ຢ້ຽມຢາມຫໍມູນເຊື້ອກົມໂຄສະນາສູນກາງແນວລາວສ້າງຊາດໃນວັນທີ 14 ສິງຫານີ້ໂດຍທ່ານຈິດຕະພົງໂພທິລັກຫົວໜ້າພະແນກຫໍມູນເຊື້ອກົມໂຄສະນາສູນກາງແນວລາວສ້າງຊາດໃຫ້ການຕ້ອນຮັບ.
ການທັດສະນະສຶກສາຄັ້ງນີ້ ເພື່ອເປັນການສະແດງຄວາມເຄົາລົບຕໍ່ທ່ານປະທານສຸພານຸວົງ ກໍຄືບັນດາທ່ານການນໍາປະຕິວັດຮຸ່ນທໍາອິດຂອງປະເທດຊາດ;ເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນຕ່າງໆຂອງພັກ-ຂອງຊາດ; ເວົ້າລວມ, ເວົ້າສະເພາະພາຍໃນເດືອນສິງຫານີ້ຄື: ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 74 ປີ, ວັນສື່ມວນຊົນລາວແລະການພິມຈຳໜ່າຍຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024), ວັນລັດຖະທຳມະນູນ(15 ສິງຫາຄົບຮອບ 33 ປີ)ແລະວັນຢຶດອຳນາດ 23 ສິງຫາເພື່ອໃຫ້ເປັນຂະບວນຟົດຟື້ນແລະມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງກວ້າງຂວາງຂຶ້ນ. ໃນນັ້ນ, ການທັດສະນະສຶກສາໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ, ຮຽນຮູ້ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດນັບແຕ່ອະດີເຖິງປັດຈຸບັນ, ຊົມຮູບພາບ, ຊົມສາລະຄະດີຮູບເງົາມູນເຊື້ອແນວລາວສ້າງຊາດ ແລະ ອື່ນໆ.
ທ່ານຈິດຕະພົງໂພທິລັກໄດ້ລາຍງານວ່າ: ອົງການແນວລາວສ້າງຊາດເປັນອົງການທີ່ສືບທອດແລະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະແລະແນວລາວຮັກຊາດໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ຊຶ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາຊົນເຜົ່າເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນແລະການປະຕິບັດສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນປັດຈຸບັນ;ທ່ານປະທານສຸພານຸວົງເປັນເຊື້ອເຈົ້າຜູ້ຮັກຊາດທີ່ຍິ່ງໃຫຍ່ເປັນຄັນທຸງເຕົ້າໂຮມກ້ອນກໍາລັງສາມັກຄີປອງດອງປະຊາຊົນລາວບັນດາຊົນເຜົ່າ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.ໃນນີ້, ປະທານສຸພານຸວົງໄດ້ດຳລົງຕຳແໜ່ງປະທານແນວລາວອິດສະຫຼະຜູ້ທໍາອິດ, ສືບຕໍ່ເປັນປະທານແນວລາວຮັກຊາດແລະປະທານແນວລາວສ້າງຊາດ.
ຂ່າວ-ພາບ: ວັນເພັງ
ຄໍາເຫັນ