5 ປີ ອົງຄະນະພັກແຂວງເຊກອງ ສະໄໝທີ X ຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ

5 ປີ ອົງຄະນະພັກແຂວງເຊກອງ ສະໄໝທີ X ຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ

5 ປີ ອົງຄະນະພັກແຂວງເຊກອງ ສະໄໝທີ X ຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ
ໃນໄລຍະ 5 ປີ (2021-2025) ພາຍໃຕ້ການຳພາອັນສະຫຼາດສ່ອງໃສຂອງພັກ ກໍຄື ຂອງອົງຄະນະພັກແຂວງເຊກອງສະໄໝທີ X ເຮັດໃຫ້ການຈັດຕັ້ງພັກຂັ້ນຕ່າງໆ ຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ມູນເຊື້ອວິລະຊົນຄົນອາດຫານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານພົ້ນເດັ່ນ ອັນສໍາຄັນເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ ລວມເຖິງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ ແລະ ພັດທະນາດີຂຶ້ນເປັນກ້າວໆ.
5 ປ ອງຄະນະພກແຂວງເຊກອງ ສະໄໝທ X ຍາດໄດຜນງານຫາຍດານທພນເດນ - image 1
 

ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີ (2021-2025) ພາຍໃຕ້ການຳພາ ຂອງອົງຄະນະພັກແຂວງເຊກອງ ສະໄໝທີ X ເຮັດໃຫ້ຊີວິດ-ສັງຄົມທົ່ວແຂວງເຊກອງມີການຫັນປ່ຽນທີ່ຕັ້ງໜ້າ, ອົງການປົກຄອງແຂວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ທີ່ມີຫຫຼັກການຂອງພັກ, ບັນດາຄາດໝາຍຕ່າງໆ ທີ່ໄດ້ກຳນົດໄວ້ໃນມະຕິ X ຂອງອົງຄະນະພັກແຂວງ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ. ໃນນີ້, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ລົບຕິດລຽນ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປ້ອງກັນຊາດເຂັ້ມແຂງ. ພ້ອມນີ້, ກໍໄດ້ຫັນກໍາລັງ ປກຊ-ປກສ ຂັ້ນແຂວງ ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງ ແລະ ຫັນກຳລັງ ປກຊ-ປກສ ເມືອງ ລົງກໍ່ສ້າງຮາກຖານການເມືອງຢູ່ຈຸດສຸມພັດທະນາ ຕິດພັນກັບການປັບປຸງກໍາລັງກອງຫຫຼອນ, ປກສ ບ້ານ, ກຳລັງປ້ອງກັນຕົວ ແລະ ກຳລັງສຳຮອງ ຊຶ່ງສາມາດເປັນກໍາລັງເເຮງໃນການເເກ້ໄຂປະກົດການຫຍໍ້ທໍ້ຢູ່ຮາກຖານບ້ານ ເປັນຕົ້ນ, ແມ່ນບັນຫາເສບຕິດ, ການຄ້າມະນຸດ, ການທ້ອນໂຮມອາວຸດເສິກ ເເລະ ການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດໄດ້ຈໍານວນໜຶ່ງ; ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດເລີກຮື້ມ້າງຄະດີຄ້າ-ຂາຍຢາເສບຕິດໄດ້ 246 ລາຍ, ກັກຜູ້ຖືກຫາໄດ້ 247 ຄົນ ຍິງ 16 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 91,835 ເມັດ; ສ້າງຄອບຄົວປອດຢາເສບຕິດໄດ້ 8,456 ຄອບຄົວ, ສ້າງບ້ານປອດຢາເສບຕິໄດ້ 63 ບ້ານ ແລະ ສ້າງກົມກອງປອດຢາເສບຕິດ 2 ກົມກອງ.

5 ປ ອງຄະນະພກແຂວງເຊກອງ ສະໄໝທ X ຍາດໄດຜນງານຫາຍດານທພນເດນ - image 2
 

ພ້ອມນີ້, ກໍໄດ້ເອົາໃຈໃສ່ ແລະ ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງສູນກາງພັກ, ສະພາເເຫ່ງຊາດ ເເລະ ລັດຖະບານ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ 5 ປີບັນລຸໄດ້ 4.9%; ລະບົບການເງິນຫັນໄປສູ່ທັນສະໄໝເທື່ອລະກ້າວ, ການເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 1,732.74 ຕື້ກີບ ລື່ນແຜນເກືອບ 3 ເທົ່າຕົວ (ແຜນ 5 ປີຕັ້ງໄວ້ 480.78 ຕື້ກີບ), ດ້ານລາຍຈ່າຍປະຕິບັດໄດ້ 2,204.74 ຕື້ກີບ ທຽບໃສ່ແຜນ ປະຕິບັດລື່ນແຜນ 23% (ແຜນ 5 ປີ 1,778.92 ຕື້ກີບ); ຂະບວນການຜະລິດ (ປູກຝັງ-ລ້ຽງສັດ) ເປັນສິນຄ້າຂອງປະຊາຊົນ ໄດ້ຮັບການສົ່ງເສີມຢ່າງກ້ວາງຂວາງ ເເລະ ຟົດຟື້ນ, ເນື້ອທີ່ການຜະລິດນັບມື້ເພີ່ມຂຶ້ນ, ການລ້ຽງສັດໃຫຍ່ເປັນຟາມຂະຫຍາຍຕົວ, ມີບາງປະ ເພດຜົນຜະລິດກະສິກຳ ແຂວງສາມາດກຸ້ມຕົນເອງ ບໍ່ໄດ້ນຳເຂົ້າຈາກພາຍນອກ; ການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ຂຸດຄົ້ນ-ນໍາໃຊ້ຊັບພະຍາກອນທໍາມະຊາດ ຈາກບັນດາໂຄງການພັດທະນາຕ່າງໆຢ່າງເຂັ້ມງວດ; ການອອກໃບຕາດິນໄດ້ປະຕິບັດເປັນປົກກະຕິ ແລະ ສາມາດອອກໃບຕາດິນຖາວອນໄດ້ 19,002 ຕອນ. ພ້ອມນີ້, ກໍໄດ້ສຸມທຶນຮອນກໍ່ສ້າງພື້ນຖານໂຄງລ່າງດ້ານເສດຖະກິດຢ່າງຫຼວງຫຼາຍ ເຂົ້າໃນການພັດທະນາເສັ້ນທາງແຕ່ແຂວງ-ເມືອງ, ເມືອງຫາບ້ານ ແລະ ລະຫວ່າງບ້ານຕໍ່ບ້ານ ຊຶ່ງມາຮອດປັດຈຸບັນ ມີບ້ານທີ່ມີເສັ້ນທາງເຂົ້າເຖິງສາມາດທຽວໄດ້ 2 ລະດູ 170 ບ້ານ ກວມ 83.75%; ມີບ້ານທີ່ໄດ້ຊົມໃຊ້ນໍ້າປະປາໃນລະບົບ 37 ບ້ານ ກວມເອົາ 18%; ການຂະຫຍາຍນໍ້າລິນ ເເມ່ນໄດ້ອອກສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ເຮັດໃຫ້ປັດຈຸບັນອັດຕາຊົມໃຊ້ນໍ້າສະອາດຂອງປະຊາກອນກວມເອົາ 97.4%; ມີບ້ານໄດ້ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບ ກວມເອົາ 80.78% ແລະ ມີຫຼັງຄາເຮືອນໄດ້ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບ ກວມ 89.81% ຂອງຫຼັງຄາເຮືອນທັງໝົດທົ່ວແຂວງ; ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGs) ຂົງເຂດການສຶກສາບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 15 ຕົວຊີ້ວັດ); ຄຸນນະພາບການສຶກສາໄດ້ຮັບການປັບປຸງຍົກລະດັບ, ບັນຫາການຂາດຄູສອນ, ການປະລະການຮຽນຂອງນັກຮຽນໄດ້ຮັບການແກ້ໄຂດີຂຶ້ນເປັນລໍາດັບ; ພື້ນຖານໂຄງລ່າງການສຶກສາລະດັບສາມັນ ແລະ ວິຊາຊີບ ໄດ້ຮັບການປັບປຸງສ້ອມເເປງ-ກໍ່ສ້າງໃໝ່ ເເລະ ຂະຫຍາຍໄປສູ່ເຂດຊົນນະບົດຢ່າງມີຈຸດສຸມ, ຮັບປະກັນການເຂົ້າເຖິງການສຶກສາຂອງລູກຫຼານປະຊາຊົນບັນດາເຜົ່າໃນເກນອາຍຸເຂົ້າຮຽນຢ່າງເທົ່າທຽມ; ການພັດທະນາສາທາລະນະສຸກ ແລະ ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGS) ບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 11 ຕົວຊີ້ວັດ); ການບໍລິການປິ່ນປົວ ແລະ ຕາໜ່າງສາທາລະນະສຸກ ນັບມື້ຂະຫຍາຍຕົວໄປສູ່ຮາກຖານບ້ານເຂດຫ່າງໄກສອກຫຼີກ, ອັນພົ້ນເດັ່ນ ແມ່ນສາມາດປະກາດແຂວງຊຸມຊົນເປັນເຈົ້າການໃນດ້ານສຸຂະອະນາໄມ ແລະ ສາມາດສະກັດກັ້ນ-ຕ້ານຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ແຕ່ຫົວທີ; ວັດທະນາທຳອັນດີງາມ ຂອງບັນດາເຜົ່າໄດ້ຮັບການອະນຸລັກ, ບູລະນະ ແລະ ເສີມຂະຫຍາຍ, ການສ້າງຄອບຄົວ-ບ້ານວັດທະນະທໍາເພີ່ມຂຶ້ນທາງປະລິມານ ແລະ ຄຸນນະພາບ; ພື້ນຖານໂຄງລ່າງການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ໄດ້ຮັບການປັບປຸງ ແລະ ພັດທະນາ ໃນ 5 ປີ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງໄດ້ 285,602 ເທື່ອຄົນ ສາມາດສ້າງລາຍຮັບໄດ້ 19,917,252 ໂດລາສະຫາລັດ.

ສະຫາຍ ດົງເພັດ ພະຍົນ ຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດ ກໍຍັງມີດ້ານອ່ອນທີ່ຈະຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະການປະຕິບັດຕົວເລກຄາດໝາຍຂອງເເຜນພັດທະນາເສດຖະກິດ-ສັງຄົມ 5 ປີວາງໄວ້ ເຫັນວ່າມີບາງຕົວເລກຄາດໝາຍບໍ່ທັນບັນລຸ, ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາເເບບຍືນຍົງຂົງເຂດສຶກສາ ເເລະ ສາທາລະນະສຸກ, ການປະລະການຮຽນຂອງນັກຮຽນ, ການສ້າງຄອບຄົວ-ບ້ານວັດທະນະທໍາມີລັກສະນະເພີ່ມຂຶ້ນ ເເຕ່ຄຸນນະພາບຍັງບໍ່ທັນສົມຄູ່ກັບນາມມະຍົດ; ການຂຸດຄົ້ນ-ນໍາໃຊ້ທ່າເເຮງບົ່ມຊ້ອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຍັງບໍ່ທັນແຂງແຮງ; ການຈັດຕັ້ງປະຕິບັດວາລະເເຫ່ງຊາດ, ການແກ້ໄຂບັນຫາຢາເສບຕິດ, ການເເກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ຍັງບໍ່ທັນເປັນຮູບປະທໍາຕົວຈິງຫຼາຍຂຶ້ນ ຊຶ່ງເຫັນໄດ້ການນໍາເຂົ້າສິນຄ້າ-ເຄື່ອງອຸປະໂພກ-ບໍລິໂພກ, ການສ້າງຖານການຜະລິດເພື່ອທົດເເທນການນໍາເຂົ້າ ເເລະ ເປັນສິນຄ້າສົ່ງອອກຍັງຈໍາກັດ; ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາການເສບ, ການຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ