5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

5 ປີ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ
ໃນ 5 ປີ (2026-2030) ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 8,039 ຕື້ກີບ ກວມເອົາ 36% ຂອງ GDP (ສະເລ່ຍປະມານ 1,608 ຕື້ກີບ/ປີ). ໃນນີ້, ການລົງທຶນຂອງລັດ 804 ຕື້ກີບ (ສະເລ່ຍ 161 ຕື້ກີບ/ປີ); ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 1,206 ຕື້ກີບ (ສະເລ່ຍ 241 ຕື້ກີບ/ປີ); ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6,029 ຕື້ກີບ (ສະເລ່ຍ 1,206 ຕື້ກີບ/ປີ).

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນນີ້ວ່າ: ທິດທາງລວມ ແລະ ຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງ ແມ່ນແຜນທີ່ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ XI ຂອງອົງຄະນະພັກແຂວງ ໂດຍຈະສຸມໃສ່ຍົກສູງລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ພັດທະນາແຂວງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ດໍາເນີນການຄຸ້ມຄອງ-ບໍລິຫານເສດຖະກິດ ຕາມກົນໄກຕະຫຼາດທີ່ມີການດັດສົມ ແລະ ຄຸ້ມຄອງຂອງລັດ ເພື່ອພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ເອົາໃຈໃສ່ພັດທະນາເສດຖະກິດ- ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືືນຍົງ; ເລັ່ງຈັດຕັັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ແລະ 03/ນຍ; ສ້າງສະພາບແວດລ້ອມ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດ ໂດຍສະເພາະການເຜີຍແຜ່ກ່ຽວກັບການປ່ຽນແປງດ້ານນິຕິກໍາ, ລະບຽບການ ທີ່ຕິດພັນກັັບວຽກງານວິສະຫະກິດ ແລະ ວຽກງານຂໍອະນຸຍາດດໍາເນີນທຸລະກິດ, ປະສານງານກັບຂັ້ນສູນກາງໃນການສ້າງ ແລະ ພັດທະນາລະບົບການຂຶ້ນທະບຽນວິສະຫະກິດ ທາງເອເລັກໂຕຣນິກ ໃຫ້ສໍາເລັດ ແລະ ສາມາດປະຕິບັດໄດ້ ເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ຫຼຸດຜ່ອນເວລາ ແນໃສ່ດຶງດູດການລົງທຶນເຂົ້າໃນຂະແໜງບູລິມະສິດ ໄປຄຽງຄູ່ກັບການສ້າງຄວາມເຊື່ອໝັັ້ນໃຫ້ຜູ້ລົງທຶນ; ສົ່ງເສີມການລົງທຶນຮ່ວມມືພາກລັດ-ເອກະຊົນ ທີ່ມີປະສິດຕິພາບ, ພ້ອມນັັ້ນ ກໍຄົ້ນຄວ້າ ປັບປຸງນະໂຍບາຍເອື້ອອໍານວຍ ແລະ ສ້າງແຮງຈູງໃຈ ດ້ວຍການພັດທະນາຂະແໜງການບູລິມະສິດ, ການເຊື່ອມໂຍງຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນ ແລະ ຮັບປະກັນການດໍາເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ; ສ້າງຄວາມກົມກຽວອັດຕາອາກອນ ເພື່ອຊຸກຍູ້ການເກັບລາຍຮັບ ລວມທັງຄວາມສາມາດໃນການຄາດຄະເນລາຍຮັບ ແລະ ອື່ນໆ.

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນ 5 ປີຜ່ານມາ (2021-2025) ແຂວງເຊກອງ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາໄດ້ທັງໝົດ 4,547.40 ຕື້ກີບ ປະຕິບັດໄດ້ລື່ນແຜນ 45.75% (ແຜນ 5 ປີ 3,120 ຕື້ກີບ). ໃນນັ້ນ, ການລົງທຶນຂອງລັດ 384.37 ຕື້ກີບ, ປະຕິບັດໄດ້ລື່ນແຜນ 54.36% (ແຜນ 5 ປີ 249 ຕື້ກີບ), ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) 444.47 ຕື້ກີບ, ປະຕິບັດໄດ້ລື່ນແຜນ 42.45% (ແຜນ 5 ປີ 312 ຕື້ກີບ) ແລະ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) 3,718.56 ຕື້ກີບ, ປະຕິບັດໄດ້ລື່ນແຜນ 45.14% (ແຜນ 5 ປີ 2,562 ຕື້ກີບ). ທຸກໆແຫຼ່ງທຶນທີ່ແຂວງລະດົມໄດ້ນັ້ນ ແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະ ການບໍລິການດ້ານຕ່າງໆ ເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ວຽກງານບໍລິການ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສໍາລັບການດໍາລົງຊີວິດໃນສັງຄົມ, ໂດຍສະເພາະ ແມ່ນການບໍລິການໃຫ້ມີຄວາມອາດ-ສະດວກ, ວ່ອງໄວ ເພື່ອໃຫ້ສັງຄົມມີຄວາມເພິ່ງພໍໃຈ ໃນການເຄື່ອນໄຫວວຽກງານອື່ນຢ່າງມີຜົນສໍາເລັດ.
ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ວັນທີ 15 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ,ໄດ້ມີພິທີ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ໃນໂອກາດວັນສະຖາປະນາ ສາທາລະນະລັດ ໄປຊາທິປະໄຕ ປະຊາຊົນລາວ (ວັນທີ່ 2 ທັນວາ) ຄົບຮອບ 50 ປີ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ.
ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ໃນວັນທີ 17 ທັນວານີ້, ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງປະທານ ຮອງເຈົ້າຄອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 17 ທັນວານີ້, ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ວັນທີ 16 ທັນວາຜ່ານມາ, ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພັນໂທ ອິນປອນ ບໍລິບູນ ຫົວໜ້າພະແນກໂຄສະນາ ກອງບັນຊາການທະຫານຊາຍແດນ ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ເພີ່ມເຕີມ