ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ
ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດເຂາຮວມກອງປະຊມອງການຮວມມຊຽງໄຮ ບວກຄຮວມເຈລະຈາ 31 ສງຫາ -1 ກນຍາ - image 1
 

 

ໃນໂອກາດນີ້, ພະນະທ່ານປະທານປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ເນື້ອໃນຄໍາຂວັນຂອງກອງປະຊຸມ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະ ແທດເໝາະກັບສະພາບການຂອງໂລກໃນປັດຈຸບັນ ໃນທ່າມກາງທີ່ບັນດາປະເທດກໍາລັງພັດທະນາ ທີ່ຮັກຫອມສັນຕິພາບໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອຍົກສູງບົດບາດຂອງຂອບການຮ່ວມມືແບບຫຼາຍຝ່າຍເພື່ອສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໂດຍຮ່ວມກັນຊອກຫາຊ່ອງທາງ ເພື່ອຜ່ານຜ່າອຸປະສັກໃນທ່າມກາງສິ່ງທ້າທາຍປັດຈຸບັນຢ່າງເປັນລະບົບ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ສໍາລັບຄວາມເຊື່ອໝັ້ນທີ່ມີຕໍ່ ສປປ ລາວ ກໍຄືການຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ຊຶ່ງເຫດການສໍາຄັນດັ່ງກ່າວບໍ່ເປັນພຽງແຕ່ຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ແລະ ຄວາມຮັບຜິດຊອບສູງ ຂອງ ສປປ ລາວ ໃນການມີສ່ວນຮ່ວມ ໂດຍພາຍໃຕ້ຂອບການຮ່ວມມືລະດັບພາກພື້ນ ເພື່ອຈັດຕັ້ງຜັນຂະຫຍາຍ “ນໍ້າໃຈຊຽງໄຮ້" (Shanghai Spirit) ໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ ຍົກສູງບົດບາດຂອງຫຼັກການຮ່ວມມືຫຼາຍຝ່າຍ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ຢືນຢັນຄວາມພ້ອມໃນການເປັນຄູ່ຮ່ວມເຈລະຈາທີ່ສາມາດປະກອບສ່ວນຢ່າງສ້າງສັນເຂົ້າໃນວຽກງານທີ່ປິ່ນອ້ອມອົງການຮ່ວມມືຊຽງໄຮ້, ລວມທັງບັນດາຂົງເຂດບຸລິສິດ ເປັນຕົ້ນແມ່ນການຮັດແໜ້ນການເຊື່ອມໂຍງ-ເຊື່ອມຈອດລະຫວ່າງສອງພາກພື້ນອາຊຽນ ແລະ ຢູຣາເຊຍ ໃຫ້ມີຄວາມສະໜິດແໜ້ນຂຶ້ນໃນທຸກລະດັບ.

ປະທານປະເທດເຂາຮວມກອງປະຊມອງການຮວມມຊຽງໄຮ ບວກຄຮວມເຈລະຈາ 31 ສງຫາ -1 ກນຍາ - image 2
 

ສປປ ລາວ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕໍ່ບົດບາດສຳຄັນຂອງອົງການສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານ ພາຍໃຕ້ກົດບັດສະຫະປະຊາຊາດ ໂດຍເຊື່ອວ່າລະບຽບການສາກົນທີ່ມີຄວາມຍຸຕິທຳ ແລະ ສົມດຸນຄວນຕັ້ງຢູ່ບົນພື້ນຖານຂອງຄວາມສະເໝີພາບທາງດ້ານອະທິປະໄຕ, ການເຄົາລົບຊຶ່ງກັນ ແລະ ກັນ, ການບໍ່ແຊກແຊງ, ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສະນັ້ນ, ອົງການສະຫະປະຊາຊາດ ຈຶ່ງເປັນອົງປະກອບທີ່ສໍາຄັນ ແລະ ຂາດບໍ່ໄດ້ໃນການຮັບປະກັນໃຫ້ສັນຕິພາບສາກົນມີຄວາມຍືນຍົງ ແລະ ອົງການຮ່ວມມືຊຽງໄຮ້ຖືເປັນກົນໄກການຮ່ວມມືລະດັບພາກພື້ນ ທີ່ສາມາດຊ່ວຍເສີມສ້າງບົດບາດຄວາມເປັນແກນກາງຂອງອົງການ ສປຊ ໃຫ້ພົ້ນເດັ່ນຂຶ້ນຕື່ມ.

ປະທານປະເທດເຂາຮວມກອງປະຊມອງການຮວມມຊຽງໄຮ ບວກຄຮວມເຈລະຈາ 31 ສງຫາ -1 ກນຍາ - image 3
 

ໃນໂອກາດນີ້, ສປປ ລາວ ໄດ້ສະເໜີສີ່ຂົງເຂດທີ່ເປັນທ່າແຮງສໍາລັບການຮ່ວມມື ພາຍໃຕ້ອົງການຮ່ວມມືຊຽງໄຮ້ເຊິ່ງລວມມີ: 1). ດ້ານກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; 2). ການຫັນເປັນດີຈີຕອນ; 3). ການຂົນສົ່ງ ແລະ ການເຊື່ອມໂຍງ-ເຊື່ອມຈອດ; ແລະ 4). ການຮ່ວມມືດ້ານທະນາຄານ ແລະ ການເງິນ. ສີ່ບຸລິມະສິດເຫຼົ່ານີ້ແມ່ນເຊື່ອມໂຍງ ແລະ ເສີມສ້າງຊຶ່ງກັນ ແລະ ກັນ, ພ້ອມທັງຈະສາມາດປະກອບສ່ວນເຂົ້າໃນເປົ້າໝາຍລວມ ເພື່ອການພັດທະນາແບບຍືນຍົງ. ໃນໂອກາດກອງປະຊຸມຄັ້ງນີ້, ພະນະທ່ານປະທານປະເທດ ແຫ່ງ ສປ ລາວ ຍັງໄດ້ພົບປະກັບ ພະນະທ່ານ ຊາດືຊ ຊາປາຣົບ (SadyrJAPAROV) ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ; ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ (Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ແລະ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (NurlanYermekbayev) ເລຂາທິການໃຫຍ່ອົງການ SCO ເພື່ອປຶກສາຫາລື ແລະ ແລກປ່ຽນສອງຝ່າຍກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ກັບສອງປະເທດດັ່ງກ່າວ, ລວມທັງແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ.

ປະທານປະເທດເຂາຮວມກອງປະຊມອງການຮວມມຊຽງໄຮ ບວກຄຮວມເຈລະຈາ 31 ສງຫາ -1 ກນຍາ - image 4
 

ອົງການຮ່ວມມືຊຽງໄຮ້ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 2001 ໂດຍມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປັກກິ່ງ ສປ ຈີນ; ມີປະເທດສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ຣັດເຊຍ, ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາຣຸດຊີ. ສປປ ລາວ ໄດ້ລິເລີ່ມການສຶກສາຄວາມເປັນໄປໄດ້ໃນການເປັນຄູ່ຮ່ວມເຈລະຈາ ໃນປີ 2023 ແລະ ສະແດງເຈດຈໍານົງເຂົ້າເປັນຄູ່ຮ່ວມເຈລະຈາຢ່າງເປັນທາງການ ໃນປີ 2024.

ປະທານປະເທດເຂາຮວມກອງປະຊມອງການຮວມມຊຽງໄຮ ບວກຄຮວມເຈລະຈາ 31 ສງຫາ -1 ກນຍາ - image 5
 

ໃນເດືອນສິງຫາ 2025, ກອງປະຊຸມສຸດຍອດຂອງອົງການ SCO ໄດ້ມີມະຕິຮັບຮອງເອົາ ສປປ ລາວ ເຂົ້າເປັນຄູ່ຮ່ວມເຈລະຈາ ແລະ ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້ ສປປ ລາວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້ຢ່າງເປັນທາງການ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບທ່ານເລຂາທິການໃຫຍ່ອົງການ SCO ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ. ມາຮອດປັດຈຸບັນ, ອົງການ SCO ມີຄູ່ຮ່ວມມືທັງໝົດ 17 ປະເທດ (ໃນນັ້ນມີ 2 ປະເທດສັງເກດການ (Observer States) ຄື: ອັຟການິດສະຖານ ແລະ ມົງໂກລີ ແລະ 15 ປະເທດຄູ່ຮ່ວມເຈລະຈາ (Dialogue Partners) ເຊັ່ນ: ອາແຊກໄບຊານ, ອາກເມນີ, ກໍາປູເຈຍ, ເນປານ, ຕວັກກີ, ສີລັງກາ, ອາຣັບບີ ຊາອູດິດ, ເອຢິບ, ກາຕາ, ບາເຣນ, ມານດີວ, ມຽນມາ, ສະຫະນະຄອນ ເອເມຣັດ ອາຣັບ ແລະ ກູເວດ, ລວມທັງ ສປປ ລາວ.

ປະທານປະເທດເຂາຮວມກອງປະຊມອງການຮວມມຊຽງໄຮ ບວກຄຮວມເຈລະຈາ 31 ສງຫາ -1 ກນຍາ - image 6
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ