ທ່ານ ຄານີ ໃຫ້ຮູ້ວ່າ: ຄວາມຄືບໜ້າຂອງການເຈລະຈາໃນປັດຈຸບັນ ບໍ່ພຽງພໍທີ່ຈະບັນລຸເປົ້າໝາຍທີ່ຕັ້ງໄວ້ເພື່ອປະຊາຊົນການາດາ. ທ່ານກ່າວວ່າ: ໃນຂະນະທີ່ອາເມຣິກາເພີ່ມພາສີ 50% ຕໍ່ສິນຄ້າຈາກການາດາ, ການາດາ ຈະປະຕິບັດມາດຕະການພາສາທີ່ເທົ່າທຽມກັນຕໍ່ອາເມຣິກາ ເພື່ອປົກປ້ອງແຮງງານ ແລະ ວິສາຫະກິດຂອງການາດາ.
ໃນວັນທີ 21 ສິງຫາ ຜ່ານມາ, ທ່ານ ເຈມີຊັນ ເກຣຍ ຜູ້ແທນການຄ້າອາເມຣິກາ ຢືນຢັນວ່າ: ການາດາ ປະຕິເສດບໍ່ຕົກລົງສັນຍາການຄ້າ. ທ່ານໃຫ້ຮູ້ຕື່ມວ່າ, ອາເມຣິກາ ໄດ້ສະເໜີເງື່ອນໄຂໃນການເຂົ້າເຖິງຕະຫຼາດທີ່ມີສິດທິພິເສດຫຼາຍກວ່າເກົ່າໃຫ້ແກ່ການາດາ, ຖ້າຫາກບັນລຸສັນຍາກໍຈະສາມາດຫຼຸດພາສີລົງຢ່າງຫຼວງຫຼາຍ.
ຄໍາເຫັນ