ບົດລາຍງານລະບຸວ່າ: ຈາກາຕາ ມີເປົ້າໝາຍທີ່ຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ 30% ພາຍໃນປີ 2030 ແລະ ບັນລຸການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນພາຍໃນປີ 2050, ໂດຍມີຂະແໜງການຂົນສົ່ງເປັນຈຸດ ສຳຄັນ, ກວມເອົາ 52% ຂອງການປ່ອຍອາຍພິດເຮືອນແກ້ວໂດຍກົງທັງໝົດຂອງເມືອງ.
ນອກຈາກນັ້ນ, ຈາກາຕາມີເປົ້າໝາຍທີ່ຈະເພີ່ມອັດຕາສ່ວນການເດີນທາງໂດຍການຂົນສົ່ງສາທາລະນະເປັນ 55% ພາຍໃນປີ 2045 ໂດຍການຂະຫຍາຍເຄືອຂ່າຍການຂົນສົ່ງສາທາລະນະ, ສົ່ງເສີມການພັດທະນາພື້ນທີ່ອ້ອມຮອບລະບົບການຂົນສົ່ງມວນຊົນ ແລະ ຈັດຕັ້ງປະຕິບັດມາດຕະການເພື່ອຫຼຸດຜ່ອນການນຳໃຊ້ຍານພາຫະນະສ່ວນຕົວ.
ບໍລິສັດ TransJakarta, ຜູ້ປະກອບການຂົນສົ່ງສາທາລະນະຂອງຈາກາຕາ ລະບຸວ່າ: ລົດເມໄຟຟ້າຄັນໜຶ່ງສາມາດປະຢັດເງິນອຸດໜູນນໍ້າມັນເຊື້ອໄຟໄດ້ເຖິງ 302 ລ້ານຣູເປຍຕໍ່ປີ ຫຼື ລວມທັງໝົດປະມານ 3.9 ຕື້ຣູເປຍ ໃນໄລຍະເວລາ 5.5 ປີ.
ຄໍາເຫັນ