ທ່ານ ຕູ້ສາວຊິ່ນ ຮອງຫົວໜ້າກົມພັດທະນາເຂດການຄ້າເສລີ ແລະ ເຂດແຄວ້ນພິເສດຂອງອົງການພາສີ ແຫ່ງ ສປ ຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ການປະຕິບັດວຽກງານຢູ່ຈຸດທົດລອງໃນໄລຍະເບື້ອງຕົ້ນ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການໃຫ້ເປັນຮູບປະທຳຢ່າງເປັນລະບຽບຢູ່ຈຸດທົດລອງ, ພ້ອມທັງໄດ້ສະສົມບົດຮຽນອັນປະເສີດ ເຊັ່ນ: ຈຸດທົດລອງໄດ້ປັບປຸງມາດຕະການກັກກັນກວດກາໝາກໄມ້ນຳເຂົ້າທີ່ໄດ້ຜ່ານການກັກກັນກວດກາຢູ່ຕ່າງປະເທດແລ້ວໃຫ້ກະທັດຮັດ, ຊຸກຍູ້ການຮັບຮອງຂໍ້ມູນຕິດຕາມຄຸ້ມຄອງຊຶ່ງກັນ ແລະ ກັນ, ພາຍໃຕ້ເງື່ອນໄຂທີ່ຮັບປະກັນຄວາມປອດໄພຂອງຜະລິດຕະພັນອາຫານ, ຫຼຸດເວລາຜ່ານດ່ານຂອງວິສາຫະກິດໃຫ້ໜ້ອຍລົງຢ່າງມີປະສິດທິຜົນ. ນັບມາຮອດປັດຈຸບັນ, ມີໝາກໄມ້ນຳເຂົ້າລວມທັງໝົດ 10,500 ງວດ ໄດ້ຜ່ານດ່ານດ້ວຍຮູບແບບດັ່ງກ່າວ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຄໍາເຫັນ