28 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸ-ໂທລະພາບແຂວງຜົ້ງສາລີ

28 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸ-ໂທລະພາບແຂວງຜົ້ງສາລີ (ເນື່ອງໃນໂອກາດ ວັນສ້າງຕັ້ງສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ ຄົບຮອບ 28 ປີ(20 ທັນວາ 1996–20 ທັນວາ 2024)

28 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸ-ໂທລະພາບແຂວງຜົ້ງສາລີ (ເນື່ອງໃນໂອກາດ ວັນສ້າງຕັ້ງສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ ຄົບຮອບ 28 ປີ(20 ທັນວາ 1996–20 ທັນວາ 2024)
ໂດຍ: ສົມຄິດ ແກ້ວນວນລາ ສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ (ວ ທ ຜ) ສ້າງຕັ້ງຂຶ້ນໃນວັນທີ 20 ທັນວາ 1996 ຊຶ່ງຕັ້ງຢູ່ ບ້ານໂພນແກ້ວເມືອງຜົ້ງສາລີ ເທດສະບານແຂວງເກົ່າ, ເປັນສະຖານີທີ່ຂຶ້ນກັບ ພະແນກ ຖວທ ແຂວງຜົ້ງສາລີ,

ມີພາລະບົດບາດທຽບເທົ່າກັບບັນດາຂະແໜງໃນພະແນກ ຖວທ ແຂວງ ໄດ້ເຄື່ອນໄຫວປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນເປັນຕົ້ນນແມ່ນອອກແຮງໂຄສະນາ, ເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໜາຍຂອງລັດ,ໂຄສະນາສຶກສາອົບຮົມ,ປຸກລະດົມຊວນເຊື່ອພົນລະເມືອງທຸກຊັ້ນຄົນໃນສັງຄົມໃຫ້ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະເສດຖະກິດ-ສັງຄົມຂອງລັດ, ວຽກງານປ້ອງກັນຊາດ, ປ້ອງການຄວາມສະຫງົບ ໃນແຕ່ລະໄລຍະ ຕອບໂຕ້ທຸກຖ້ອຍທຳນອງການໂຄສະນາໃສ່ຮ້າຍປ້າຍສີບິດເບືອນຄວາມຈິງຂອງພວກຄົນບໍ່ດີອັນໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດລວມຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ, ຕຳນິຕິຊົມຕໍ່ການກະທໍາທີ່ເປັນການລະເມີດລະບຽບກົດໜາຍ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມຢ່າງຕັ້ງໜ້າ, ພ້ອມກັນນັ້ນກໍໄດ້ເຜີຍແຜ່ຂໍ້ມູນຂ່າວສານເຫດການທີ່ເກີດຂຶ້ນ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມຊຶ່ງໃນແຕ່ລະໄລຍະກໍໄດ້ປັບປຸງ, ຍົກລະດັບພາຫະນະຂອງສື່ມວນຊົນ(ວິທະຍຸ, ໂທລະພາບ ແລະ ໂທລະໂຄ່ງ)ໃຫ້ສາມາດກະຈາຍຮັບໃຊ້ໜ້າທີ່ການເມືອງຢ່າງຕໍ່ເນື່ອງຕິດພັນກັບການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານທີ່ເຮັດວຽກງານສື່ມວນຊົນໃຫ້ສົມຄູ່ກັບຍຸກເຕັກໂນໂລຊີທີ່ທັນສະໄໝ ແລະ ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ ສ້າງທຸກເງື່ອນໄຂ້ເຮັດໃຫ້ວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າ ແລະ ທັນສະໄໜຂຶ້ນເລື້ອຍໆ.
ໄລຍະສ້າງຕັ້ງທຳອິດປີ1996-2005: ໄລຍະນີ້ເອີ້ນວ່າຂະແໜງຖະແຫຼງຂ່າວ ທີ່ຮັບຜິດຊອບວຽກງານສະຖານີວິທະຍຸ-ໂທລະພາບແຂວງປີ 1996 ແມ່ນກະຈາຍລະບົບວິທະຍຸໃຊ້ເສົາອັງແຕນສູງ 65 ແມັດ, ກະຈາຍດ້ວຍລະບົບອານາລ໋ອກ ຄື້ນ FM 100.8 Mhzດ້ວຍເຄື່ອງສົ່ງ 100 w, ກະຈາຍກວມພື້ນທີ່ 10 ບ້ານເທດສະບານແຂວງເກົ່າ ເມືອງຜົ້ງສາລີ, ມີຜູ້ໄດ້ຮັບຟັງ 6,960 ຄົນ, ກະຈາຍ 4 ຊົ່ວໂມງ ຕໍ່ວັນ, ມີ 2 ລາຍການ. ພ້ອມທັງກະຈາຍໂທລະໂຄ່ງ 4 ຊົ່ວໂມງຕໍ່ວັນ.ໂທລະພາບ ນັບແຕ່ມື້ສ້າງຕັ້ງແມ່ນກະຈາຍດ້ວຍລະບົບອານາລ໋ອກ ໃຊ້ເຄື່ອງສົ່ງ 300 w ກວມພື້ນທີ່ໃນ 11 ເທດສະບານຂອງແຂວງເກົ່າ ເມືອງຜົ້ງສາລີ, ມີຜູ້ໄດ້ຮັບຟັງ 7,305 ຄົນ ມີ 1 ລາຍການຂ່າວ. ໄລຍະກ່ອນການກໍ່ສ້າງສະຖານີຈົນຮອດປີ1996 ໂດຍແມ່ນ ທ່ານ ວັນ ສົມສະກຸນ ເປັນຫົວໜ້າຂະແໜງຖະແຫຼງຂ່າວ ທີ່ແບ່ງອອກເປັນໜ່ວຍງານຄື: ໜ່ວຍວິທະຍຸ-ໂທລະພາບແຂວງ (ສະຖານີວິທະຍຸ-ໂທລະພາບແຂວງໃນປັດຈຸບັນ) ແລະ ໜ່ວຍງານໂທລະໂຄ່ງທີ່ມີສູນຄວບຄຸມການກະຈາຍໂທລະໂຄ່ງຢູເຂດສີ່ແຍກຫຼັກສູນ ເມືອງຜົ້ງສາລີ ທີ່ຮັບສັນຍານຈາກວິທະຍຸແຂວງ ແລະ ກະຈາຍອອກທາງໂທລະໂຄ່ງໃນເທດສະບານແຂວງເກົ່າຊຶ່ງສະຖານີໄລຍະນີ້ມີພະນັກງານທັງໝົດ 8 ຄົນ ຍິງ 1 ຄົນ. ໄລຍະກໍ່ສ້າງສຳເລັດ ແລະ ເປີດການກະຈາຍປີ1996-2008 ນີ້ ແມ່ນທ່ານ ບຸນຈັນ ແພງສະຫວັດ ເປັນຫົວໜ້າສະຖານີ ມີພະນັກງານທັງໝົດ 9 ຄົນ ຍິງ 3 ຄົນ.
ໄລຍະປີ2006-2015: ວັນທີ 1 ມິຖຸນາ 2008 ແມ່ນໄດ້ຮັບການຊ່ວຍເຫຼືອຈາກສປ ຈີນ ໄດ້ມາຊ່ວຍປັງປຸງມອບເຄື່ອງສົ່ງວິທະຍຸ ຕິດຕັ້ງ 3 Kw ກວມພື້ນທີ 342 ບ້ານ ໃນ 5 ເມືອງຂອງແຂວງ, ກວມ 75% ຂອງເນື້ອທີ່ທົ່ວແຂວງ, ຈັດລາຍການອອກອາກາດ 17 ຊົ່ວໂມງຕໍ່ວັນ, ມີ 15 ລາຍການ ໃນນັ້ນລາຍການສະຖານີມີ 2 ລາຍການ ແລະ ລາຍການເປົ້າໝາຍສະເພາະກົມກອງ, ພະແນກການຂອງແຂວງມາຈັດຮ່ວມ 13 ລາຍການ ແລະ ຄຽງຄູ່ກັບການກະຈາຍໂທລະໂຄ່ງໃນເທດສະບານແຂວງເກົ່າ 4 ຊົ່ວໂມງ 30 ນາທີ ຕໍ່ວັນ. ແຕ່ການດຳເນີນການກະຈາຍໄດ້ເກີດມີໄພທຳມະຊາດ ຖືກຟ້າຜ່າເຄື່ອງສົ່ງຫຼາຍຄັ້ງ ຈຶ່ງເຮັດໃຫ້ຄຸນນະພາບເຄື່ອງຫຼຸດລົງ ແລະ ພື້ນທີ່ກະຈາຍກໍຫຼຸດລົງ ມີການແປງຫຼາຍຄັ້ງ ແລະ ເປ່ເພ. ມາຮອດວັນທີ 10 ມິຖຸນາ ປີ 2012 ແຂວງເຊີນລາ ສສ ຫວຽດນາມໄດ້ນຳເອົາອຸປະກອນສະຖານີວິທະຍຸອານາລອ໋ກ ແລະ ໂທລະໂຄ່ງດີຈີຕອນມາຊ່ວຍປ່ຽນຖ່າຍຕິດຕັ້ງໃຫ້ ມູນຄ່າ 2 ຕື້ດົງ ດ້ວຍເຄື່ອງສົ່ງວິທະຍຸ 1 Kw ກວມພື້ນທີ່ຂອງບາງບ້ານໃນ 5 ເມືອງ ເທົ່າກັບ 30% ຂອງພື້ນທີ່ຂອງແຂວງ ແຕ່ຍ້ອນເຄື່ອງເກົ່າແກ່ຊຸດໂຊມ ສ້ອມແປງຫຼາຍຄັ້ງເຮັດໃຫ້ພື້ນທີ່ການກະຈາຍຄ່ອຍຫຼຸດໜ້ອຍຖອຍລົງ. ສຳລັບໂທລະພາບຮອດວັນທີ 1 ມິຖຸນາ 2008 ສປ ຈີນໄດ້ມາຊ່ວຍປັບປຸງມອບເຄື່ອງສົ່ງຕິດຕັ້ງ 500 w ກວມພື້ນທີ່ເທດສະບານແຂວງແຕ່ເພີ່ມບ້ານອ້ອມຂ້າງຕື່ມລວມເປັນ 34 ບ້ານ, ມີຜູ້ໄດ້ຮັບຊົມ 12,906 ຄົນ. ໄລຍະປີ2008-2012 ນີ້ ແມ່ນທ່ານ ນາງ ວັນນະລີ ເຈັ່ນຄຳເຫຼັກ ເປັນຫົວໜ້າສະຖານີ ມີພະນັກງານທັງໝົດ 9 ຄົນ ຍິງ 3 ຄົນ. ໄລຍະປີ 2013 - ວັນທີ20 ກັນຍາ 2019 ນີ້ ແມ່ນທ່ານ ສົມຈັນ ດວງດາບຸດ ເປັນຫົວໜ້າສະຖານີ ມີພະນັກງານທັງໝົດ 13 ຄົນ ຍິງ 5 ຄົນ.
ໄລຍະປີ2015-2025: ປີ 2018 ໄດ້ມີການແຍກອອກເປັນສອງຂະແໜງຄື: ຂະແໜງຖະແຫຼງຂ່າວ ແລະ ສະຖານີວິທະຍຸ - ໂທລະພາບແຂວງ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຖວທ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຜົ້ງສາລີ ເລກທີ682/ຖວທ ລົງວັນທີ 19 ມິຖຸນາ 2018 ຊຶ່ງມີ 11 ພາລະບົດບາດ ແລະ ໜ້າທີ່ສຳຄັນ. ສຳລັບການກະຈາຍອອກອາກາດໄລຍະນີ້ແມ່ນເຄື່ອງສົ່ງຖືກຟ້າຜ່າໃນວັນທີ 2 ເມສາ 2020 ເຮັດໃຫ້ເຄື່ອງເປ່ເພ ປັດຈຸບັນກະຈາຍໄດ້ກວມພື້ນທີ່ພຽງ 14 ບ້ານ ໃນເມືອງຜົ້ງສາລີ, ມີຜູ້ໄດ້ຮັບຟັງ 23,745 ຄົນ ເທົ່າກັບ 2,7%ຂອງເນື້ອທີ່ທົ່ວແຂວງ, ມີ 17 ລາຍການ ໃນນັ້ນລາຍການສະຖານີມີ 7 ລາຍການ ແລະ ລາຍການເປົ້າໝາຍສະເພາະກົມກອງ, ພະແນກການຂອງແຂວງ ແລະ ເມືອງຜົ້ງສາລີມາຈັດຮ່ວມ 10 ລາຍການ. ສ່ວນລະບົບໂທລະໂຄ່ງແມ່ນມອບໃຫ້ເມືອງຜົ້ງສາລີກະຈາຍນັບແຕ່ວັນທີ 11 ກໍລະກົດ 2023 ເປັນຕົ້ນມາ.ວຽກໂທລະພາບມາຮອດປີ 2017 ບໍລິສັດເຄເບິນທີວີຜົ້ງສາລີ ຕັ້ງຢູ່ເທດສະບານແຂວງເກົ່າ ໄດ້ເຂົ້າມາຊ່ວຍຕິດຕັ້ງເຄື່ອງສົ່ງໂທລະພາບທີ່ເຊື່ອມກັບລະບົບເຄເບິນ ໂດຍຈັດໃຫ້ໂທລະພາບແຂວງຜົ້ງສາລີອອກອາກາດ 1 ຊ່ອງ ທີ່ເປັນຊ່ອງທີ 1 ຂອງເຄເບິນ, ກະຈາຍໃນບັນດາບ້ານເທດສະບານແຂວງເກົ່າ, ມີ 2 ລາຍການ: ລາຍການຂ່າວ ແລະ ລາຍການສິລະປະບ້ານເຮົາ ແລະ ລະບົບໂທລະພາບອານາລ໋ອກໄດ້ຢຸດການກະຈາຍ. ຈົນມາຮອດ ວັນທີ 2 ເມສາ 2020 ຟ້າຜ່າສະຖານີ ແລະ ເຄື່ອງສົ່ງຂອງເຄເບິນ ເຮັດໃຫ້ການເຊື່ອມຕໍ່ຂອງຊ່ອງຜົ້ງສາລີເຂົ້າກັບເຄເບິນເປ່ເພ ເພາະເຄື່ອງດັ່ງກ່າວແມ່ນນຳເຂົ້າຈາກ ສປ ຈີນ ແຕ່ຍ້ອນພະຍາດ ໂຄວິດ-19 ລະບາດຢູ່ ສປ ຈີນ ຈຶ່ງບໍ່ສາມາດເອົາເຄື່ອງໄປສ້ອມແປງໄດ້ ແລະ ບໍລິສັດເຄເບິນກໍຢຸດໃຫ້ການບໍລິການ ຈຶ່ງໄດ້ຢຸດການກະຈາຍ. ມາຮອດປີ 2022 ປ່ຽນຊື່ເອີ້ນມາເປັນ ກອງວິຊາການວິທະຍຸ-ໂທລະພາບແຂວງ ຈົນເຖິງປັດຈຸບັນ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຜົ້ງສາລີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຜົ້ງສາລີ ເລກທີ 819/ຂຜລ ລົງວັນທີ 12 ກັນຍາ 2022 ຊຶ່ງມີ 13 ພາລະບົດບາດ ແລະ ໜ້າທີ່ສຳຄັນ. ໄລຍະແຕ່ວັນທີ 20 ກັນຍາ ປີ 2019-ປັດຈຸບັນ ແມ່ນທ່ານ ນາງ ຄຳມະລາ ຍີນດາລາຄຳ ເປັນຫົວໜ້າສະຖານີ ມີພະນັກງານທັງໝົດ 9 ຄົນ, ຍິງ 3 ຄົນ.
ການກະຈາຍສື່ອອນລາຍຂອງສະຖານີ:ສື່ອອນລາຍແມ່ນເລີ່ມສ້າງຂຶ້ນວັນທີ 24 ກັນຍາ 2018 ໄດ້ສ້າງໜ້າເຟສບຸກເພຈ facebookແລະ youtube ສະເພາະຂອງສະຖານີ ຂຶ້ນ, ມາຮອດວັນທີ 27 ສິງຫາ ປີ 2024 ໄດ້ເພີ່ມຊ່ອງທາງ ເວັບໄຊ https://dictphongsaly.gov.la ແລະ Tiktokສະເພາະເພື່ອກະຈາຍຂ່າວ, ລາຍການອອກສູ່ສັງຄົມທາງອອນລາຍ ຊຶ່ງຕະຫຼອດໄລຍະຜ່ານມາ ສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ ໄດ້ປະກອບສ່ວນຕາມພາລະບົດບາດເປັນກະບອກສຽງຂອງພັກ-ລັດ ມອບໃຫ້ຢ່າງຕັ້ງໜ້າ ຊຶ່ງມັນສະແດງອອກ ແຕ່ລະປີສາມາດເຄື່ອນໄຫວເກັບກຳຂໍ້ມູນມາຂຽນເປັນຂ່າວໄດ້ 350 ກວ່າຂ່າວຕໍ່ປີ, 25 ບົດຕໍ່ປີ, ກະຈາຍວິທະຍຸໄດ້ 5 ພັນກວ່າຊົ່ວໂມງຕໍ່ປີ, ກະຈາຍໂທລະພາບ 1 ພັນກວ່າຊົ່ວໂມງຕໍ່ປີ, ກະຈາຍໂທລະໂຄ່ງຂອງສະຖານີ 2 ພັນກວ່າຊົ່ວໂມງຕໍ່ປີ; ປັດຈຸບັນມີຜູ້ຕິດຕາມສື່ອອນລາຍສະຖານີ 50 ພັນກວ່າຄົນຕໍ່ປີ, ມີຜູ້ເຂົ້າຊົມ ແລະ ອ່ານຂ່າວໜ້າສື່ອອນລາຍຂອງສະຖານີ 4 ລ້ານກວ່າເທື່ອຄົນຕໍ່ປີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ