5 ປີ ເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນເກືອບ 3 ເທົ່າຕົວ

5 ປີ ເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນເກືອບ 3 ເທົ່າຕົວ

5 ປີ ເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນເກືອບ 3 ເທົ່າຕົວ
ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານທັງພູດສູນກາງ ແລະ ພູດທ້ອງຖິ່ນທັງໝົດ 1,732.74 ຕື້ກີບ ທຽບໃສ່ແຜນ 5 ປີ ລື່ນແຜນ 260.40% (ແຜນ 5 ປີ 480,78 ຕື້ກີບ) ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນສາມາດເກັບໄດ້ 263.59 ຕື້ກີບ ລື່ນແຜນ 292.42% (ແຜນ 5 ປີ 67.17 ຕື້ກີບ) ແລະ ລາຍຮັບພູດຂອງແຂວງສາມາດເກັບໄດ້ 1,469.15 ຕື້ກີບ ທຽບໃສ່ແຜນ 5 ປີ ລື່ນແຜນ 255.21% (ແຜນ 5 ປີ 413.60 ຕື້ກີບ); ສ່ວນດ້ານລາຍຈ່າຍປະຕິບັດໄດ້ 2,204.74 ຕື້ກີບ ລື່ນແຜນ 23% (ແຜນ 5 ປີ 1,778.92 ຕື້ກີບ).

 

 

ສະຫາຍ ຄໍາຮູ້ ອ່ອນມະນີ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດເກັບລາຍຮັບດ້ວຍລະບົບທັນສະໄໝໃນໂອກາດປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໃນວັນທີ 28 ສິງຫາວ່າ: ຜ່ານມາ, ພະແນກການເງິນແຂວງໄດ້ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ໂດຍສຸມໃສ່ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍປະຕິບັດມາດຕະການປະຢັດ, ຕ້ານການຟູມເຟືອຍ, ແກ້ໄຂບັນຫາໜີ້ສິນພາຍໃນ ແລະ ສ້າງສະຖຽນລະພາບທາງດ້ານການເງິນ; ປັບປຸງການເກັບລາຍຮັບຕາມທິດຫັນເປັນທັນສະໄໝ ເປັນຕົ້ນວຽກງານພາສີ, ສ່ວຍສາອາກອນ ແລະ ຊັບສິນ; ປັບປຸງໂຄງສ້າງລາຍຮັບ-ລາຍຈ່າຍ, ການປ້ອນຖານຂໍ້ມູນ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງແບບລວມສູນ, ທົ່ວແຂວງມີຫົວໜ່ວຍທຸລະກິດຢູ່ໃນການຄຸ້ມຄອງທັງໝົດ 1,559 ຫົວໜ່ວຍເຂົ້າໃນລະບົບ Taxris ໄດ້ 87,24% ແລະ ໄດ້ອອກເລກປະຈຳຕົວຜູ້ເສຍອາກອນ (TIN) ໄດ້ 1,360 ຫົວໜ່ວຍ; ຂະຫຍາຍຖານລາຍຮັບບັນດາຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບ 400 ລ້ານກີບຂຶ້ນໄປເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ການຊຳລະອາກອນຜ່ານລະບົບ (TAXRIS) ສໍາເລັດໃນທົ່ວແຂວງ ແລະ 4 ຕົວເມືອງ.

ສະຫາຍ ຄໍາຮູ້ ອ່ອນມະນີ ໃຫ້ຮູ້ຕື່ມວ່າ: ໃນ 5 ປີຕໍ່ໝ້າ (2026-2030) ຂະແໜງການເງິນແຂວງຈະສືບຕໍ່ສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ; ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ສົ່ງເສີມໃຫ້ວິສາຫະກິດທຸກປະເພດຫັນມາຖືບັນຊີທີ່ຖືກຕ້ອງ; ສ້າງກົນໄກ, ລະບົບດໍາເນີນ ແລະ ປະຕິບັດມາດຕະການຢ່າງເດັດຂາດຕໍ່ພະນັກງານລັດ ແລະ ຜູ້ປະກອບການທີ່ເຮັດຜິດລະບຽບວິໄນດ້ານແຜນການ-ການເງິນ; ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 3,542.92 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 2,115.38 ຕື້ກີບ (ບໍ່ລວມເງິນລົງທຶນ); ສ້າງໃຫ້ແຂວງເຊກອງ, ເມືອງດາກຈຶງ ແລະ ເມືອງກະລຶມກ້າວເປັນແຂວງສົມດຸ່ນ, ເກີນດຸ່ນ ແລະ ເປັນເມືອງກຸ້ມຕົນເອງທາງດ້ານງົບປະມານ. ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV ໄຂຂຶ້ນໃນວັນທີ 17 ທັນວາ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຈັດພິທີເຊັນບົດບັນທຶກຮ່ວມ ວ່າດ້ວຍການປະສານງານໃນການດຳເນີນຄະດີອາຊະຍາກຳຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມສະບັບປັບປຸງ ຂຶ້ນໃນວັນທີ 18 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິນຄໍາ ດວງສະ ຫວັນ ກຳມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ທ່ານ ໂຣເບີດ ເດີເວຫາ ໄດ້ລາຍງານການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ເພື່ອແນະນຳຕົວ, ທົບທວນຜົນກະທົບຂອງໄພນ້ຳຖ້ວມໃນປີ 2025 ແລະ ກຳນົດຄວາມຕ້ອງການຟື້ນຟູປີ 2026, ສຳຫຼວດຍຸດທະສາດ ເພື່ອປັບປຸງຄຸນນະພາບແຮງງານຊາວໜຸ່ມ ຜ່ານໂຄງການຝຶກອົບຮົມວິຊາຊີບ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານສຸຂະພາບ ແລະ ໂພສະນາການ, ວຽກງານກະສິກຳ.
ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ເພີ່ມເຕີມ