ການຊໍາລະຄ່າທຳນຽມທາງປະຈໍາປີມີ 2 ຮູບແບບຄື: ຊໍາລະຜ່ານແອັບພີເຄຊັນຂອງບັນດາທະນາຄານ ຫຼື ເຂົ້າໄປຊໍາລະຢູ່ຫ້ອງການສ່ວຍສາອາກອນທີ່ໃກ້ບ້ານທ່ານ.
ສຳລັບສະຕິກເກີແມ່ນສາມາດນໍາໃຊ້ໄດ້ທັງ 2 ຮູບແບບຄື: ແບບແຜ່ນເຈ້ຍ (Sticker) ແລະ ແບບເອເລັກໂຕຣນິກ (E-Sticker).
ຂໍເຊີນຊວນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະທີ່ຍັງບໍ່ທັນໄດ້ເສຍຄ່າທຳນຽມທາງປະຈຳປີໃຫ້ຮີບຮ້ອນ ໃນການປະກອບສ່ວນຊຳລະຄ່າທຳນຽມທາງ ເພື່ອຊ່ວຍໃນການພັດທະນາ ແລະ ສ້າງສາປະເທດຊາດ.
ທີ່ມາ: ກະຊວງການເງິນ
ຄໍາເຫັນ