6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ

6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ

6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ສົ່ງເສີມການຜະລິດເປັນສິນຄ້າແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ສິງຫາຜ່ານມາ ທີ່ພະແນກ ອຄ ແຂວງວ່າ: ໃນ 6 ເດືອນຕົ້ນປີຜ່ານມາ, ສາມາດຈັດຕັ້ງປະຕິບັດການນຳເຂົ້າສິນ ຄ້າ 4,17 ລ້ານກວ່າໂດລາ, ໃນນັ້ນຜະລິດຕະພັນທີ່ນໍາເຂົ້າສ່ວນໃຫຍ່ແມ່ນປະເພດກົນຈັກ, ປຸ໋ຍ, ອຸປະກອນນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າຂອງບັນດາໂຄງການຕ່າງໆ ທີ່ມາລົງທຶນພາຍໃນແຂວງ.

 

6 ເດອນຕນປ ອຄ ເຊກອງ ສາມາດສງອອກສນຄາ 121,16 ລານໂດລາ - image 1
 

ສຳລັບການສົ່ງອອກໄລຍະ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 121,16 ລ້ານໂດລາ, ໃນນັ້ນສິນ ຄ້າສົ່ງອອກເປັນຕົ້ນ ຖ່ານຫີນປະຕິບັດໄດ້ 56,35 ລ້ານໂດລາ ກວມ 46,50% ຂອງມູນຄ່າການສົ່ງອອກທັງໝົດ, ກະແສໄຟຟ້າ, ຜົນຜະລິດກະສິກຳແປ້ງມັນຕົ້ນ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້ ແລະ ຖ່ານຂາວ ຊຶ່ງເປັນສິນຄ້າທີ່ເປັນທ່າແຮງຂອງແຂວງ ເປັນສິນຄ້າປາຍແຫຼມອັນໜຶ່ງທີ່ມີການສົ່ງອອກຈຳນວນຫຼາຍ ເມື່ອທຽບໃສ່ບັນດາແຂວງອ້ອມຂ້າງ, ສົ່ງອອກຈຳໜ່າຍໃນກຸ່ມປະເທດອາຊຽນ ໄທ ແລະ ສສ.ຫວຽດນາມ ຊຶ່ງທັງສອງປະເທດກວມເອົາ 87% ຂອງມູນຄ່າສົ່ງອອກທັງໝົດ ແລະ ນອກກຸ່ມອາຊຽນມີ 3 ປະເທດຄື: ສປ ຈີນ, ເກົາຫຼີ, ອິນເດຍ. ຊຶ່ງກຸ່ມຜູ້ຜະລິດແມ່ນປະຊາຊົນພາຍໃນບັນດາ 4 ຕົວເມືອງ ໄດ້ຜະລິດກາເຟ, ຢາງພາລາ ໂດຍແມ່ນໂຄງການຂອງບໍລິສັດທີ່ໄດ້ຮັບບຸລິມະສິດເຂົ້າມາສຳປະທານ, ໃນການສົ່ງອອກມີ 4 ບໍລິສັດທີ່ໄດ້ສົ່ງອອກຢາງພາລາ, ກາເຟກໍເຊັ່ນກັນ. ໂດຍແມ່ນປະຊາຊົນເປັນຜູ້ຜະລິດ ແລະ ບໍລິສັດເປັນຜູ້ເກັບຊື້ເພື່ອສົ່ງອອກເປັນຫຼັກ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ເພື່ອຊຸກຍູ້ເສດຖະກິດກະຈາຍລາຍຮັບໃຫ້ແຕ່ລະຂົງເຂດເຊັ່ນ: ການບໍລິການ ແລະ ການທ່ອງທ່ຽວພາຍໃນແຂວງ. ນອກນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຮູ້ຈັກການຜະລິດປຸງແຕ່ງສິນຄ້າທີ່ເປັນທ່າແຮງຂອງບັນດາເມືອງທີ່ມີ, ປັດຈຸບັນພວກເຮົາມີສິນຄ້າທີ່ເປັນສິນຄ້າໂອດັອບ 16 ຫົວໜ່ວຍ, 29 ລາຍການ, ໃນ 6 ເດືອນຕົ້ນປີນີ້ໄດ້ສ້າງຂຶ້ນໃໝ່ 3 ລາຍການ ໂດຍສະເພາະການຜະລິດປຸງແຕ່ງໂສມໃຫ້ມີຫຼາກຫຼາຍຜະລິດຕະພັນເຊັ່ນ: ເຫຼົ້າດອງໂສມ, ໂສມສະກັດ, ຊາໂສມ, ຫັດຖະກຳຕໍ່າແຜ່ນແພ ແລະ ອື່ນໆ. ໃນ 6 ເດືອນຕົ້ນປີຜ່ານມາ ສາມາດປ່ອຍກູ້ໄດ້ 39 ຕື້ກີບ ໃນຂົງເຂດການຜະລິດປຸງແຕ່ງ, ການຄ້າ ແລະ ການບໍລິການ ເພື່ອສືບຕໍ່ຂະຫຍາຍກິດຈະການໃຫ້ມີຄວາມເຂັ້ມແຂງ.

6 ເດອນຕນປ ອຄ ເຊກອງ ສາມາດສງອອກສນຄາ 121,16 ລານໂດລາ - image 2
 

ທ່ານ ນາງ ວິລະຄອນ ບັນທະເວີ ກ່າວໃຫ້ຮູ້ອີກວ່າ: ສຳລັບ 6 ເດືອນທ້າຍປີນີ້ໄດ້ສຸມໃສ່ການສະໜອງ SME ໃຫ້ຖຶກກັບຈຸດປະສົງ ແລະ ເປົ້າໝາຍ ສູ້ຊົນສະໜອງສະບຽງອາຫານໃຫ້ພຽງພໍພາຍໃນແຂວງ ຕິດພັນກັບການຄຸ້ມຄອງລາຄາສິນຄ້າ, ສຳລັບການຄຸ້ມຄອງລາຄາສິນຄ້າແມ່ນເຮົາບໍ່ສາມາດຄຸ້ມຄອງລາຄາໃຫ້ຢູ່ໃນເກນທີ່ເຮົາຢາກຄຸ້ມຄອງໄດ້ ຕິດພັນກັບກົນໄກເສດຖະກິດຕະຫຼາດ ແລະ ມີສາເຫດຈາກຫຼາຍປັດໃຈ ສິ່ງທີ່ພວກເຮົາເຮັດໄດ້ກໍຄືເຂົ້າໄປແຊກແຊງລາຄາສິນຄ້າທີ່ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງວາງແຜນຟື້ນຟູຄືນບັນດາກິດຈະການທີ່ມີຢູ່ແລ້ວເພື່ອຫຼຸດຜ່ອນຕົ້ນທຶນໃຫ້ຫຼາຍທີ່ສຸດ.

6 ເດອນຕນປ ອຄ ເຊກອງ ສາມາດສງອອກສນຄາ 121,16 ລານໂດລາ - image 3
 

ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ການນຳເມືອງຄູນ ໄດ້ລົງຢ້ຽມຢາມ ໂອ້ລົມພໍ່ແມ່ປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳໄຫຼສຸບ້ານ ຍ້ອນພາຍຸບົວລອຍ ຄັ້ງວັນທີ 29-30 ກັນຍາ 2025, ທ່ານ ໄຊສືຊົ່ງ ຮອງນາຍບ້ານໆພູກາເຟ ເມືອງຄູນ ໄດ້ລາຍງານຜົນເສຍຫາຍຍ້ອນພາຍຸບົວລອຍວ່າ: ມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫຼັງ, ຫ້ອງການບ້ານ 1 ຫຼັງ ແລະ ດິນເຈື່ອນຖົມນາ, ສວນຫຍ້າ, ເສັ້ນທາງ, ຜ່ານມາ ການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດສຸມສັນຫຼວງໄດ້ເຂົ້າຊ່ວຍເຫຼືອ ເບື້ອງຕົ້ນທັນທີ ເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພະຍາດ ເຄື່ອງໃຊ້ຄົວເຮືອນ.
ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ໃນໄລຍະຜ່ານມາ ອົງຄະນະພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ສ້າງ ແລະ ສົ່ງເສີມໃຫ້ຊາວໜຸ່ມທົ່ວປະເທດໄດ້ມີອາຊີບສ້າງລາຍຮັບໃຫ້ຕົນເອງ. ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະພັກ ເລຂາຄະນະບໍລິຫານງານ (ສຊປລ) ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະບໍລິຫານງານພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຢຶດໝັ້ນຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ ແລະ ສອດຫ້ອຍໄປໃນທຸກວຽກງານ ເພື່ອກໍ່ສ້າງການຈັດຕັ້ງພັກ, ສະມາຊິກພັກ, ລັດຖະກອນໃຫ້ເຂັ້ມແຂງ. ຄະນະພັກພວກເຮົາໄດ້ລົງເລິກຄົ້ນຄວ້າເພື່ອຍົກສູງຄຸນນະພາບຂອງເນື້ອໃນ, ຮູບການສຶກສາອົບຮົມໃຫ້ມີປະສິດທິຜົນ, ເອົາການຫັນປ່ຽນພຶດຕິກຳເປັນສິ່ງວັດແທກຄຸນນະພາບຂອງວຽກງານນີ້. ຈາກທີ່ເຄີຍນຳໃຊ້ຮູບການເຜີຍແຜ່ມູນ ເຊື້ອ, ມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ດ້ວຍການບັນລະຍາຍ, ປາຖະກະຖາ ໄດ້ປັບປຸງມາເປັນຫຼາຍຮູບແບບ ທີ່ແທດເໝາະກັບສະພາບ, ຈິດຕະສາດຂອງຊາວໜຸ່ມ, ເຍົາວະຊົນໃນໄລຍະໃໝ່. ອັນພົ້ນເດັ່ນ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ. ຕະຫຼອດໄລຍະ 5 ປີ ສາມາດຈັດຕັ້ງປະຕິບັດ ໄດ້ທັງໝົດ 305 ຄັ້ງ ມີຜູ້ເຂົ້າຮ່ວມ17,145 ເທື່ອຄົນ.
ປຶກສາຫາລືປັບປຸງ ແຕ່ງຕັ້ງຄະນະບໍລິຫານງານ ສຕ.ນວ ຊຸດໃໝ່

ປຶກສາຫາລືປັບປຸງ ແຕ່ງຕັ້ງຄະນະບໍລິຫານງານ ສຕ.ນວ ຊຸດໃໝ່

ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຈັດກອງປະຊຸມເພື່ອປຶກສາຫາລືບັນຫາທີ່ຈຳເປັນ ແລະ ຮີບດ່ວນ ພ້ອມທັງປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຄືນໃໝ່ ແນໃສ່ໃຫ້ຄະນະບໍລິຫານ ສຕ.ນວ ຊຸດໃໝ່ ສາມາດກະກຽມຄວາມພ້ອມໃຫ້ແກ່ທີມນັກກິລາເຈົ້າພາບ ເຂົ້າຮ່ວມຊີງຫຼຽນຄຳງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ 2025 ທີ່ຈະຈັດຂຶ້ນໄວໆນີ້.
ຊາວກະສິກອນໃນທົ່ວແຂວງຄໍາມ່ວນເກັບກູ້ຜົນຜະລິດລະດູຝົນສໍາເລັດໃນເນື້ອທີ່ 7,211 ເຮັກຕາ

ຊາວກະສິກອນໃນທົ່ວແຂວງຄໍາມ່ວນເກັບກູ້ຜົນຜະລິດລະດູຝົນສໍາເລັດໃນເນື້ອທີ່ 7,211 ເຮັກຕາ

ໃນລະດູການປູກພືດລະດູຝົນປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 13,795 ເຮັກຕາ, ຄາດຄະເນຜົນຜະລິດ 226,681 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 2,607 ເຮັກຕາ, ຄາດຄະເນຜົນຜະລິດ 28,839 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 11,188 ເຮັກຕາ, ຄາດຄະເນຜົນຜະລິດ 197,842 ໂຕນ.
ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.

ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.

ວັນທີ 22 ຕຸລານີ້ ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ໂດຍການເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນໍາວຽກງານເສດຖະກິດ.
ຮອງລັດຖະມົນຕີກະຊວງ ສທຂ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງນໍ້າປະປາ ຢູ່ແຂວງອັດຕະປື.

ຮອງລັດຖະມົນຕີກະຊວງ ສທຂ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງນໍ້າປະປາ ຢູ່ແຂວງອັດຕະປື.

ໃນວັນທີ 21 ຕຸລາຜ່ານມາ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເຄື່ອນໄຫວລົງຕິດຕາມ, ຊຸກຍູ້ໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ຢູ່ 2 ເມືອງ ຂອງແຂວງອັດຕະປືຄື: ເມືອງສາມັກຄີໄຊ ແລະ ສະໜາມໄຊ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ HSCD

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ HSCD

ໃນວັນທີ 21 ຕຸລາຜ່ານມານີ້, ພະແນກສາທາລະນະສຸກແຂວງເຊກອງ ຮ່ວມກັບ ໂຄງການ ສ້າງຄວາມເຂັ້ມແຂງແກ່ສະຖານທີ່ບໍລິການຮັກສາສຸຂະພາບ ແລະ ການພັດທະນາຊຸມຊົນແບບມີສ່ວນຮ່ວມ (HSCD) ໄດ້ສະຫຼຸບການຈັດຕັ້ງປະຕິບັດກິດຈະກຳ ປະຈຳ 6 ເດືອນ ແລະ ສະຫຼຸບຜົນການປະເມີນໄລຍະກາງແຕ່ເດືອນ 4/2024-9/2025 ຢູ່ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍມີ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ທ່ານ ນາງ ສົມຄິດ ໂຫລຍອິນຕອງ ຜູ້ບໍລິຫານໂຄງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ (SFE) ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກກະຊວງ, ແຂວງ, ເມືອງ, ກຸ່ມບ້ານທີ່ມີສຸກສາລາເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ

ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ

ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ລະຫວ່າງ ພັທ ນາງ ຄໍາແສງ ທໍາມະວົງ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ເກົ່າ ແລະ ພັທ ນາງ ວິຄູນ ພົມມະຈັກ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ຜ່ານມາ, ໂດຍມີ ທ່ານ ພັອ ພອນພິລຸນ ປັນຍາສິລິ ຫົວ ໜ້າກົມສື່ມວນຊົນ ປກສ, ມີຄະນະພັກ- ຄະນະກົມ, ພ້ອມດ້ວຍຫົວໜ້າພະແນກ-ກອງ, ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດ ພາຍໃນກອງບັນນາທິການໜັງສືພິມຄວາມສະຫງົບ ເຂົ້າຮ່ວມ.
ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ

ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ຂຶ້ນໃນວັນທີ 22 ຕຸລານີ້ ທີ່ສູນອົບຮົມແມ່ຍິງ (ໂພນທັນ), ໂດຍການເປັນປະທານ ທ່ານ ນາງ ພວງວັນ ພົມມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ບັນດາຜູ້ປະກອບການ ໂຮງພິມ, ຮ້ານພິມ, ຮ້ານອອກແບບພິມ, ສໍານັກພິມ, ຮ້ານຈໍາໜ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ