5 ປີຜ່ານມາ ເສດຖະກິດຂອງນະຄອນບັນລຸໄດ້ 6.9% ຕໍ່ປີ

5 ປີຜ່ານມາ ເສດຖະກິດຂອງນະຄອນບັນລຸໄດ້ 6.9% ຕໍ່ປີ

5 ປີຜ່ານມາ ເສດຖະກິດຂອງນະຄອນບັນລຸໄດ້ 6.9% ຕໍ່ປີ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2020-2024) ຂອງນະຄອນ ຫຼວງພະບາງ ໄດ້ກຳນົດ 6 ເປົ້າໝາຍຫຼັກ. ໃນໂອກາດຜ່ານບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2020-2024)

ສະຫາຍ ສະເຫວີຍ ສີລາວັນ ກຳມະການປະຈຳພັກ ຮອງເຈົ້ານະຄອນ ຫຼວງພະບາງ ແຂວງຫຼວງພະບາງໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ເສດຖະກິດຂອງນະຄອນຫຼວງພະບາງຂະຫຍາຍຕົວໃນລະດັບສະເລ່ຍ 6.9% ຕໍ່ປີ, ລວມຍອດລາຍຮັບຜົນຜະລິດພາຍໃນ ບັນລຸໄດ້ 3,989 ຕື້ກວ່າກີບ ເກີນແຜນ 931 ຕື້ກວ່າກີບ, ສະເລ່ຍໄດ້ 39 ລ້ານກ່ວາກີບ ຫຼື ເທົ່າກັບ 1,897 ໂດລາສະຫະລັດ ຕໍ່ຄົນ ຕໍ່ປີ. ອັນພົ້ນເດັ່ນ ແມ່ນການລົງທຶນຢູ່ ນະຄອນ ຫຼວງພະບາງ ມີທັງໝົດ 72 ໂຄງການ, ມູນຄ່າທັງໝົດ 174 ລ້ານກວ່າໂດລາ. ໃນນີ້, ມີໂຄງການລົງທຶນພາຍໃນ 53 ໂຄງການ ລວມມູນຄ່າ 140 ລ້ານກວ່າໂດລາ ແລະ ໂຄງການລົງທຶນຂອງຕ່າງປະເທດ 19 ໂຄງການ ລວມມູນຄ່າ 33 ລ້ານກວ່າໂດລາ, ທຶນຊ່ວຍເຫຼືອລ້າຈາກຕ່າງປະເທດ ມີ 23 ໂຄງການ ລວມມູນຄ່າ 18 ຕື້ກວ່າກີບ; ທຶນສົມທົບຂອງປະຊາຊົນ ລວມມູນຄ່າ 1 ຕື້ກວ່າກີບ ແລະ ທຶນເອກະຊົນພາຍໃນ ມູນຄ່າ 304 ລ້ານກີບ. ປັດຈຸບັນ, ທົ່ວນະຄອນມີບ້ານພົ້ນທຸກ 113 ບ້ານ, ມີ 16,355 ຄອບຄົວ ກວມ 98%, ບ້ານພັດທະນາ ມີ 109 ບ້ານ, ມີ 14,979 ຄອບຄົວ ກວມ 94%. ສັງລວມແລ້ວ ຜົນສຳເລັດທີ່ພົ້ນເດັ່ນ ໃນໄລຍະຜ່ານມາໄດ້ເຮັດໃຫ້ ນະຄອນ ຫຼວງພະບາງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ການນໍາພາຂອງພັກ; ລາຍຮັບມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ພິເສດແມ່ນ ລາຍຮັບຈາກການບໍລິການທ່ອງທ່ຽວ; ການຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ; ເຖີງວ່າງົບປະມານການລົງທຶນຂອງລັດ ພົບຄວາມຫຍຸ້ງຍາກ ແຕ່ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດຢູ່ ນະຄອນ ຫຼວງພະບາງ ມີທ່າອ່ຽງເພີ່ມຂຶ້ນ; ໂຄງລ່າງພື້ນຖານຮັບໃຊ້ໃຫ້ແກ່ການຜະລິດ, ການບໍລິການສືບຕໍ່ໄດ້ຮັບການຍົກລະດັບ ໂດຍສະເພາະແມ່ນ ການກໍ່ສ້າງເສັ້ນທາງເບຕົງເຂົ້າບ້ານ, ເສັ້ນທາງເຂົ້າຫາສະຖານທີທ່ອງທ່ຽວ, ການຂະຫຍາຍສິ່ງອໍານວຍຄວາມສະດວກຮອງຮັບການທ່ອງທ່ຽວ ນັບມື້ເພີ່ມຂຶ້ນ; ພື້ນຖານໂຄງລ່າງເຊື່ອມຈອດ ເປັນຕົ້ນ ເສັ້ນທາງລົດໄຟລາວ-ຈີນ ແລະ ສະໜາມບິນສາກົນຫຼວງພະບາງ ນັບມື້ໄດ້ຮັບການຍົກລະດັບເທື່ອລະກ້າວ; ການພັດທະນາຊັບພະຍາກອນມະນຸດ, ການຮັກສາສຸຂະພາບຂອງປະຊາຊົນ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເຮັດໃຫ້ນະຄອນ ຫຼວງພະບາງ ໄດ້ຮັບຮອງຈາກລັດຖະບານ ເປັນນະຄອນພົ້ນທຸກ ແລະນະຄອນເຂັ້ມແຂງຮອບດ້ານ ໃນເດືອນກຸມພາຜ່ານມາ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ