ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ
ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນແລະ ລາຍງານຄວາມຄືບໜ້າໃນການປະຕິບັດວຽກງານ 6 ເດືອນຄັ້ງທີໜຶ່ງຂອງປີ 2026 ກັບລັດຖະບານລາວໃນວັນທີ 14ສິງຫາຜ່ານມາ ຢູ່ໂຮງແຮມ ອາວານີ ພລັສ໌ ລ້ານຊ້າງ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກສາຫາລືແບບສອງສົ້ນຮ່ວມກັນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບເນື້ອໃນສໍາຄັນຂອງຜົນປະໂຫຍດຮ່ວມກັນ.

 

ບລສດ ພເບຍ ມາຍນງ ຈດກອງປະຊມທບທວນວຽກງານ 6 ເດອນຕນປກບລດຖະບານ - image 1
 

 

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກພາກລັດຂັ້ນແຂວງ ແລະ ຂັ້ນສູນກາງຈໍານວນ 80 ທ່ານຊຶ່ງມາຈາກສໍານັກງານນາຍົກລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນປະເທດ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ອໍານາດການປົກຄອງຈາກແຂວງໄຊສົມບູນ ແລະ ແຂວງຊຽງຂວາງ.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານ ຂອງ ທ່ານ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ຮ່ວມເປັນປະທານໂດຍທ່ານ ທອງປະເສີດ ໄຊຍາລາດ, ຮອງປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ ແລະ ທ່ານ ຫົງຄໍາ ພິມມະສານ, ຮອງປະທານຄະນະກໍາມະການປົກຄອງ ແຂວງຊຽງຂວາງ.

ຄະນະຜູ້ບໍລິຫານທີ່ເປັນຕົວແທນຂອງບໍລິສັດ ແມ່ນນໍາໂດຍທ່ານ ເດວິດ ຣີດ, ຜູ້ອໍານວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຫຼໍ ເຈິ້ນ, ຮອງຜູ້ຈັດການໃຫຍ່, ທ່ານ ນາງ ມະນີລັດ ອາຣຸນລັງສີ, ຜູ້ຈັດການອາວຸໂສຝ່າຍປະສານງານພາຍນອກ ແລະ ທ່ານ ນາງ ວັນນະລີ ພູນສະຫວັດ, ຜູ້ຈັດການພະແນກພົວພັນລັດຖະບານ.

ຕະຫຼອດໄລຍະການປະຊຸມເຄິ່ງມື້, ບໍລິສັດໄດ້ໃຫ້ຜູ້ເຂົ້າຮ່ວມຮັບຊົມວີດີໂອຄວາມຍາວ 20 ນາທີ ກ່ຽວກັບການດໍາເນີນງານລະດັບສາກົນຂອງບໍລິສັດ ແລະ ການດໍາເນີນການຂຸດຄົ້ນຢູ່ລາວ ທີ່ຊະນະເລີດລາງວັນຕ່າງໆ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງກ່ຽວກັບການປະກອບສ່ວນຂອງບໍລິສັດ ທາງດ້ານການເງິນ ແລະ ເສດຖະກິດໃຫ້ແກ່ແຂວງໄຊສົມບູນ ແລະ ລັດຖະບານຂັ້ນສູນກາງ, ແລະການພັດທະນາຊຸມຊົນ, ໂຄງການປັບປຸງຊີວິດການເປັນຢູ່ຂອງບໍລິສັດ ທີ່ຜ່ານການສົມທຽບມາດຕະຖານການປະເມີນລະດັບສາກົນ. ຕົວແທນຂອງບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ນໍາສະເໜີໃຫ້ເຫັນຄວາມເປັນເລີດດ້ານການດໍາເນີນງານທີ່ເຂັ້ມແຂງ, ຄວາມປອດໄພ ແລະ ຄວາມເອົາໃຈໃສ່ດ້ານສິ່ງແວດລ້ອມ, ໂຄງການເຕີບໂຕຕ່າງໆ ແລະ ບໍ່ທີ່ວາງແຜນຂຸດຄົ້ນໄວ້ໃນຕໍ່ໜ້າຢູ່ລາວ.

ຫຼັງຈາກນັ້ນກອງປະຊຸມ ຍັງເປີດໂອກາດໃຫ້ບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານຂັ້ນແຂວງ ແລະ ຂັ້ນສູນກາງ ສາມາດປຶກສາຫາລືຫຼາຍບັນຫາທີ່ຈໍາເປັນຕ້ອງໄດ້ຮັບການແກ້ໄຂ ເພື່ອຊ່ວຍບໍລິສັດບັນລຸເປົ້າໝາຍໃນການເຕີບໂຕ ແລະ ການພັດທະນາທີ່ມຸ້ງໝັ້ນໃຫ້ຜົນປະໂຫຍດແກ່ລັດຖະບານ ແລະ ປະຊາຊົນລາວ.

ທ່ານ ເດວິດ ຣີດ, ຜູ້ອໍານວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ, ໄດ້ກ່າວຢໍ້າເປົ້າໝາຍໄລຍະຍາວຂອງຜູ້ຖືຮຸ້ນຂອງບໍລິສັດ ແພນອອສ໌ ເພື່ອສືບຕໍ່ລົງທຶນ ແລະ ດໍາເນີນການຂຸດຄົ້ນຂອງພວກເຂົາຢູ່ລາວ.

ທ່ານ ເດວິດ ກ່າວວ່າ “ໃນນາມຜູ້ຖືຮຸ້ນຂອງບໍລິສັດ ແພນອອສ໌, ກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH), ພວກເຮົາມີຄວາມພ້ອມທີ່ຈະສະໜັບສະໜູນໂຄງການເຕີບໂຕຕ່າງໆຂອງບໍລິສັດ ພູເບ້ຍ ມາຍນິງຢູ່ລາວ ແລະ ຮ່ວມມືກັບພາກລັດໃນທຸກຂັ້ນ.

ບໍລິສັດ ແພນອອສ໌ ແລະ ບໍລິສັດ ພູເບ້ຍ ມາຍນິງ ຢໍ້າຈຸດຢືນເປົ້າໝາຍຂອງ GDRH ເພື່ອສືບຕໍ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງລາວ.”

ກອງປະຊຸມຍັງຊ່ວຍໃຫ້ບໍລິສັດ ພູເບ້ຍ ມາຍນິງ ແລະ ພາກລັດໃນທຸກຂັ້ນ ສືບຕໍ່ການຮ່ວມມືອັນເຂັ້ມແຂງ ເພື່ອໂອກາດຕ່າງໃນຫຼາຍປີຕໍ່ໜ້ານີ້.”

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ