![]() |
ໃນນີ້, ມູນຄ່າຜະລິດຕະພັນທີ່ກວມເອົາຫຼາຍກວ່າໝູ່ແມ່ນ ຜະລິດຕະພັນແປ້ງມັນຕົ້ນກວມເອົາ 36.14%, ຮອງລົງມາຢາງພາລາ 33.24%, ກາເຟ 19,54% ແລະ ສິນຄ້າອື່ນໆ ກວມ 11.08%. ພ້ອມນັ້ນ, ກໍໄດ້ດໍາເນີນການລົງສໍາຫຼວດເນືິ້ອທີ່ດິນທີ່ແຂວງຕົກລົງເປັນເຂດອຸດສາຫະກໍາຕາມແຜນຈັດສັນທີ່ດິນ ໃນເນືິ້ອທີ່ 630 ເຮັກຕາ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າທ້ອງຕະຫຼາດໃຫ້ມີສະຖຽນລະພາບ ມີການສະໜອງສິນຄ້າໃຫ້ທົ່ວເຖິງ ຕອບສະໜອງກັບຄວາມຕ້ອງການໃນທົ່ວແຂວງ. ໃນໄລຍະ 5 ປີຜ່ານມາ ມີມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) 2,356.48 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 228% (ແຜນ 5 ປີ 1,034.89 ຕື້ກີບ).
![]() |
ທ່ານ ນາງ ວິລະຄອນ ບັນທະເວີ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ທົ່ວແຂວງເຊກອງ ມິຫົວໜ່ວຍວິສາຫະກິດທັງໝົດ 2,460 ຫົວໜ່ວຍ ມີທຶນຈົດທະບຽນທັງໝົດ 4,313.47 ຕື້ກີບ. ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 422 ຫົວໜ່ວຍ ມີທຶນຈົດທະບຽນ 1,462.58 ຕື້ກີບ; ການຄ້າ 1,428 ຫົວໜ່ວຍ ມີທຶນຈົດທະບຽນ 1,281.67 ຕື້ກີບ ແລະ ການບໍລິການ 610 ຫົວໜ່ວຍ ມີທຶນຈົດທະບຽນ 1,542.70 ຕື້ກີບ ແລະ ໄດ້ແຍກຕາມຂະໜາດວິສາຫະກິດ ຄື: ຈຸນລະວິສາຫະກິດ 1,506 ຫົວໜ່ວຍ ມີທຶນຈົດທະບຽນ 65.18 ຕື້ກີບ; ວິສາຫະກິດຂະໜາດນ້ອຍ 615 ຫົວໜ່ວຍ ມີທຶນຈົດທະບຽນ 318.18 ຕື້ກີບ, ວິສາຫະກິດຂະໜາດກາງ 166 ຫົວໜ່ວຍ ມີທຶນຈົດທະບຽນ 490.40 ຕື້ກີບ ແລະ ວິສາຫະກິດຂະໜາດໃຫຍ່ 233 ຫົວໜ່ວຍ ມີທຶນຈົດທະບຽນ 3,439.73 ຕື້ກີບ.
(ຂ່າວ: ສັນຍາ)
ຄໍາເຫັນ