5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ

 

ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມຄະນະກຳມະການມໍລະດົກຄັ້ງທີ 47 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອໄປຮັບເອົາການຮັບຮອງມໍລະດົກໂລກແຫ່ງທີ 4 ແລະ ເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ ກໍຄືອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເປັນມໍລະດົກໂລກ ຮ່ວມຊາຍແດນທາງທຳມະຊາດ ຮ່ວມກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທໍາມະຊາດ ເມືອງໂບແຈັກ ແຂວງກວາງຈີ ຂອງ ສສ ຫວຽດນາມ ຈາກອົງການ UNESCO ຢ່າງເປັນທາງການໃນຄັ້ງວັນທີ 13 ກໍລະກົດ 2025, ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງທີ VI ໃນຄັ້ງວັນທີ 25 ກັນຍາ 2025, ໄດ້ນໍາພາຄະນະສິລະປະ-ນັກສະແດງລາວ ເຂົ້າຮ່ວມສະແດງທີ່ງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11 ທີ່ນະຄອນຊີອານ ແຂວງສ້ານຊີ ສປ ຈີນ ໃນຄັ້ງວັນທີ 15-18 ຕຸລາ 2025 ເພື່ອເຜີຍແຜ່ສິລະປະ-ວັດທະນະທໍາອັນດີງາມ ແລະ ອັນເປັນເອກະລັກຂອງຊາດລາວເຮົາ ໃຫ້ສາກົນໄດ້ຮັບຮູ້ຢ່າງກວ້າງຂວາງ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວຄັ້ງທີ 26 ທີ່ນະຄອນຫຼວງຣີຢາດ ປະເທດ ຊາອຸດິດ ອາຣັບບີ, ໄດ້ຊີ້ນຳ-ນຳພາ ຄະນະຮັບຜິດຊອບ ໂດຍສະເພາະຄະນະນັກສະແດງສິລະປະ ເພື່ອຮັບໃຊ້ວຽກງານ 3 ວັນປະຫວັດສາດ ທີ່ສຳຄັນຂອງຊາດລາວເຮົາ ຈົນໄດ້ຮັບໝາກຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້ ແລະ ໄລຍະ 6 ເດືອນຕົ້ນປີ 2026, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຈັດການສະແດງສິລະປະອັນຍິ່ງໃຫຍ່ ຮ່ວມກັບ ຄະນະສິລະປະຂອງ ສສ ຫວຽດນາມ ພາຍໃຕ້ຫົວຂໍ້ ລາວ-ຫວຽດນາມ ບົດເພງ ແຫ່ງມິດຕະພາບ ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,

ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ຕື່ມວ່າ: ໃນ 5 ປີຕໍ່ໜ້າ ຊຶ່ງເປັນໄລຍະເວລາແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເທື່ອທີ 10, ຈະສຸມໃສ່ການພັດທະນາເສດຖະກິດດ້ານວັດທະນະທໍາ ໂດຍນໍາໃຊ້ມໍລະດົກເປັນແຫຼ່ງກໍາລັງແຮງ ໃຫ້ແກ່ການພັດທະນາ, ສ້າງຄຸນຄ່າດ້ານເສດຖະກິດ ຕິດພັນກັບການບູລະນະ, ຮັກສາມໍລະດົກໃຫ້ມີຄວາມຍືນຍົງ, ປະສານສົມທົບລະຫວ່າງການຄຸ້ມຄອງ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກໂລກ ແລະ ມໍລະດົກແຫ່ງຊາດ ທີ່ໄດ້ຮັບການຢັ້ງຢືນ ຢ່າງມີປະສິດທິຜົນ-ນໍາເອົາຜົນປະໂຫຍດສູງສຸດມາໃຫ້ແກ່ສັງຄົມ. ໃນນັ້ນ, ວຽກງານທ່ອງທ່ຽວ ຈະສຸມໃສ່ຈັດຕັ້ງຜັນຂະຫຍາຍຢ່າງແຂງແຮງໃນການສົ່ງເສີມ, ພັດທະນາການທ່ອງທ່ຽວທີ່ຍືນຍົງຕາມທິດອຸດສາຫະກໍາສີຂຽວ ຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງເພນີອັນດີງາມຂອງຊາດ, ຂອງເຜົ່າ, ປະຫວັດສາດ ແລະ ບັນດາທ່າແຮງບົ່ມຊ້ອນຕ່າງໆທີ່ປະເທດມີ; ແກ້ໄຂສາຍພົວພັນໃນວຽກງານທ່ອງທ່ຽວໃຫ້ເປັນລະບົບ, ປະສານສົມທົບ ແລະ ຮັບປະກັນຢ່າງກົມກຽວ ລະຫວ່າງສາຍພົວພັນຂອງລັດ ໃນການບໍລິຫານ, ຄຸ້ມຄອງການທ່ອງທ່ຽວ ແລະ ປະສິດທິຜົນຂອງຕະຫຼາດທ່ອງທ່ຽວ, ການສະໜອງ ແລະ ຄວາມຕ້ອງການຂອງການທ່ອງທ່ຽວ, ການອະນຸລັກຮັກສາ ແລະ ພັດທະນາ, ການເຊື່ອມໂຍງ, ເຊື່ອມສານ ລະຫວ່າງການທ່ອງທ່ຽວພາຍໃນ ແລະ ພາກພື້ນ; ສຸມໃສ່ໂຄສະນາ-ແນະນໍາ ແລະ ດຶງດູດການທ່ອງທ່ຽວ ດ້ວຍຫຼາຍຮູບຫຼາຍສີຜ່ານສື່ຕ່າງໆ ຮັບປະກັນສິ່ງອໍານວຍຄວາມສະດວກ, ພື້ນຖານໂຄງລ່າງ, ຜະລິດຕະພັນການທ່ອງທ່ຽວ ທີ່ມີຄວາມຫຼາກຫຼາຍ ສົມທົບການມີສ່ວນຮ່ວມຂອງປະຊາຊົນ, ຊຸມຊົນ ແລະ ຄວາມປອດໄພ ໃນການທ່ອງທ່ຽວ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄໍາມ່ວນ ຊຸກຍູ້ວຽກງານເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງໄຊບົວທອງ

ຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V, ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ການເລືອກຕັ້ງຢູ່ເມືອງໄຊບົວທອງ ໃນວັນທີ 14 ມັງກອນ 2026ນີ້.
ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ລົງເບິ່ງພະພຸດທະຮູບທີ່ຄົ້ນພົບຢູ່ບ້ານເວີນຂາວ

ວັນທີ 13 ມັງກອນຜ່ານມານີ້, ທ່ານ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາຄະນະບໍລິຫານ​ງານ​ພັກ​ແຂວງຈໍາປາສັກ​ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີທໍາບຸນໃສ່ບາດໃນໂອກາດເມືອງໂຂງ ຈັດງານບຸນຕົ້ນໄມ້ມະນີໂຄດ ປະຈໍາປີ​ 2026​ ຂຶ້ນຢູ່ບໍລິເວນຫໍປະດິດສະຖານຕົ້ນໄມ້ມະນີໂຄດ ສະຖານທີ່ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດຄອນພະເພັງ ພາຍຫຼັງສຳເລັດພິທີກໍໄດ້ເດີນທາງມາເບິ່ງພະພຸດທະຮູບທີ່ຖືກຄົ້ນພົບໃນວັນທີ 11 ມັງກອນທີ່ຜ່ານມານີ້ ທີ່ບ້ານເວີນຂາວ ກຸ່ມຫາດຊາຍຄູນ.
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງຂອງຣາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດ (ກມ), (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ມີເສັ້ນຊາຍແດນທີ່ໄດ້ສໍາຫຼວດແລ້ວ 131 ຫຼັກໝາຍ (ຫຼັກໝາຍທີ່ປັກສໍາເລັດ 126 ຫຼັກໝາຍ ຍັງບໍ່ທັນສໍາເລັດ 5 ຫຼັກໝາຍ) ແລະ ຫຼັກໝາຍທີ່ຍັງບໍ່ທັນໄດ້ສໍາຫຼວດປັກຫຼັກໝາຍ 129 ກມ, ມີດ່ານເຂົ້າ-ອອກ ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ.
ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄະນະກໍາມະການຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດຂັ້ນແຂວງເຊກອງ (ຄຕ-ຄອຂ) ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 13 ມັງກອນ 2026 ໂດຍການເປັນປະທານ ຂອງທ່ານ ສຸກດາວັນ ເລຫວຽດມ່ວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຮອງປະທານ ຜູ້ປະຈໍາການ ຄຕ-ຄອຂ.
ເພີ່ມເຕີມ