50 ປີ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ເຮັດໃຫ້ແມ່ຍິງລາວມີບົດບາດ ແລະ ຜົນງານທີ່ເດັ່ນຂຶ້ນໃນສັງຄົມ.

50 ປີ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ເຮັດໃຫ້ແມ່ຍິງລາວມີບົດບາດ ແລະ ຜົນງານທີ່ເດັ່ນຂຶ້ນໃນສັງຄົມ.

50 ປີ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ເຮັດໃຫ້ແມ່ຍິງລາວມີບົດບາດ ແລະ ຜົນງານທີ່ເດັ່ນຂຶ້ນໃນສັງຄົມ.
ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ . ທ່ານ ນາງ ພູເງິນ ຈີນທະລາສີ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ)ສາຍໃຍສຳພັນ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ຖະໜົນສີສະຫວ່າງວົງ ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນວັນທີ່ປວງຊົນລາວທັງຊາດ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວອາດຫານຂອງບັນພະບູລຸດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຢຶດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.
50 ປ ພາຍໃຕການນາພາທຖກຕອງຂອງພກ ເຮດໃຫແມຍງລາວມບດບາດ ແລະ ຜນງານທເດນຂນໃນສງຄມ. - image 1
 

 

 

ຕະຫຼອດໄລຍະກວ່າເຄິ່ງສະຕະວັດ, ຊຶ່ງບໍ່ເປັນພຽງແຕ່ຂີດໝາຍປະຫວັດສາດເປັນຈຸດປ່ຽນແປງຂອງຊາດລາວ,ແຕ່ຍັງເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ພາລະກິດປະຕິວັດປົດປ່ອຍຊາດ ຂອງບັນດາປະເທດອິນດູຈີນ, ພ້ອມທັງສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ໂຄງການການເມືອງ ສັງຄົມຢູ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແມ່ນ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາຢ່າງຮອບດ້ານ, ປະຊາຊົນລາວບັນດາເຜົ່າ, ມີສິດເປັນເຈົ້າຂອງປະເທດຊາດ, ຍູ້ທາງທຳມາຫາກິນມີຄວາມອຸດົມສົມບູນ ແລະ ຮັ່ງມີ, ປະກອບສ່ວນເຂົ້າໃນການປົກປັກຮັກສາສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມເຂັ້ມແຂງໝັ້ນຄົງຢ່າງໜັກແໜ້ນ, ເມື່ອເວົ້າເຖິງການພັດທະນາຊາດບໍ່ວ່າຍຸກໃດ ສະໄໝໃດກໍຕ້ອງພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັນ, ໂດຍສະເພາະແມ່ນເພດຍິງ ຊຶ່ງຕະຫຼອດໄລຍະ 50 ປີຜ່ານມານີ້ ນັບແຕ່ອະດີດຈົນຮອດ ປັດຈຸບັນ, ສັງເກດ ແລະ ສາມາດຕີລາຄາໄດ້ວ່າ ເພດຍິງກໍຄືແມ່ຍິງລາວເຮົານັບມື້ໄດ້ມີໂອກາດ ໃນການເຮັດວຽກໃນທຸກດ້ານຂອງກົງຈັກລັດ ເທົ່າທຽມກັບເພດຊາຍຢ່າງແທ້ຈິງ ໄດ້ຮັບການໄວ້ເນື້ອເຊື່ອເຊື່ອໃຈຈາກ ພັກ-ລັດ ແລະ ປະຊາຊົນ, ຈົນບາງສະຫາຍໄດ້ກ້າວຂຶ້ນເປັນ ຮອງປະທານປະເທດ, ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ ໃນຖັນແຖວກຳລັງ ປກຊ-ປກສ ກໍໄດ້ຮັບການປະດັບຊັ້ນຂຶ້ນເປັນນາຍພົນຈໍານວນໜຶ່ງ, ອັນນີ້ກໍຍ້ອນວ່າມີພັກນໍາພາ ຊີ້ນໍາທີ່ຖືກຕ້ອງ ຈຶ່ງເຮັດໃຫ້ບົດບາດແມ່ຍິງລາວເຮົາ ນັບມື້ສູງຂຶ້ນມີຜົນງານທີ່ເດັ່ນເປັນທີ່ປະຈັກແກ່ສາຍຕາໃນສັງຄົມ.

ທ່ານ ນາງ ພູເງິນ ຈີນທະລາສີ ໃຫ້ຮູ້ຕື່ມວ່າ: ສໍາລັບການກະກຽມສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວອົງການຈັດຕັ້ງກຳມະບານ - ແມ່ຍິງ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສໍາພັນ ພາຍໃຕ້ການຊີ້ນໍາຂອງຄະນະຜູ້ບໍລິຫານ ກໍຄືທິດນໍາລວມ ຂອງຄະນະຜູ້ບໍລິຫານ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສໍາພັນ, ໄດ້ພ້ອມກັນເປັນເຈົ້າການຮ່ວມກັບພະນັກງານພາຍໃນ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສໍາພັນ ຮາກຖານສະຫະພັນແມ່ຍິງແຂວງສະຫັວນນະເຂດ ຕັ້ງໜ້າປະກອບສ່ວນຊຸກຍູ້ທາງດ້ານປັດໃຈ, ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນບໍ່ໜ້ອຍເພື່ອເປັນຂວັນກໍາລັງໃຈໄປມອບໃຫ້ແກ່ ແຕ່ລະກ້ອນກຳລັງຫັດແອບຢູ່ແຕ່ລະຈຸດ, ນອກຈາກນີ້ ຍັງໄດ້ເຂົ້າຮ່ວມທຸກຂະບວນການ ເປັນຕົ້ນແມ່ນການປະດັບປະດາຫ້ອງການພາຍໃຕ້ຄໍາຂວັນ ວັນຊາດທີ 2ທັນວາໜັ້ນຍືນ 50 ປີ ມີໄຊ ແລະ ອື່ນໆ ຢ່າງເປັນຂະບວນການຟົດຟື້ນ.

50 ປ ພາຍໃຕການນາພາທຖກຕອງຂອງພກ ເຮດໃຫແມຍງລາວມບດບາດ ແລະ ຜນງານທເດນຂນໃນສງຄມ. - image 2
 

ໂອກາດດັ່ງກ່າວ, ທ່ານ ນາງ ພູເງິນ ຈີນທະລາສີ ໄດ້ຕາງໜ້າໃຫ້ຄະນະຜູ້ບໍລິຫານ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສໍາພັນ ພ້ອມດ້ວຍພະນັກງານ ສະແດງຄວາມຮູ້ບຸນຄຸນຕໍ່ການນໍາຂອງພັກ-ລັດ, ອະດີດການນໍາພັກ-ລັດ ທີ່ໄດ້ເປັນຄັນທຸງນໍາພາປະຊາຊົນລາວບັນດາເຜົ່າ ຍາດເອົາເອກະລາດ ເມື່ອເວົ້າເຖິງ ອະດີດການນໍາ ຊາດເຮົາ ແຕ່ລະຍຸກລ້ວນແລ້ວແຕ່ມີຜູ້ນຳທີ່ແສນຮັກ ມີທັງຄວາມຮູ້ ປີຊາສາມາດ ເປັນຜູ້ນໍາໜ້າ ນໍາພາປະເທດຊາດ ໜຶ່ງໃນນີ້ກໍຄື ປະທານໄກສອນ ພົມວິຫານຊຶ່ງເປັນຜູ້ນຳທີ່ມີຄວາມປີຊາສາມາດ, ເປັນບຸລຸດ ທີ່ຍິ່ງໃຫຍ່ ທີ່ນໍາພາປົດປ່ອຍຊາດລາວອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນ, ຜົນງານຂອງເພິ່ນຍິ່ງໃຫຍ່ ຈົນຫາສິ່ງປຽບບໍ່ໄດ້, ດັ່ງນັ້ນພວກເຮົາຈົ່ງພ້ອມກັນຮໍ່າຮຽນ ເອົາບົດຮຽນຂອງເພິ່ນ ແລະ ທຸ້ມເທທຸກເຫື່ອແຮງສະຕິປັນຍາຂອງຕົນເອງ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ດ້ວຍຄວາມຈົ່ງຮັກພັກດີ ຕະຫຼອດໄປ, ຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມທີ່ສົມບູນ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ນໍາພາ ປະເທດຊາດ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນໃຫ້ພະນັກ

ງານ-ນັກຮົບທຸກທົ່ວໜ້າ ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ມີແຕ່ຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍທຸກປະການ ສືບຕໍ່ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ

ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ

ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫຼອດໄປ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຂີ່ລົດຖີບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ຄໍາມ່ວນ ຂີ່ລົດຖີບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ວັນທີ 30 ພະຈິກນີ້, ແຂວງຄໍາມ່ວນ ໄດ້ຈັດກິດຈະກຳ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຂອງພັກ ຂອງຊາດ ເປັນຕົ້ນ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 - 13/12/2025) ແລະ ຊົມເຊີຍຜົນສໍາເລັດ ການເຂົ້າຮ່ວມ ການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງແຂວງຄໍາມ່ວນ ຍາດໄດ້ອັນດັບທີ 3 ຂອງທົ່ວປະເທດ ຮອງຈາກ ນະຄອນຫຼວງວຽງຈັນ ເຈົ້າພາບ ແລະ ກະຊວງປ້ອງກັນປະເທດ ແລະ ຊົມເຊີຍ ໃບຢັ້ງຢືນອຸທິຍານແຫ່ງຊາດ ຫີນໜາມໜໍ່ ທີ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.
ວາງສະແດງຮູບພາບ-ເອກກະສານ50ປີ ສປປ ລາວ

ວາງສະແດງຮູບພາບ-ເອກກະສານ50ປີ ສປປ ລາວ

ພິທີເປີດງານວາງສະແດງຮູບພາບ ແລະ ເອກກະສານ: ພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນພົມວິຫານ”,ໄດ້ຈັດຂຶ້ນ,ໃນວັນທີ ວັນທີ 28 ພະຈິກນີ້,ທີ່ຫໍພິພິທະພັນ ໄກສອນ ພົມວິຫານ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ ປ ປ ລາວ,ມີບັນດາ ສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນທີ່ກ໋ຽວຂ້ອງເຂົ້າຮ່ວມ.
ຊ້ອມໃຫຍ່ຄັ້ງສຸດທ້າຍ ເດີນສວນສະໜາມກຽມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ຊ້ອມໃຫຍ່ຄັ້ງສຸດທ້າຍ ເດີນສວນສະໜາມກຽມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີຊ້ອມໃຫຍ່ຄັ້ງສຸດທ້າຍ ທຸກຂະບວນເດີນສວນສະໜາມເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໄດ້ຈັດຂຶ້ນໃນວັນທີ 28 ພະຈິກນີ້ ທີ່ສະໜາມຫຼວງນະຄອນຫຼວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂົງເຂດພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດເສດຖະກິດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ຂົງເຂດພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດເສດຖະກິດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ໃນວັນທີ 27 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະພັກ-ຄະນະນໍາ ແລະ ພະນັກງານລັດຖະກອນ 2 ຂົງເຂດ ໄດ້ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ຂົງເຂດວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ປາຖະກະຖາ ໂດຍສະຫາຍ ພອນເພັດ ຄິວລະວົງ ອະດີດຮອງເລຂາພັກແຂວງເຊກອງ ແລະ ຂົງເຂດເສດຖະກິດ ປາຖະກະຖາ ໂດຍສະຫາຍ ສີດາ ສຸວັນນະສາຍ ອະດີດຮອງເລຂາພັກແຂວງເຊກອງ.
ກຳມະບານຮາກຖານສານປະຊາຊົນແຂວງ ສະຫຼຸບການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າ

ກຳມະບານຮາກຖານສານປະຊາຊົນແຂວງ ສະຫຼຸບການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າ

ວັນທີ 27 ພະຈິກຜ່ານມານີ້, ກຳມະບານຮາກຖານສານປະຊາຊົນແຂວງສາລະວັນ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ຄຳໄຟວັນ ສິມມະລີ ຮອງປະທານສານປະຊາຊົນແຂວງ ປະທານກຳມະບານຮາກຖານສານປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸດທິໂສມ ແກ້ວໄຊຍະວົງ ກຳມະການພັກແຂວງ ເລຂາໜ່ວຍພັກສານປະຊາຊົນແຂວງ, ສະຫາຍ ນາງ ອ່ອນສາ ຄຳໄຟວັນ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ແຂກທີ່ຖືກເຊີນຈາກຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ທ່ານ ຄໍາໄພ ສົມຊະນະຈາລຶກຜົນງານການນໍາທຸກຍຸກສະໄໝ

ທ່ານ ຄໍາໄພ ສົມຊະນະຈາລຶກຜົນງານການນໍາທຸກຍຸກສະໄໝ

ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະກຣຸບໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພີມປະຊາຊົນ ເນື່ອງໃນໂອກາດ 50 ປີ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະາຊົນລາວ ວ່າ: ໃນນາມນັກທຸລະກິດຮຸ່ນບຸກເບີກ ແລະ ໃນນາມປະຊາຊົນລາວຜູ້ໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາ ພັກ-ລັດຖະບານທີ່ໄດ້ປົດປ່ອຍປະເທດຊາດມາແຕ່ 1975 ມາເຖິງ 2025 ເຄິ່ງສັດຕະວັດ 50 ປີ ທີ່ນຳພາປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃຫ້ໄດ້ ຢູ່ດີ-ກິນດີ ແລະ ນຳເອົາຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນພວກເຮົາ. ພວກເຮົາຕ້ອງເຂົາລົບນັບຖືຊົມເຊີຍ ພັກ-ລັດ ແລະ ຈົ່ງພ້ອມກັນ ຮັກປະເທດຊາດ ເຮັດຫຍັງຄວນຄໍານຶງຄວາມຍຶນຍົງ, ໂດຍສະເພາະ ແມ່ນບັນຫາສີຂຽວຍືນຍົງ.ຄົນລາວເຮົາ 7 ລ້ານຄົນມີແຜ່ນດິນກວ້າງ, ມີດິນດຳນໍ້າຊຸ່ມ, ນັ່ງຢູ່ຫີບເງິນ, ຫີບຄໍາ ແລະ ຈະເຮັດແນວໃດໃຫ້ເກີດເປັນເງິນເປັນຄໍາຕ້ອງໄດ້ພາກັນທຳການຜະລິດ, ເຮັດທຸລະກິດ, ດັ່ງນັ້ນ. ນັກຮຽກຮ້ອງໃຫ້ລູກຫຼານ ຕ້ອງໄດ້ພ້ອມກັນສູ້ຊົນເພື່ອສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນກ້າວໜ້າ.
ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ພິ​ທີ​ເຊັນ​ສັນ​ຍາບົດ​ບັນ​ທຶກ​ການ​ຮ່ວມ​ມື ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກິດ (MOA) ລະຫວ່າງສະຖາບັນພັດທະນາອາຊີວະສຶກສາ(ສພອ) ກະຊວງສຶກສາທິການ ແລະ ກິລາ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ບຸນເສັງ ຄຳມູນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ

50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ

ທ່າມກາງບັນຍາກາດອັນສະຫງ່າລາສີ,ຄຶກຄື້ນ ແລະເຕັມໄປດ້ວຍຄວາມປິຕິຊົມຊື່ນ, ທົ່ວພັກ-ທົ່ວລັດ, ທົ່ວຖັນແຖວ ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຜົນງານຕ້ອນຮັບ 2 ວັນປະຫວັດສາດທີ່ສຳຄັນ ຄື:ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ.
ທະຫານຄືເຫຼັກກ້າ ພ້ອມຜ່ານຜ່າແປວໄຟສົງຄາມເພື່ອຮັກສາປະເທດຊາດໃຫ້ໝັ້ນຄົງ

ທະຫານຄືເຫຼັກກ້າ ພ້ອມຜ່ານຜ່າແປວໄຟສົງຄາມເພື່ອຮັກສາປະເທດຊາດໃຫ້ໝັ້ນຄົງ

ຄຳວ່າ (ທະຫານ) ຫາງສຽງ ແລະ ສາຍຕາຂອງສັງຄົມທີ່ມີຕໍ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ສ່ວນໃຫຍ່ແລ້ວຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດຢ່າງພາກພູມໃຈ, ທະຫານບໍ່ວ່າຈະປະຕິບັດງານອັນໃດ, ຢູ່ໃສກໍລ້ວນແລ້ວເອົາປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງທີ່ເຮັດໃຫ້ມີຄວາມສະໜິດ ແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງແທ້ຈິງແບບໃຈແລກໃຈ; ແນ່ນອນມີຄົນຮັກກໍມີຄົນຊັງ ຍັງມີຄົນບາງກຸ່ມທີ່ຍັງແນມທະຫານດ້ວຍສາຍຕາທີ່ບໍ່ເປັນມິດ, ບາງທ່ານເວລາເຫັນທະຫານໃສ່ເຄື່ອງຊຸດເກົ່າ ຂີ່ລົດຈັກຮ້າງສົ່ງລູກໄປໂຮງຮຽນ ບາງທ່ານກໍຄິດໃນໃຈຢາກເວົ້າສຽດສີເປັນຕ່າງໆນາໆ ໂດຍບໍ່ຄຳນຶງເຖິງສະພາບຈິດໃຈ ແລະ ຄວາມຈິງທີ່ແຕ່ລະຄົນຕ້ອງປະເຊີນ. ບາງຄົນຕັ້ງຄຳຖາມຂຶ້ນວ່າໃນວົງເຫຼົ້າ ວົງເບຍ ສົນທະນາກັນວ່າອາຊີບທະຫານເງິນເດືອນບໍ່ສົມກັບໜ້າວຽກ, ບໍ່ກຸ້ມກິນ.
ຄໍາມ່ວນເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ

ຄໍາມ່ວນເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ

ໃນວັນທີ 25 ພະຈິກຜ່ານມານີ້, ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານແຫ່ງສະຫະປະຊາຊາດ ຮ່ວມກັບ ກະຊວງແຮງງານ - ສະຫວັດດີການສັງຄົມ ແລະ ພະແນກແຮງງານ - ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພຂຶ້ນ ຢູ່ທີ່ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ເພີ່ມເຕີມ