ຂ່າວລະບຸວ່າ: ຄຽງຄູ່ກັບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງສອງຝ່າຍໄດ້ເຊື່ອມໂຍງເຂົ້າກັນແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ, ມູນຄ່ານຳເຂົ້າ-ສົ່ງອອກຜະລິດຕະພັນກາງ ຊຶ່ງເປັນຜະລິດຕະພັນສຳລັບການຜະລິດສິນຄ້າ ຫຼື ການບໍລິການອື່ນໆ ໄດ້ບັນລຸເຖິງ 92,12 ຕື້ຢວນ, ເພີ່ມຂຶ້ນ 36,8%. ຜະລິດຕະພັນທີ່ເຂດກວາງຊີຈີນນຳເຂົ້າຈາກປະເທດອາຊຽນສ່ວນຫຼາຍແມ່ນຜະລິດຕະພັນກະສິກຳ, ໄດ້ເພີ່ມຂຶ້ນ 0,7%, ສ່ວນສິນຄ້າທີ່ເຂດກວາງຊີສົ່ງອອກໄປປະເທດອາຊຽນສ່ວນຫຼາຍແມ່ນຜະລິດຕະພັນກົນຈັກໄຟຟ້າ, ໃນນັ້ນການສົ່ງອອກເຄື່ອງໃຊ້ໄຟຟ້າໃນເຮືອນເພີ່ມຂຶ້ນ 67,4%, ໝໍ້ໄຟລິດທຽມເພີ່ມຂຶ້ນ 225,5% ແລະ ການສົ່ງອອກລົດເພີ່ມຂຶ້ນ 20,1%.
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຄໍາເຫັນ