ບົດລາຍງານຍັງເນັ້ນໃຫ້ເຫັນວ່າ: ການຄ້າພາຍໃນອາຊຽນຍັງຄົງເຂັ້ມແຂງ, ໂດຍມີຍອດເກີນດຸນ 63 ຕື້ໂດລາ ຊຶ່ງຂັບເຄື່ອນໂດຍລະບົບຕ່ອງໂສ້ການສະໜອງໃນພາກພື້ນທີ່ປະສົມປະສານກັນຫຼາຍຂຶ້ນ. ໂດຍການເຊື່ອມໂຍງພາກພື້ນທີ່ດີຂຶ້ນສາມາດເສີມຂະຫຍາຍອຸດສາຫະກໍາ, ການຜະລິດທີ່ມີມູນຄ່າເພີ່ມ ແລະ ຄວາມແຂງແຮງຂອງລະບົບຕ່ອງໂສ້ການສະໜອງ, ຊ່ວຍເສີມສ້າງບົດບາດຂອງອາຊຽນໃນຖານະເປັນຜູ້ຂັບເຄື່ອນການຄ້າ ແລະ ການລົງທຶນລະດັບໂລກ.
ຂໍ້ມູນການສົ່ງອອກ ແລະ ນໍາເຂົ້າຊີ້ໃຫ້ເຫັນວ່າ: ຈຸດແຂງຂອງອາຊຽນ-5 ແມ່ນຢູ່ໃນຂອບເຂດການຄ້າຂອງທັງ 5 ປະເທດ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນພາຍໃນໂຄງສ້າງເສດຖະກິດ. ໂດຍອິນໂດເນເຊຍເປັນຜູ້ນໍາການສົ່ງອອກຊັບພະຍາກອນ ແລະ ການຜະລິດຕໍ່ເນື່ອງ, ສິງກະໂປເປັນສູນກາງການຄ້າ ແລະ ການກັ່ນລະດັບພາກພື້ນ, ມາເລເຊຍ ມີບົດບາດທີ່ເຂັ້ມແຂງຂຶ້ນໃນລະບົບຕ່ອງໂສ້ມູນຄ່າດ້ານເອເລັກໂຕຣນິກ ແລະ ສິນຄ້າ, ໄທ ຍັງຄົງເປັນຖານການຜະລິດລົດຍົນທີ່ສຳຄັນ ແລະ ຫວຽດນາມຍັງສືບຕໍ່ຂະຫຍາຍບົດບາດຂອງຕົນໃນຖານະເປັນແພລັດຟອມການຜະລິດລະດັບໂລກ.
UOB ໃຫ້ຂໍ້ສັງເກດວ່າ: ຈຸດແຂງເຫຼົ່ານີ້ຊ່ວຍເສີມສ້າງບົດບາດຂອງອາຊຽນໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ໂດຍ UOB ໄດ້ປັບປຸງທ່າອ່ຽງການຄ້າຂອງອາຊຽນໃນໄລຍະຍາວຫຼັງຈາກການຄ້າໃນປີ 2025 ເຕີບໂຕ 13.7% ຊຶ່ງສູງກວ່າການຄາດຄະເນຢ່າງຫຼວງຫຼາຍ. ສິ່ງນີ້ແມ່ນຂັບເຄື່ອນໂດຍການປ່ຽນແປງໂຄງສ້າງໃນອຸດສາຫະກຳເອເລັກໂຕຣນິກ ແລະ ເຊມິຄອນດັກເຕີ, ທ່າມກາງຄວາມຕ້ອງການທີ່ເຂັ້ມແຂງທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງອຸດສາຫະກຳປັນຍາປະດິດ (AI).
ປັດຈຸບັນ, ການຄ້າທັງໝົດຂອງອາຊຽນຄາດວ່າຈະເຕີບໂຕໃນອັດຕາສະເລ່ຍຕໍ່ປີ 7.7% ລະຫວ່າງປີ 2025 - 2035, ໂດຍຈະບັນລຸ 6.6 ພັນຕື້ໂດລາໃນປີ 2030 ຊຶ່ງສູງກວ່າການຄາດຄະເນກ່ອນໜ້ານີ້ທີ່ລະບຸໄວ້ 5.3 ພັນຕື້ໂດລາ ແລະ ຈະສູງເກີນ 9 ພັນຕື້ໂດລາໃນປີ 2035 ຊຶ່ງສູງກວ່າການຄາດຄະເນກ່ອນໜ້ານີ້ທີ່ 7.1 ພັນຕື້ໂດລາ.
ຄໍາເຫັນ