ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກແຜນການລາຍຮັບຈໍານວນ305ຕື້ກີບ

6 ເດືອນຕົ້ນປີ 2024 ດ່ານພາສີ ສາກົນ ນາເພົ້າເກັບລາຍຮັບໄດ້ 125 ຕື້ກວ່າກີບ

6 ເດືອນຕົ້ນປີ 2024 ດ່ານພາສີ ສາກົນ ນາເພົ້າເກັບລາຍຮັບໄດ້ 125 ຕື້ກວ່າກີບ
ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວແຂວງຄໍາມ່ວນເມື່ອບໍ່ດົນມານີ້ວ່າ: ໃນປີ2024 ນີ້, ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກແຜນການລາຍຮັບຈໍານວນ305ຕື້ກີບຖ້າທຽບໃສ່ສົກປີ 2023 ຈໍານວນ 162 ຕື້ກວ່າກີບ,

(ເພີ່ມຂຶ້ນ 142 ຕື້ກວ່າກີບ), ໃນ 6 ເດືອນຕົ້ນປີ 2024 ປະຕິບັດໄດ້125 ຕື້ກວ່າກີບ, ເທົ່າກັບ 41,21%ຂອງແຜນການປີ.

ລາຍຮັບຫຼັກຂອງການຈັດເກັບແມ່ນໄດ້ຈາກປະເພດນ້ຳມັນເຊື້ອໄຟ 15,37 ຕື້ກີບ;ປະເພດຄ່າທຳນຽມຕ່າງໆເທົ່າກັບ 35,69ຕື້ກີບ;ປະເພດສິ້ນສ່ວນອາໄລ່ 1,67 ຕື້ກີບ;ປະເພດເຄື່ອງກໍ່ສ້າງ 2,50 ຕື້ກີບ;ປະເພດເຄື່ອງໃຊ້ໄຟຟ້າ 3,37 ຕື້ກີບ;ເຄື່ອງອຸປະໂພກ -ບໍລິໂພກ1,605 ຕື້ກີບ; ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ1,457 ລ້ານກີບ;ປະເພດສິນຄ້າຕາມສັນຍາອາຊຽນ (FORM D) 24,55 ຕື້ກີບ;ປະເພດສິນຄ້າຕາມສັນຍາ (FORM S+E) 3,98 ຕື້ກີບ;ປະເພດຄ່າຊັກພິເສດສົ່ງອອກ 33,03 ຕື້ກີບ.

ທ່ານ ສຸພັດ ສຸແສງໄທໄດ້ກ່າວຕື່ມວ່າ: ສາຍເຫດທີ່ພາໃຫ້ລາຍຮັບຫຼຸດແຜນການ6 ເດືອນຕົ້ນປີ 2024

ຍ້ອນວ່າໃນ6 ເດືອນຕົ້ນ ປີ 2024 ມີຫຼາຍປະເພດສິນຄ້າເພີ່ມຂຶ້ນ ແລະ ຍັງມີຫຼາຍປະເພດສິນຄ້າມີລັກສະນະຫຼຸດ ລົງ, ເປັນຕົ້ນໝວດສິນຄ້າຕົ້ນຕໍ່ເຊັ່ນ: ເຄື່ອງກໍ່ສ້າງ,ເຄື່ອງໃຊ້ໄຟຟ້າ,ເຄື່ອງອຸປະໂພກ - ບໍລິໂພກ ແລະ ສິນຄ້າຟອມS+E, ຍ້ອນສະພາບເສດຖະກິດພາຍໃນປະເທດ ແລະ ຂອງໂລກ,ອັດຕາເງິນເຟີ້ເພີ້ມທະວີສູງຂຶ້ນເລື້ອຍໆ,ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ທັນຄຸ້ມຄອງໄດ້ຢ່າງມີປະສິດທິພາບ,ສ່ວນຫຼາຍແມ່ນໄດ້ເຍືອງເບິ່ງຂໍ້ມູນຂອງດ່ານອື່ນມາສົມທຽບ,ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ທັນຄຸ້ມຄອງໄດ້ຢ່າງມີປະສິດທິພາບ,ສ່ວນຫຼາຍແມ່ນໄດ້ເຍືອງເບິ່ງຂໍ້ມູນຂອງດ່ານອື່ນມາສົມທຽບ, ການກຳນົດວາງແຜນໃນການເກັບລາຍຮັບແຕ່ລະໄລຍະ,ແຕ່ລະເດືອນ ບໍ່ເປັນໄປຕາມເປົ້າໝາຍທີ່ຄາດໄວ້ຍ້ອນສາຍເຫດການປ່ຽນແປງຂອງຜູ້ນຳເຂົ້າ-ສົ່ງອອກ ແລະ ສະພາບແວດລ້ອມໃນຕົວ - ນອກຕົວ, ລະບົບໄຟຟ້າ ແລະ ສັນຍານທາງດ້ານເອເລັກໂທນິກຂັດຂ້ອງ,ບໍ່ຄ່ອຍປົກກະຕິເຮັດໃຫ້ການບໍລິການບາງຄັ້ງຊັກຊ້າແກ່ຍາວເວລາ.

ທ່ານ ຫົວໜ້າດ່ານພາສີສາກົນ ນາເພົ້າໄດ້ກ່າວຕື່ມອີກວ່າ:ເພື່ອເຮັດໃຫ້ຕົວເລກລາຍຮັບໄດ້ຕາມແຜນການທີ່ວາງໄວ້ ແລະລື່ນຄາດໝາຍ, ດ່ານພາສີສາກົນນາເພົ້າຈຶ່ງໄດ້ກຳນົດມາດຕະການຈຳນວນໜຶ່ງເປັນວຽກງານຈຸດສຸມຄື:ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດຢ່າງເປັນປົກກະຕິ, ຖືເອົາວຽກງານການເກັບລາຍຮັບເປັນໜ້າທີ່ການເມືອງຕົ້ນຕໍຕິດພັນກັບການເຄື່ອນໄຫວວຽກງານອື່ນໆ,ຈັດວາງໜ້າວຽກແບ່ງຄວາມຮັບຜິດຊອບໃຫ້ພະນັກງານໃນໜ້າວຽກຕ່າງໆພາຍໃນດ່ານພາສີສາກົນນາເພົ້າໃຫ້ແທດເໝາະກັບຄວາມຮູ້- ຄວາມສາມາດຂອງແຕ່ລະບຸກຄົນ, ເພີ້ມທະວີການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເຂັ້ມງວດຕາມກົດໝາຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ,ເອົາໃຈໃສ່ຕິດຕາມ,ກວດກາ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍ. ຈຳກັດການອະນຸຍາດໃຫ້ຄ້ຳປະກັນນຳເອົາສິນຄ້າເຄື່ອງຂອງອອກຈາກສາງຫຼືດ່ານພາສີກ່ອນການແຈ້ງພາສີເປັນລາຍລະອຽດ, ພ້ອມນັ້ນກໍເອົາໃຈໃສ່ຕິດຕາມ, ຄຸ້ມຄອງສິນຄ້າເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທືນເພື່ອຫຼີກລ້ຽງຊ່ອງຫວ່າງການນຳເອົາໄປໃຊ້ໂດຍບໍ່ຖືກຕ້ອງຕາມເປົ້າໝາຍ,ປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດສອງຄ່ອງຕາມລະບຽບກົດ ໝາຍ,ຫຼຸດຜ່ອນຂັ້ນຕອນທີ່ບໍ່ຈຳເປັນ,ສ້າງເງື່ອນໄຂເພື່ອອຳນວນຄວາມສະດວກໃຫ້ແກ່ການນຳເຂົ້າ- ອອກສິນຄ້າເຄື່ອງຂອງທີ່ຖືກຕ້ອງຕາມລະບຽບກົດໝາຍ,ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ15/ນຍລົງວັນທີ 1 ພຶດສະພາ 2016 ວ່າດ້ວຍການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ແລະທຸລະກິດໄມ້,ເພີ້ມທະວີວຽກງານປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ, ພະແນກການເງິນແຂວງແລະພະແນກການທີ່ກ່ຽວຂ້ອງເພື່ອສ້າງສີ່ງອຳນວຍຄວາມສະດວກໃນການຈັດຕັ້ງວຽກງານວິຊາສະເພາະຢູ່ດ່ານພາສີສາກົນນາເພົ້າໃຫ້ມີຄວາມເຂັ້ມແຂງ.

(ຂ່າວ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025, ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ”,ຂຶ້ນໃນວັນທີ 8 ທັນວານີ້,ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າທູຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ວັນທີ 5 ທັນວາຜ່ານມານີ້ທີ່ວັດສຣີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໄດ້ມີທີປະກາດຮັບຮອງ ວັດ 4 ສໍ ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມ ຂອງພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີ, ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີພະເຖຣານຸເຖຣະ, ຕະຫຼອດຮອດ ຊາວພຸດທະສະນິກະຊົນພາຍໃນເມືອງເຂົ້າຮ່ວມ.
15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

ໃນໂອກາດສະເຫຼີມສະຫຼອງວັນຂົງຈືໂລກ ປີ 2025 ແລະ ການສ້າງຕັ້ງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 15 ປີ. ທ່ານ ເຝິງກວາງຫົວ ຜູ້ອໍານວຍການ ສຂຈ ຝ່າຍຈີນ ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 15 ປີຜ່ານມາ, ສຂຈ ມຊ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນບ່ອນກໍ່ສ້າງຜູ້ຊ່ຽວຊານດ້ານພາສາຈີນ ມາຮອດປັດຈຸບັນໄດ້ກໍ່ສ້າງບຸກຄະລະກອນເກືອບ 100,000 ກ່ວາຄົນ ແລະ ໄດ້ຮັບຖານະເປັນສູນການສຶກສາພາສາຈີນ ແລະ ເວທີແລກປ່ຽນວັດທະນະທຳທີ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດໃນລາວ.
ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ.
ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເພີ່ມເຕີມ