![]() |
ໃນພິທີ, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຄວາມເປັນຫ່ວງເປັນໄຍຂອງຄະນະນໍາກະຊວງການຕ່າງປະເທດ ຕໍ່ປະຊາຊົນ ທີ່ອາໄສຢູ່ເຂດທີ່ໄດ້ຮັບຜົນກະທົບ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ, ຊັບສິນ, ເນື້ອທີ່ທຳການຜະລິດ ແລະ ພື້ນຖານໂຄງລ່າງໄດ້ຮັບການເສຍຫາຍເປັນຈຳນວນຫຼວງຫຼາຍ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ນ. ຟອງສະໝຸດ ອັ່ນລາວັນ ພ້ອມດ້ວຍຄະນະທີ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມດັ່ງກ່າວໄປມອບໃຫ້ປະຊາຊົນແຂວງໄຊສົມບູນ, ເຊິ່ງເປັນການປະກອບສ່ວນທີ່ສຳຄັນເພື່ອນໍາໄປຊ່ວຍເຫຼືອ ແລະ ມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວຢ່າງທົ່ວເຖິງ. ພ້ອມກັນນີ້, ທ່ານ ເຈົ້າແຂວງຍັງໄດ້ແຈ້ງໃຫ້ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ຮັບຊາບໂດຍຫຍໍ້ກ່ຽວກັບສະພາບໝູ່ບ້ານທັງໝົດທົ່ວແຂວງທີ່ໄດ້ຮັບຜົນກະທົບ, ມີຈໍານວນຜູ້ເສຍຊີວິດ, ເນື້ອທີ່ປູກຝັງ, ສັດລ້ຽງ ແລະ ພື້ນຖານໂຄງລ່າງຈຳນວນຫຼວງຫຼາຍ.
![]() |
ພ້ອມດຽວກັນນັ້ນ, ໃນວັນທີ 13 ພະຈິກ 2025 ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຍັງໄດ້ພົບປະແລກປ່ຽນກັບພະແນກການຕ່າງປະເທດ ແລະ ຄະນະສະຫະພັນແມ່ຍິງແຂວງໄຊສົມບູນ ເນື່ອງໃນໂອກາດທີ່ເດີນທາງມາເຄື່ອນໄຫວໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດວຽກງານຂະແໜງການຕ່າງປະເທດ ຕາມພາລະບົດບາດ ເຊິ່ງມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ. ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີຄໍາເຫັນແລກປ່ຽນ ແລະ ໃຫ້ທິດນໍາເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂະແໜງການຕ່າງປະເທດລະຫວ່າງສູນກາງ ແລະ ທ້ອງຖິ່ນມີຄວາມກົມກຽວໄປໃນທິດທາງດຽວກັນໂດຍສະເພາະແມ່ນ ກົນໄກຂອດການປະສານງານຂອງສອງພາກສ່ວນມີຄວາມໂລ່ງລ່ຽນ, ເປັນເອກະພາບ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ຂ່າວ, ກະຊວງການຕ່າງປະເທດ


ຄໍາເຫັນ