ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026
ໃນຕອນແລງວັນທີ 25 ສິງຫາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.
ຜນກອງປະຊມລດຖະບານ ສະໄໝສາມນ ປະຈຳເດອນສງຫາ 2026 - image 1
 

 

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາ 2026 ຂອງລັດຖະບານ; (2) ສະພາບການຄຸ້ມຄອງລາຄາສິນຄ້າ ແລະ ການແກ້ໄຂບັນຫານໍ້າມັນເຊື້ອໄຟ; (3) ສະພາບໄພພິບັດທີ່ເກີດຂຶ້ນໃນປີ 2026 ແລະ ແຜນການກຽມຄວາມພ້ອມຮັບມື ໃນທ້າຍປີ 2026. ໃນນັ້ນ:

- ຕໍ່ກັບການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ 2026 ຂອງລັດຖະບານ ເຫັນວ່າ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນເກັບກູ້ອາວຸດ, ວັດຖຸລະເບີດ, ແກ້ງສະແກຣມເມີ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ, ອຸບັດເຫດຕາມທ້ອງຖະໜົນ; ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 72% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 48% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.6%; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດຮັບໃຊ້ພາຍໃນ ແລະ ເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ, ທັງໄດ້ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ຢ່າງເປັນເຈົ້າການ. ນອກຈາກນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ວຽກງານປະກັນສັງຄົມ, ການພັດທະນາຫັນເປັນດີຈີຕອນແລະ ທັນສະໄໝ, ການສະໜອງນໍ້າມັນເຊື້ອໄຟ, ການສົ່ງເສີມນຳໃຊ້ລົດໄຟຟ້າ ແລະ ພະລັງງານສະອາດ, ການປັບປຸງຄຸນນະພາບການສຶກສາ, ການກະກຽມເປີດສົກຮຽນໃໝ່ ສົກຮຽນ 2026-2027, ການສ້າງຄອບຄົວວັດທະນະທໍາ, ການປັບປຸງໂຄງລ່າງພຶື້ນຖານ ແລະ ການບໍລິການການທ່ອງທ່ຽວ, ການປ້ອງກັນພະຍາດຕາມລະດູການ, ການປັບປຸງການບໍລິການດ້ານສາທາລະນະສຸກ, ການຂະຫຍາຍຕາໜ່າງໄຟຟ້າຮັບໃຊ້ປະຊາຊົນ, ການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຄືບໜ້າ. ພ້ອມດຽວກັນນັ້ນ, ລັດຖະບານ ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ 8 ແຂວງ ຊຶ່ງທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈໍານວນໜຶ່ງ ກໍໄດ້ລົງຕິດຕາມແກ້ໄຂ ແລະ ມອບການຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຢູ່ພື້ນທີ່ຕົວຈິງ ໃນທ້ອງຖິ່ນຕ່າງໆ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ມີປະສິດທິຜົນຫຼາຍກວ່າເກົ່າເປັນຕົ້ນບັນຫາສະແກຣມເມີ, ບັນຫາອຸບັດເຫດ, ການຄ້າຂາຍຢາເສບຕິດ ແລະ ອື່ນໆ ຍັງເກີດຂຶ້ນຈຳນວນບໍ່ໜ້ອຍ; ການຈັດຕັ້ງປະຕິບັດໂຄງການ ທີ່ເປັນບຸລິມະສິດຂອງລັດຖະບານ ຍັງມີຄວາມຄືບໜ້າຊ້າ; ການນໍາເຂົ້າສິນຄ້າຟຸ່ມເຟືອຍ ແລະ ສິນຄ້າທີ່ຜະລິດພາຍໃນໄດ້ແລ້ວ ແຕ່ຍັງບໍ່ມີທ່າອ່ຽງຫຼຸດລົງ; ເອົາໃຈໃສ່ການປະຕິບັດນະໂຍບາຍນໍາໃຊ້ລົດໄຟຟ້າ ແລະ ພະລັງງານສະອາດ ຢ່າງແຂງແຮງ; ການຈັດຕັ້ງປະຕິບັດວຽກງານ ແລະ ການແບ່ງຄວາມຮັບຜິດຊອບ ລະຫວ່າງ ເມືອງ, ຕາແສງ ແລະ ບ້ານ ໃຫ້ມີຄວາມຊັດເຈນ, ໂລ່ງລ່ຽນ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງທັນການ.

ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 12 ສະບັບຄື: (1) ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ); (2) ຮ່າງກົດໝາຍ ວ່າດ້ວຍຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ); (3) ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ແລະ (4) ຮ່າງກົດໝາຍ ວ່າດ້ວຍພົນລະເຮືອນ (ສະບັບປັບປຸງ); (5) ຮ່າງກົດໝາຍ ວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ); (6) ຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); (7) ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ); (8) ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາທາງໄຊເບີ (ສະບັບປັບປຸງ); (9) ຮ່າງກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ); (10) ຮ່າງຄໍາສັ່ງ ວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດ ໃນໄລຍະໃໝ່; (11) ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ); (12) ຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແຂວງຜົ້ງສາລີ ແລະ ແຂວງຫົວພັນ. ໃນນັ້ນ, ກອງປະຊຸມ ໄດ້ຊີ້ນຳໃຫ້ກະຊວງ-ອົງການ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳ ທີ່ຕິດພັນກັບຂະແໜງການຂອງຕົນ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ; ພາຍຫຼັງປັບປຸງ ບັນດາຮ່າງກົດໝາຍສຳເລັດແລ້ວ ຈຶ່ງສະເໜີນຳເຂົ້າຜ່ານກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ. ສະເພາະ ຮ່າງກົດໝາຍ ວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ມອບໃຫ້ຄະນະຮັບຜິດຊອບ ນໍາໄປປັບປຸງຕື່ມ ເພື່ອຄົ້ນຄວ້າໂຮມເຂົ້າເປັນກົດໝາຍດຽວ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຕົວຈິງ. ສ່ວນຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ແມ່ນມອບໃຫ້ພາກສ່ວນກ່ຽວຂ້ອງ ກວດກາຄືນ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ພ້ອມທັງ ຈັດລຽງບຸລິມະສິດແຜນພັດທະນາໂຄງລ່າງພື້ນຖານຕ່າງໆ ຢ່າງມີຈຸດສຸມ ແລະ ສອດຄ່ອງກັບບັນດາທ່າແຮງບົ່ມຊ້ອນ ຂອງແຕ່ລະທ້ອງຖິ່ນ.

ຜນກອງປະຊມລດຖະບານ ສະໄໝສາມນ ປະຈຳເດອນສງຫາ 2026 - image 2
 

ສຳລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:

1. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຮັກສາຄວາມສະຫງົບຕາມຊາຍແດນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອາຊະຍາກໍາລະບົບຄອມພິວເຕີ, ຢາເສບຕິດ, ການປຸ້ນຈີ້ຊິງຊັບ, ອຸບັດເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງ;

2. ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍເຫຼືອບັນເທົາທຸກ ຈາກຜົນກະທົບນໍ້າຖ້ວມ ໃຫ້ກັບຄືນສູ່ປົກກະຕິໂດຍໄວ; ແກ້ໄຂເສັ້ນທາງທີ່ຖືກນໍ້າເຊາະເຈື່ອນ-ຕັດຂາດ ໃຫ້ສາມາດໄປມາໄດ້; ກະກຽມຄວາມພ້ອມຮອບດ້ານ ໃນການຮັບມືກັບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ໃຫ້ຕິດຕາມຄວາມປອດໄພຂອງເຂື່ອນ, ລວມທັງ ການຈັດການປະລິມານນ້ຳໃນເຂື່ອນໃຫ້ດີ;

3. ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ໃຫ້ພ້ອມ ແລະ ເຂົ້າຮ່ວມລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ປະຈຳເດືອນສິງຫາ 2026;

4. ຮີບຮ້ອນຜັນຂະຫຍາຍ ມະຕິ 34/ສພຊ, ວ່າດ້ວຍການຮັບຮອງ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການສ້າງແຜນງານ, ໂຄງການລະອຽດ ແລະ ແຜນງົບປະມານ ທີ່ຈະຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ຂອງວາລະແຫ່ງຊາດ ແລ້ວລາຍງານຕໍ່ກອງປະຊຸມລັດຖະບານ ໃນເດືອນກັນຍາ ຫຼື ເດືອນຕຸລາ ກ່ອນຈະນຳສະເໜີຜ່ານກອງປະຊຸມສະພາແຫ່ງຊາດ ໃນທ້າຍປີນີ້;

5. ໃຫ້ບັນດາກະຊວງ-ອົງການທຽບເທົ່າ ຮີບຮ້ອນແບ່ງພາລະບົດບາດ, ຄວາມຮັບຜິດຊອບລະຫວ່າງ ເມືອງ, ຕາແສງ ແລະ ບ້ານ ໃນການປະຕິບັດວຽກງານຂອງຂະແໜງການຕ່າງໆ ໃຫ້ສຳເລັດໃນເດືອນກັນຍາ 2026;

6. ສຸມໃສ່ເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານອາກອນມູນຄ່າເພີ່ມ ໃຫ້ໄດ້ຫຼາຍ, ທັງສຸມໃສ່ການເຊື່ອມໂຍງຂໍ້ມູນການຈັດເກັບລາຍຮັບ ກັບບັນດາຂະ ແໜງການທີ່ກ່ຽວຂ້ອງ;

7. ສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ, ໄປຄຽງຄູ່ກັບການຈຳກັດການນຳເຂົ້າສິນຄ້າຟຸ່ມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໂດຍສະເພາະ ຊີ້ນໝູແຊ່ແຂງຈາກຕ່າງປະເທດ ທີ່ມີລາຄາຕ່ຳ ແລະ ບໍໍ່ຮັບປະກັນດ້ານຄຸນນະພາບ, ພ້ອມທັງ ໃຫ້ລົງຊ່ວຍແຂວງໄຊຍະບູລີ ໃນການຄວບຄຸມການລະບາດພະຍາດອະຫິວາໝູ;

8. ສືບຕໍ່ກະກຽມ ເປີດສົກຮຽນໃໝ່ ສົກປີ 2026-2027 ທຸກຊັ້ນຮຽນ ແລະ ເປີດມະຫາວິທະຍາໄລສ້າງຄູແຫ່ງຊາດ;

9. ສືບຕໍ່ຕິດຕາມຊຸກຍູ້, ກວດກາຂໍ້ມູນ ແລະ ຈັດແບ່ງງົບປະມານ ເພື່ອແກ້ໄຂນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ;

10. ສືບຕໍ່ຕິດຕາມ, ເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂພະຍາດລະບາດຕາມລະດູການ; ສືບຕໍ່ຄຸ້ມຄອງແລະ ກວດກາເຂັ້ມງວດຕໍ່ຄຸນນະພາບ, ມາດຕະຖານຂອງອາຫານ, ຢາ ແລະ ຜະລິດຕະພັນການແພດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມປອດໄພ;

11. ສືບຕໍ່ກະກຽມ ຈັດງານສັບປະດາວັດທະນະທໍາ ລາວ-ກຳປູເຈຍ, ລວມທັງ ລາຍການສະແດງ ເພື່ອຮັບໃຊ້ການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃຫ້ດີ ໂດຍຖືເປັນໂອກາດດຶງດູດ ແລະ ສົ່ງເສີມການທ່ອງທ່ຽວລາວ;

12. ສືບຕໍ່ຂະຫຍາຍເຄືອຂ່າຍໂທລະຄົມ, ສັນຍານອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫຼີກ ທີ່ຍັງບໍ່ທັນມີສັນຍານ, ຊຸກຍູ້ການນຳໃຊ້ລະບົບ (G-Chat) ແລະ ລະບົບບໍລິຫານດີຈີຕອນ ເພື່ອຫັນເປັນລັດດີຈີຕອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

13. ສືບຕໍ່ປັບປຸງກົນໄກ ແລະ ວິທີການໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄວ ແລະ ໄດ້ຫຼາຍຂຶ້ນ, ທັງສຸມໃສ່ແກ້ໄຂວັດຖຸມີຄ່າ ແລະ ຊັບສິນທີ່ຢຶດໄດ້ຈາກຄະດີຕ່າງໆໃຫ້ໄວຂຶ້ນ;

14. ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ຕ້ອນຮັບການມາຢ້ຽມຢາມລາວ ຢ່າງເປັນທາງການຂອງການນຳຂັ້ນສູງປະເທດເພື່ອນມິດ ໃຫ້ໄດ້ຮັບຜົນດີ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງ ກໍຄືບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ.

ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 27 ພະຈິກ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 12, ແຕ່ວັນທີ 27-29 ພະຈິກ ນີ້.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,  ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພັນລະຍາ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 12, ແຕ່ວັນທີ 27-29 ພະຈິກ 2026.
ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຢູ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ໂດຍ​ມີ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ ພ້ອມດ້ວຍການ​ນຳ​ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້​ການ​ຕ້ອນ​ຮັບ.
ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວພູ​ພຽງ​ບໍ​ລະ​ເວນປະ​ຈຳ​ປີ 2026 ໄດ້​ເປີດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທີ່ ນະ​ຄອນ​ປາກ​ເຊແຂວງ​ຈຳ​ປາ​ສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ການນຳແຂວງຈຳປາສັກ,ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະແຂກຖືກເຊີນ ເຂົ້າຮ່ວມ.
ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ເພີ່ມເຕີມ