![]() |
ທ່ານ ພູວັນ ເທບພະລັກສາ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ສ່ວຍສາອາກອນປະຈໍາແຂວງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ ຕິດພັນກັບການປະຕິບັດວາລະແຫ່ງ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວຽກຈຸດສຸມອື່ນໆ. ໃນນີ້, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 107,22 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 41,59%, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 11,89 % ເປັນເງິນ 12,17 ຕື້ກີບ. ພ້ອມນີ້, ເອົາໃຈໃສ່ເກັບກໍາຖານຂໍ້ມູນລາຍຮັບ, ຂຶ້ນແຜນຄາດຄະເນລາຍຮັບ, ການຄຸ້ມຄອງຫົວໜ່ວຍທຸລະກິດ, ປະສານສົມທົບກັບຂະແໜງກ່ຽວຂ້ອງ ເພື່ອຄຸ້ມຄອງ, ຕິດຕາມ ວຽກງານຄຸ້ມຄອງຊັບສິນ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະເຂົ້າງົບປະມານແຫ່ງລັດທັນຕາມກໍານົດເວລາ.
![]() |
ທ່ານ ພູວັນ ເທບພະລັກສາ ໃຫ້ຮູ້ຕື່ມວ່າ: ໃນ 6 ເດືອນທ້າຍປີ, ສ່ວຍສາອາກອນປະຈໍາແຂວງ ຈະສືບຕໍ່ປະຕິບັດພາລະບົດບາດ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກ່ຽວກັບວຽກງານສ່ວຍສາອາກອນ ແລະ ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນງົບປະມານປະຈໍາປີ 2026, ເອົາໃຈໃສ່ໂຄສະນາ ແລະ ຝຶກອົບຮົມ ເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ແຈ້ງ-ມອບອາກອນດ້ວຍຕົນເອງຜ່ານລະບົບ TaxRIS, ສືບຕໍ່ຕິດຕາມຫົວໜ່ວຍວິສາຫະກິດຂຶ້ນໃໝ່ ຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານການອອກເລກປະຈຳຕົວໃນລະບົບ TaxRIS ໃຫ້ໄດ້ດີ, ສືບຕໍ່ປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS, ຂະຫຍາຍຖານອາກອນມູນຄ່າເພີ່ມ, ແນະນໍາ, ເຜີຍແຜ່ ແລະ ໂຄສະນາໃຫ້ຫົວໜ່ວຍທຸລະກິດແຈ້ງ-ມອບອາກອນດ້ວຍຕົວເອງຜ່ານລະບົບ TaxRIS. ຂ່າວ: ສັນຍາ


ຄໍາເຫັນ