ກອງປະຊຸມກົນໄກສົນທະນາຍຸດທະສາດຮອບດ້ານຈີນ - ອິນໂດເນເຊຍ ຄັ້ງທຳອິດ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 22 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮ່ວມກັບທ່ານ ຊູຈິໂອໂນ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ເປັນປະທານກອງປະຊຸມກົນໄກສົນທະນາຍຸດທະສາດຮອບດ້ານຈີນ-ອິນໂດເນເຊຍຄັ້ງທຳອິດ. ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ອິນໂດເນເຊຍ ແລະ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ.
ສອງຝ່າຍໄດ້ທົບທວນ ແລະ ສະຫຼຸບຄວາມຄືບໜ້າດ້ານການຮ່ວມມືໃນຂົງເຂດຕ່າງໆຢ່າງຮອບດ້ານ, ເຫັນດີຢຶດໝັ້ນການເປັນເຈົ້າຕົນເອງທາງຍຸດທະສາດ, ເດັດດ່ຽວສະໜັບສະໜູນຜົນປະໂຫຍດໃຈກາງຂອງກັນ ແລະ ກັນຢ່າງໜັກແໜ້ນ, ປະສານງານໃນສອງພາລະກິດສຳຄັນຄື: ການພັດທະນາ ແລະ ຄວາມໝັ້ນຄົງໃຫ້ດີກວ່າເກົ່າ, ໃຫ້ການຮັບປະກັນທີ່ເຂັ້ມແຂງຕໍ່ຂະບວນການປັບປຸງຄວາມທັນສະໄໝຂອງສອງປະເທດ, ຕົກລົງເລີ່ມວາງແຜນການເຄື່ອນໄຫວ 5 ປີລະຫວ່າງຈີນ-ອິນໂດເນເຊຍ (2027-2031), ເພື່ອຊຸກຍູ້ການຮ່ວມມື “5 ເສົາຄ້ຳຫຼັກ” ຢ່າງຮອບດ້ານ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈະໃຊ້ກົນໄກ ແລະ ເວທີສຳຄັນນີ້ໃຫ້ດີ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ອິນໂດເນເຊຍ ໃຫ້ໄດ້ຮັບໝາກຜົນທີ່ແທ້ຈິງຫຼາຍກວ່າເກົ່າ, ພ້ອມນີ້ສອງຝ່າຍຍັງເຫັນດີຈະຈັດກອງປະຊຸມກົນໄກສົນທະນາຄັ້ງທີ 2 ຢູ່ຈີນໃນປີໜ້າ.
ຄໍາເຫັນ