5 ປີຜ່ານມາເສດຖະກິດຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ

5 ປີຜ່ານມາເສດຖະກິດຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ
ພາຍໃຕ້ການນຳພາ-ຊີ້ນໍາຂອງສູນກາງພັກ ແລະ ຄວາມພະຍາຍາມບຸກບືນຂອງບັນດາອົງການຈັດຕັ້ງໃນລະບົບການເມືອງແຕ່ເທິງລົງລຸ່ມ, ການເຂົ້າຮ່ວມຂອງທົ່ວປວງຊົນລາວ ແລະ ການຮ່ວມມືສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ ສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕັ້ງປະຕິບັດໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງ.

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ (ພັກ ປປລາວ) ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປລາວໃນວັນທີ 6 ມັງກອນ, ສະເໜີໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປລາວ, ປະທານປະເທດແຫ່ງສປປ ລາວໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ, ເຖິງວ່າສະພາບແວດລ້ອມຂອງໂລກໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫຼັບສັບຊ້ອນ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ ລວມເຖິງປະເທດເຮົາດ້ວຍ. ໃນ 5 ປີຜ່ານມາ, ປະເທດເຮົາໄດ້ປະເຊີນໜ້າກັບສະ ພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢ່າງໜັກໜ່ວງຮອບດ້ານຢ່າງເນື່ອງນິດລຽນຕິດ. ໃນເວລາດຽວກັນຄວາມຫຍໍ້ທໍ້ໃນສັງຄົມກໍ່ເກີດຂຶ້ນຕາມໆມາ, ແຕ່ດ້ວຍການນຳພາຊີ້ນໍາທີ່ເປັນເອກະພາບສູງຂອງສູນກາງພັກ, ຄວາມພະຍາຍາມບຸກບືນຂອງບັນດາອົງການຈັດຕັ້ງໃນລະບົບການ ເມືອງແຕ່ເທິງລົງລຸ່ມ ແລະ ການເຂົ້າຮ່ວມຂອງທົ່ວປວງຊົນລາວ, ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ, ພວກເຮົາສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສຳເລັດຫຼາຍປະການ ເປັນທີ່ໜ້າພາກພູມໃຈ, ເສດຖະກິດຂອງປະເທດ. ເວົ້າລວມຍັງຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ, ສະຖຽນລະພາບຂອງເສດຖະກິດມະຫາພາກມີບາດກ້າວດີຂຶ້ນ ສາມາດຄວບຄຸມໄດ້ໄພເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນໄດ້ໃນລະດັບໜຶ່ງ, ເສດຖະກິດຂອງປະເທດກຳລັງຟື້ນຕົວ ແລະ ໄດ້ມີພື້ນຖານໃນທາງບວກຫຼາຍຂຶ້ນ.

ຜົນສຳເລັດທີ່ພົ້ນເດັ່ນ ແມ່ນພວກເຮົາສາມາດປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງການເມືອງ, ສັງຄົມ ມີຄວາມສະຫງົບປອດໄພໂດຍພື້ນຖານ ສາມາດສະກັດກັ້ນ ແລະ ຕ້ານທຸກການທຳລາຍມ້າງເພທີ່ເລິກແລບຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຕໍ່ປະເທດເຮົາ; ສະກັດກັ້ນ ແລະ ແກ້ໄຂບັນດາເຫດການຫຍໍ້ທໍ້ໃນສັງຄົມ, ກໍາລັງ ປກຊ-ປກສ ເປັນຫຼັກແຫຼ່ງຮ່ວມກັນທຸກກຳລັງພາຍໃນຊາດ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຖືເປັນສະໜາມຮົບ ໜຶ່ງທີ່ດຸເດືອດ ແຕ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍດ້ວຍຜົນສໍາເລັດເປັນຢ່າງດີ, ກໍາລັງປະກອບອາວຸດຍາມໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈຂອງພັກ ເຊິ່ງໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ຍົກລະດັບໃຫ້ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານເປັນກ້າວໆມາ, ໄດ້ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດຍາດໄດ້ຜົນສຳເລັດສຳຄັນຫຼາຍດ້ານທີ່ເປັນພື້ນຖານ, ສາມາດປະຄັບປະຄອງເສດຖະກິດມະຫາພາກບໍ່ໃຫ້ຕົກເຂົ້າສູ່ພາວະວິກິດການ. ໄດ້ດຳເນີນບັນດາມາດຕະການຕ່າງໆທີ່ມີຈຸດສຸມ ດ້ວຍການປັບປຸງລະບອບ, ລະບຽບການ, ກົນໄກຄຸ້ມຄອງເສດຖະກິດທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ, ຫັນເປັນທັນສະ ໄໝໄດ້ຈໍານວນໜຶ່ງ, ອັດຊ່ອງຫວ່າງການຮົ່ວໄຫຼງົບປະມານຂອງລັດທຸກລະດັບໄດ້ດີຂຶ້ນ, ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳນວນໜຶ່ງຢ່າງຈິງຈັງ, ຂະຫຍາຍການຜະລິດເປັນສິນຄ້າຕິດພັນກັບການປຸງແຕ່ງ, ສ້າງມູນຄ່າເພີ່ມ; ລະບົບໂຄງລ່າງພື້ນຖານໃໝ່ຈໍານວນໜຶ່ງໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ ເຮັດໃຫ້ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດຂອງພວກເຮົາໄດ້ມີບາດກ້າວບຸກທະລຸໃໝ່. (ຂ່າວ: ສຳນານ; ພາບ: ຕຸໄລເພັດ+ພູວຽງຄຳ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້: “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ ໃນວັນທີ 8 ກັນຍານີ້ ”ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໂດຍການເປັນປະທານ ຂອງສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ປະທານສະພາປະຊາຊົນນະຄອນຫຼວງ-ແຂວງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງ-ແຂວງ, ບັນດາຫົວໜ້າຄະນະຈັດຕັ້ງນະຄອນຫຼວງ-ແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ໃຫ້ກຽດບັນລະຍາຍບົດຮຽນໃນກອງປະຊຸມສໍາມະນາຄັ້ງນີ້ໂດຍສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການສະຖາບັນການປົກຄອງ ແລະ ບໍລິຫານລັດ ຂອງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ.
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫຼວງ ບິສະເກັກ ສ ກຽກກິດສະຖານ.
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່  2026 - 2027

ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່ 2026 - 2027

ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ (SCO), ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.
ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນຕອນທ່ຽງຂອງວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ ເພື່ອເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນ ມານາສ (Manas) ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ອາດືລເບກ ກາຊືມາລີເຢັບ ປະທານຄະນະລັດຖະມົນຕີ ຂອງ ສ ກຽກກີສະຖານ ຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ແລະ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງການຕ່າງປະເທດ​ ແຫ່ງ ສ ກຽກກິດສະຖານ ພ້ອມດ້ວຍຄະນະ ລວມທັງເອກອັກຄະລັດຖະທູດລາວ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງຂອງສອງຝ່າຍ ໃຫ້ການຕ້ອນຮັບ.
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ໃນຕອນແລງວັນທີ 25 ສິງຫາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.
ເພີ່ມເຕີມ