ຢ່າງໃດກໍຕາມ, ອັດຕາເງິນເຟີ້ພື້ນຖານຂອງສິງກະໂປຍັງຄົງຕໍ່າກວ່າການຄາດຄະເນຂອງນັກວິເຄາະທີ່ຄາດວ່າຈະຢູ່ທີ່ 2.2%.
ສ່ວນອັດຕາເງິນເຟີ້ທົ່ວໄປ ຢູ່ທີ່ 2.2% ໃນເດືອນກໍລະກົດ ຜ່ານມາ, ຕໍ່າກວ່າການຄາດຄະເນຂອງນັກວິເຄາະທີ່ຄາດໄວ້ 2.4%.
ທັງນີ້, ຄ່າໃຊ້ຈ່າຍດ້ານສາທາລະນູປະໂພກ ແລະ ນໍ້າມັນເຊື້ອໄຟອື່ນໆເພີ່ມຂຶ້ນ 6.1% ໃນເດືອນກໍລະກົດຜ່ານມາ ເມື່ອທຽບກັບປີກ່ອນ, ທ່າມກາງຄ່າໃຊ້ຈ່າຍດ້ານພະລັງງານທີ່ເພີ່ມຂຶ້ນຍ້ອນການຂັດແຍ້ງທີ່ຍັງດໍາເນີນຢູ່ໃນຕາເວັນອອກກາງ. ສິງກະໂປ ຊຶ່ງນຳເຂົ້າພະລັງງານເກືອບທັງໝົດທີ່ໃຊ້ພາຍໃນປະເທດ, ຈຳເປັນຕ້ອງຂຶ້ນອັດຕາຄ່າໄຟຟ້າ ແລະ ອາຍແກ໊ສສູງທີ່ສຸດແບບບໍ່ເຄີຍມີມາກ່ອນໃນໄຕມາດທີ 3 ຂອງປີ 2026.
ສຳລັບອັດຕາເງິນເຟີ້ໃນຂະແໜງການຂົນສົ່ງເພີ່ມຂຶ້ນເປັນ 7.9%, ໃນຂະນະທີ່ອັດຕາເງິນເຟີ້ອາຫານບັນລຸ 2.2%.
ລັດຖະບານສິງກະໂປໄດ້ດຳເນີນມາດຕະການເພື່ອຫຼຸດຜ່ອນຜົນກະທົບຂອງປັດໄຈພາຍນອກຕໍ່ພົນລະເມືອງຂອງຕົນ, ໂດຍໄດ້ສະໜອງງົບປະມານຊ່ວຍເຫຼືອເກືອບ 2 ຕື້ໂດລາສິງກະໂປ ນັບຕັ້ງແຕ່ການຂັດແຍ້ງລະຫວ່າງ ສະຫະລັດ ອາເມຣິກາ ແລະ ອີຣານ ໃນຕົ້ນປີນີ້.
ໃນຂະນະດຽວກັນ, ທະນາຄານກາງສິງກະໂປ (MAS) ໄດ້ປະກາດໃນກອງປະຊຸມເດືອນຜ່ານມາວ່າຈະສືບຕໍ່ເຂັ້ມງວດນະໂຍບາຍເງິນຕາ ແລະ ຮັກສາການຄາດຄະເນອັດຕາເງິນເຟີ້ພື້ນຖານໃນປີນີ້ໃຫ້ຢູ່ໃນລະດັບ 1.5% – 2.5%, ພ້ອມທັງເຕືອນວ່າແຮງກົດດັນດ້ານອັດຕາເງິນເຟີ້ອາດຈະຍັງຄົງສູງຈົນຮອດກາງປີ 2027.
ຄໍາເຫັນ