5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%
ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.

 

 

ມາຮອດວັນທີ 31 ພຶດສະພາ 2025 ມີຕອນດິນທີ່ຊໍາລະອາກອນຜ່ານລະບົບທະນາຄານຈໍານວນ 640,505 ຕອນ; ເກັບລາຍຮັບໄດ້ທັງໝົດ 102 ຕື້ກີບ ເທົ່າກັບ 36% ຂອງແຜນການປີ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 22% ເປັນເງິນ 19 ຕື້ກີບ. ຖ້າຫາກທ່ານບໍ່ສາມາດຊຳລະອາກອນທີ່ດິນຜ່ານລະບົບທະນາຄານໃນມືຖືຂອງບັນດາທະນາຄານໄດ້ຍ້ອນທີ່ດິນຂອງທ່ານຍັງບໍ່ທັນໄດ້ລົງທະບຽນເຂົ້າໃນລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRis).

ດັ່ງນັ້ນ, ທ່ານຕ້ອງໄດ້ກັອບປີ້ສຳເນົາໃບຕາດິນເຂົ້າໄປລົງທະບຽນ ແລະ ແຈ້ງອາກອນທີ່ດິນເຂົ້າໃນລະບົບ (TaxRIS) ຊຶ່ງສາມາດລົງທະບຽນ ແລະ ແຈ້ງມອບອາກອນທີ່ດິນຢູ່ 2 ບ່ອນຄື:

1. ຜ່ານປ່ອງບໍລິການຂອງສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ນະຄອນໃກ້ບ້ານທ່ານ

2. ຫ້ອງການປົກຄອງບ້ານບ່ອນຕອນດິນຕັ້ງຢູ່.

ພາຍຫຼັງໄດ້ປ້ອນຂໍ້ມູນເຂົ້າໃນລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ແລ້ວ ກໍຈະສາມາດຊຳລະຜ່ານແອັບທະນາຄານໄດ້ເພື່ອຄວາມສະດວກ ແລະ ວ່ອງໄວຂຶ້ນ.

ສຳລັບແຂວງທີ່ຍັງບໍ່ທັນສາມາດປ້ອນຂໍ້ມູນຕອນດິນ ແລະ ລາຄາປະເມີນຕອນດິນທີ່ໄດ້ຮັບຮອງຈາກສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ, ເຂົ້າໃນລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍພາສີທີ່ດິນ ສະບັບເລກທີ 01/ສປປ, ລົງວັນທີ 08 ພຶດສະພາ 2007 ໄປກ່ອນຈົນກວ່າຄະນະຈາກສູນກາງຈະລົງໄປແນະນໍາ.

ທີ່ມາ: ກະຊວງການເງິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ໃນວັນທີ 12 ກັນຍານີ້ ໂດຍມີສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະ ມົນຕີ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກສ, ສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະ ທານຄະນະກວດກາສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບທາບທາມຂັ້ນສູນກາງ, ມີສະຫາຍກໍາມະການສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດກໍາມະການສູນກາງພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ ປກສ, ຄະນະຮັບຜິດຊອບທາບທາມບຸກຄະລາກອນຂັ້ນສູນກາງ, ຜູ້ແທນຈາກກົມກອງກ່ຽວຂ້ອງເຂົ້າຮ່ວມ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ

ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຈຸດທີ 4 ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າໜ່ວຍງານທາບທາມຂັ້ນສູນກາງ, ມີບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຄະນະພັກອົງການ, ກອງພົນ, ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ ແລະ ລັດວິສາຫະກິດກອງທັບເຂົ້າຮ່ວມ.
ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະລົງຕິດຕາມການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ເພື່ອກະກຽມຄວາມພ້ອມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃນວັນທີ 11 ກັນຍານີ້ ທີ່ວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງກະຊວງ ປກສ, ຄະນະອຳນວຍການ 2 ວິທະຍາຄານ, ຄູຝຶກ ແລະ ນັກສຶກສາເຂົ້າຮ່ວມ.
6 ສິ່ງທີ່ຄວນຮູ້ໄປອອກແຮງງານຢູ່ຕ່າງປະເທດ  ເພື່ອປ້ອງກັນການຕົກເປັນເຫຍື່ອຂອງການຄ້າມະນຸດ

6 ສິ່ງທີ່ຄວນຮູ້ໄປອອກແຮງງານຢູ່ຕ່າງປະເທດ ເພື່ອປ້ອງກັນການຕົກເປັນເຫຍື່ອຂອງການຄ້າມະນຸດ

ຫຼາຍຄົນຢາກໄປເຮັດວຽກຢູ່ຕ່າງປະເທດເພື່ອຫາເງິນຊ່ວຍຄອບຄົວ ແລະ ສ້າງຖານະໃຫ້ຕົນເອງ ແຕ່ເຈົ້າຮູ້ບໍ່ວ່າ ເຈົ້າຕ້ອງລະວັງ ຫຼື ຄຳນຶງຫຍັງແນ່ໃນລະຫວ່າງການເດີນທາງ ເພື່ອບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງການຄ້າມະນຸດ. ສະນັ້ນ, ຄວນຮູ້ 6 ສິ່ງສຳຄັນດັ່ງຕໍ່ໄປນີ້:
ພະແນກການເງິນ ແຂວງສາລະວັນ ສໍາເລັດຊຸດຝຶກອົບຮົມຄວາມຮູ້ສະຖິຕິເອັກແຊວ

ພະແນກການເງິນ ແຂວງສາລະວັນ ສໍາເລັດຊຸດຝຶກອົບຮົມຄວາມຮູ້ສະຖິຕິເອັກແຊວ

ພະແນກການເງິນ ແຂວງສາລະວັນ ໄດ້ສໍາເລັດການຈັດຊຸດຝຶກອົບຮົມກ່ຽວກັບສະຖິຕິເອັກແຊວໃຫ້ແກ່ພະນັກງານ-ລັດຖະກອນ ໃນວັນທີ 10 ກັນຍາຜ່ານມາ ຢູ່ທີ່ສະໂມສອນຂອງຕົນ ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວສີພັນດອນ ຄະນະປະຈໍາພັກແຂວງ, ທ່ານ ໂມໂຕໂຍຊິ ທີ່ປຶກສາປະຈໍາສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ໃຫ້ກຽດເປັນວິທະຍາກອນ.
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝ VIII ຮອບທີ 3 ຈັດຂຶ້ນວັນທີ 11 ກັນຍາ ນີ້ ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ປະທານສະພາປະຊາຊົນ ນວ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນວ, ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ຍທຂ ທາບທາມບຸກຄະລາກອນເພື່ອສະໝັກເປັນຄະນະບໍລິຫານງານພັກກະຊວງຮອບທີ 3

ຍທຂ ທາບທາມບຸກຄະລາກອນເພື່ອສະໝັກເປັນຄະນະບໍລິຫານງານພັກກະຊວງຮອບທີ 3

ກອງປະຊຸມທາບທາມບຸກຄະລາກອນເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ 3 ຈັດຂຶ້ນໃນວັນທີ 11 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາຄະນະປະຈໍາພັກກະຊວງ, ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ພາຍຫຼັງດໍາເນີນມາແຕ່ວັນທີ 10-11 ກັນຍາ 2025 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”, ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ​ແຂກ​ທີ່​ຖືກ​ເຊີນ​ຈາກ​ກະຊວງ ​ແລະ ອົງການ​ອ້ອມ​ຂ້າງ​ສູນ​ກາງ​, ບັນດາ​ສະຫາຍ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຕາງໜ້າອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາສະຫາຍຜູ້​ແທນ​ສົມບູນ ​ເຂົ້າ​ຮ່ວມ.
5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດຂຶ້ນທະບຽນວິສາຫະກິດໄດ້ທັງໝົດ 943 ຫົວໜ່ວຍ, ມີທຶນຈົດທະບຽນ 3,423.50 ຕື້ກີບ. ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 233 ຫົວໜ່ວຍ, ມີທຶນຈົດທະບຽນ 1,124.10 ຕື້ກີບ; ການຄ້າ 472 ຫົວໜ່ວຍ, ມີທຶນຈົດທະບຽນ 944.14 ຕື້ກີບ ແລະ ວິສາຫະກິດທີ່ເຮັດການບໍລິການ 238 ຫົວໜ່ວຍ, ມີທຶນຈົດທະບຽນ 1,355.25 ຕື້ກີບ. ພ້ອມນີ້, ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ເອົາໃຈໃສ່ເປັນເຈົ້າການຄຸ້ມຄອງຖານສະຖິຕິຂໍ້ມູນໂຮງງານທີ່ມີແລ້ວໃນທົ່ວແຂວງ ແລະ ໂຮງງານທີ່ສ້າງຕັ້ງໃໝ່ໃຫ້ເປັນລະບົບ; ຊຸກຍຸ້ ແລະ ປັບປຸງໂຄງລ່າງພື້ນຖານອຸດສາຫະກໍາຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອເພີ່ມຂີດຄວາມສາມາດ ຂອງຜູ້ປະກອບການຜະລິດປຸງແຕ່ງໃຫ້ສາມາດຕອບສະໜອງການຊົມໃຊ້ພາຍໃນ ຊຶ່ງເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສາມາດປະຕິບັດໄດ້ 1,602 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 117.04% (ແຜນ 5 ປີ 738.11 ຕື້ກີບ).
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດປະຈຳປີ 2025 ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ (ຜູ້ປະຈໍາການ) ແລະ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ