໃຫ້ງົບປະມານລັດກວ່າ 1 ພັນຕື້ກີບ, ກາຍເປັນ 1 ໃນບັນດາທະນາຄານການຄ້າ ທີ່ມີຂະໜາດໃຫຍ່ທີ່ສຸດຢູ່ລາວ ໂດຍມີລະບົບ ສາຂາ, ຫ້ອງການບໍລິການກວ້າງຂວາງ, ທັນສະໄໝ ປະຈໍາຢູ່ 9 ຈຸດ ໃນຈໍານວນ 18 ແຂວງ, ນະຄອນຂອງລາວ ແລະ ມີພະນັກງານຫຼາຍກວ່າ 400 ຄົນ ໄດ້ຮັບການຝຶກອົບຮົມເປັນລະບົບ, ຜູ້ທີ່ມີບົດຮຽນປະສົບການ. LaoVietBank ໄດ້ເອົາໃຈໃສ່ເປັນພິເສດໃນການລົງທຶນເຕັກໂນໂລຊີ, ສະ ໜອງບັນດາຜະລິດຕະພັນບໍລິການທະນາຄານ ທີ່ມີລະບົບເຕັກໂນໂລຊີສູງ, ທັນສະໄໝເຊັ່ນ: LVB Digibank, eKYC, QRpay...., ສ້າງເງື່ອນໄຂສະດວກ ແລະ ບັນດາສິ່ງໄໝ່ໆ ໃຫ້ແກ່ລູກຄ້າ. ບໍພຽງແຕ່ປະຕິບັດໜ້າທີ່ທຸລະກິດເທົ່ານັ້ນ, LaoVietBank ຍັງຮັກສາໄດ້ບົດບາດ ແມ່ນທະນາຄານແຖວ ໜ້າ ໃນວຽກງານຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອປະຊາຊົນຜູ້ທີ່ມີສະພາບຄວາມຫຍຸ້ງຍາກ, ສະໜັບສະໜູນ ປະກອບອຸປະກອນພື້ນຖານດ້ານວັດຖຸທີ່ຈໍາເປັນ ໃນຂົງເຂດສາທາລະນະສຸກ, ການສຶກສາບໍາລຸງສ້າງ ແລະ ຟື້ນຟູໄພທໍາມະຊາດ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະ ມີຄວາມໝາຍສໍາຄັນ. ມາຮອດ ປັດຈຸບັນ, LaoVietBan ໄດ້ໃຫ້ການຊ່ວຍເຫຼືອສັງຄົມຢູ່ ລາວ ດ້ວຍມູນຄ່າຫຼາຍກວ່າ 100 ຕື້ກີບ.

ເພື່ອຮັບຮູ້ໄດ້ຄວາມພະຍາຍາມຂອງບັນດາພະນັກງານ-ລັດຖະກອນ ແຕ່ລະສະໃໝ LaoVietBan ໃນຕະຫຼອດ 25 ປີຜ່ານມາ, ພັກ ແລະ ລັດລາວ ໄດ້ມອບນາມມະຍົດ ແລະ ການຍ້ອງຍໍອັນສູງສົ່ງ ຈໍາ ນວນຫຼາຍໃຫ້ LaoVietBan. ພິເສດ, ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງ LaoVietBan ສືບຕໍ່ເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈາກລັດ ຖະບານແຫ່ງ ສປປ ລາວ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ດ່າວ ມິງຕູ ຮອງຜູ້ອໍານວຍການໃຫຍ່ ທະນາຄານ ແຫ່ງລັດຫວຽດນາມ ໄດ້ກ່າວຮັບຮູ້ ແລະ ຕີລາຄາສູງ ກ່ຽວກັບບັນດາຜົນງານທີ່ໜ້າເພິ່ງພໍໃຈ ທີ່ບັນດາພະ ນັກງານແຕ່ລະສະໃໝ LaoVietBan ໄດ້ຮ່ວມກັນເພີ່ມພູນຄູນສ້າງ. LaoVietBan ລ້ວນແຕ່ນໍາໜ້າ ໃນຂົງເຂດການຮ່ວມມືດ້ານທະນາຄານ ລະຫວ່າງ ສອງປະເທດ, ປະຕິບັດໄດ້ເປັນຢ່າງດີ ບັນດາແຜນ ການ, ທິດທາງຂອງສອງພັກ, ສອງລັດ, ສອງລັດຖະບານ. ສະໜອງບັນດາການບໍລິການ ການເງິນທະນາ ຄານ ທີ່ສະດວກ, ທັນສະໃໝທີ່ສຸດໃຫ້ແກ່ລູກຄ້າ ໄດ້ຊົມໃຊ້...

ພ້ອມກັນນີ້, ສະຫາຍ ນາງ ຫວາດສະໜາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຄວາມພະຍາຍາມຢ່າງໃຫຍ່ຫຼວງ, ຜົນງານອັນ ຍິ່ງໃຫຍ່ ແລະ ການປະກອບສ່ວນທີ່ຕັ້ງໜ້າຂອງ LaoVietBan, ພ້ອມທັງຊີ້ນໍາ ບັນດາໜ້າທີ່ຂອງ LaoVietBan ຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າ ລວມມີ: ປະຕິບັດຍຸດທະສາດພັດທະນາທຸລະກິດໄລຍະປີ 2021-2025, ກໍານົດທິດປີ 2030, ເພີ່ມທະວີກໍາລັງຄວາມສາມາດການບໍລິຫານລະບົບ ແລະ ຍົກສູງຄຸນນະພາບສິນເຊື່ອ, ປ່ຽນແປງໃໝ່ ແລະ ໝູນໃຊ້ເຕັກໂນໂລຊີສູງ ໃນການເຄື່ອນໄຫວທະນາຄານ, ຍົກສູງກໍາລັງຄວາມສາມາດດ້ານການເງິນ...

ທະນາຄານ LaoVietBan ຈະສືບຕໍ່ສືບທອດ, ເພີ່ມທະວີເສີມຂະຫຍາຍບັນດາຄຸນຄ່າທຸລະກິດ, ວັດທະນະທໍາ ຊຶ່ງບັນດາພະນັກງານລຸ້ນກ່ອນຂອງ LaoVietBan ກໍ່ສ້າງ ໃນຕະຫຼອດ 25 ປີທີ່ຜ່ານມາ, ນັ້ນແມ່ນການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີສະໜິດແໜ້ນ, ສ້າງເຮືອນລວມອັນດຽວກັນ, ນໍາໜ້າປ່ຽນແປງໃໝ່, ແທດເໝາະ ແລະ ຜ່ານຜ່າຄວາມຫຍຸ້ງຍາກ ໃນການເຮັດທຸລະກິດ, ເດີນທາງ ຮ່ວມກັນ ແບ່ງປັນໃນການຮ່ວມມືກັບລູກຄ້າ, ເຫັນອົກເຫັນໃຈ ແບ່ງປັນ ແລະ ຄວາມຮັບຜິດຊອບກັບວົງ ຄະນາຍາດ ເພື່ອ LaoVietBan ກາຍເປັນນິຕິກໍາໜຶ່ງທີ່ທັນສະໄໝ ໃນແຖວໜ້າຂອງທະນາຄານຢູ່ລາວ, ປະກອບສ່ວນຢ່າງຕັ້ງໜ້າ ໃນການຮ່ວມມືເສດຖະກິດຂອງວິສາຫະກິດ ສອງປະເທດ, ການພັດທະນາ ຂອງລະບົບທະນາຄານລາວ ແລະ ການພັດທະນາເສດຖະກິດສັງຄົມ ຂອງປະເທດລາວ ທີ່ສວຍງາມ.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ