ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ

ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ

ອີຣານ ຄົ້ນພົບບໍ່ອາຍແກ໊ສແຫ່ງໃໝ່ທີ່ມີປະລິມານຫຼາຍກວ່າ 212 ຕື້ແມັດກ້ອນ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ທ່ານ ໂມເຊນ ປາກເນຈາດ ລັດຖະມົນຕີກະຊວງນ້ຳມັນຂອງອີຣານ ໄດ້ລາຍງານການຄົ້ນພົບບໍ່ອາຍແກ໊ສທຳມະຊາດໃນແຂວງຟາຣສ ທາງພາກໃຕ້ຂອງອີຣານ ໂດຍຄາດຄະເນວ່າມີປະລິມານອາຍແກ໊ສຫຼາຍກວ່າ 212 ຕື້ແມັດກ້ອນ.

 

ທ່ານ ປາກເນຈາດ ກ່າວວ່າ: ບໍ່ອາຍແກ໊ສທຳມະຊາດທີ່ຄົ້ນພົບໃໝ່ນີ້ມີທ່າແຮງທີ່ຈະຜະລິດອາຍແກ໊ສໄດ້ເກືອບ 5.7 ພັນຕື້ແມັດກ້ອນ, ໂດຍພິຈາລະນາຈາກອັດຕາການນຳອາຍແກ໊ສມາໃຊ້ປະໂຫຍດໄດ້ ປະມານ 72-73% ຊຶ່ງຈະເຮັດໃຫ້ຄວາມຮັ່ງມີຂອງອີຣານເພີ່ມຂຶ້ນຫຼາຍສິບພັນລ້ານໂດລາ.

ທັງນີ້, ຂໍ້ມູນຈາກກອງປະຊຸມຂອງອົງການບັນດາປະເທດສົ່ງອອກອາຍແກ໊ສ (GECF) ຊີ້ໃຫ້ເຫັນວ່າ: ອີຣານມີບໍ່ອາຍແກ໊ສທຳມະຊາດທີ່ພິສູດແລ້ວເກືອບ 34 ພັນຕື້ແມັດກ້ອນ ຊຶ່ງໃຫຍ່ເປັນອັນດັບສອງຂອງໂລກຮອງຈາກຣັດເຊຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫຸ່ນ​ຍົນ​ມະ​ນຸດ​ທຳ​ລາຍ​​ສະ​ຖິ​ຕິໂລກ​​ ການ​ແລ່ນ 100 ແມັດຂອງ​ມະ​ນຸດ

ຫຸ່ນ​ຍົນ​ມະ​ນຸດ​ທຳ​ລາຍ​​ສະ​ຖິ​ຕິໂລກ​​ ການ​ແລ່ນ 100 ແມັດຂອງ​ມະ​ນຸດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ໃນ​ງານ​ແຂ່ງ​ຂັນ​ຫຸ່ນ​ຍົນ​ມະ​ນຸດ​ໂລກ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​​ສະ​ເກັດຄວາມ​ໄວແຫ່ງ​ຊາດ​ຈີນ ໃນວັນ​ທີ 22 ສິງ​ຫາ ຜ່ານມາ,
ອັດຕາເງິນເຟີ້ຂອງສິງກະໂປໃນເດືອນກໍລະກົດ ເພີ່ມຂຶ້ນສູງສຸດ

ອັດຕາເງິນເຟີ້ຂອງສິງກະໂປໃນເດືອນກໍລະກົດ ເພີ່ມຂຶ້ນສູງສຸດ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ,ອັດຕາເງິນເຟີ້ພື້ນຖານ ຊຶ່ງບໍ່ລວມຄ່າໃຊ້ຈ່າຍທີ່ຢູ່ອາໄສ ແລະ ການຂົນສົ່ງສ່ວນບຸກຄົນ ໄດ້ເພີ່ມຂຶ້ນເປັນ 2% ໃນເດືອນກໍລະກົດ ຜ່ານມາ ເມື່ອທຽບກັບປີກ່ອນ ຊຶ່ງເປັນການເຕີບໂຕໄວທີ່ສຸດໃນຮອບເກືອບ 2 ປີ ຫຼື ນັບຕັ້ງແຕ່ເດືອນຕຸລາ ປີ 2024. ໂດຍມີສາເຫດຍ້ອນຄ່າໃຊ້ຈ່າຍດ້ານສາທາລະນູປະໂພກທີ່ເພີ່ມຂຶ້ນ ຫຼັງຈາກລາຄາພະລັງງານໃນຕະຫຼາດໂລກສູງຂຶ້ນຢ່າງຕໍ່ເນື່ອງ ເລີ່ມສົ່ງຜົນກະທົບຕໍ່ຄົວເຮືອນສິງກະໂປ.
ຈາກາຕາ ຕັ້ງເປົ້າໝາຍຈະມີລົດເມໄຟຟ້າຫຼາຍກວ່າ 10,000 ຄັນ ໃນປີ 2030

ຈາກາຕາ ຕັ້ງເປົ້າໝາຍຈະມີລົດເມໄຟຟ້າຫຼາຍກວ່າ 10,000 ຄັນ ໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອຳນາດການປົກຄອງ ນະຄອນຈາກາຕາ ປະເທດອິນໂດເນເຊຍ ວາງເປົ້າໝາຍທີ່ຈະມີລົດເມໄຟຟ້າຢ່າງໜ້ອຍ 10,047 ຄັນ ໃຫ້ບໍລິການທົ່ວເມືອງພາຍໃນປີ 2030 ຊຶ່ງເປັນສ່ວນໜຶ່ງຂອງແຜນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ມົນລະພິດທາງອາກາດ. ປັດຈຸບັນ, ຈາກາຕາມີລົດເມໄຟຟ້າປະມານ 500 ຄັນທີ່ໃຫ້ບໍລິການ ແລະ ລົດເມໄຟຟ້າໃນອະນາຄົດຈະປະກອບມີລົດເມທີ່ໃຊ້ພະລັງງານໄຮໂດຣເຈນ ແລະ ລົດເມໄຮບຣິດ.
ຈີນ​ ​ເກັບ​ຊື້​ເຂົ້າ​​ຫວີດ​​ທັງ​ໝົດຫຼາຍກວ່າ 90 ລ້ານ​ໂຕນ

ຈີນ​ ​ເກັບ​ຊື້​ເຂົ້າ​​ຫວີດ​​ທັງ​ໝົດຫຼາຍກວ່າ 90 ລ້ານ​ໂຕນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດ​ຈຸ​ບັນ,​​ ກຳ​ລັງ​ເຂົ້າ​ສູ່ໄລ​ຍະ​ການ​ເກັບ​ກ່ຽວທັນ​ຍາ​ຫານ​ລະ​ດູ​ຮ້ອນ​ໃນ​​ປະ​ລິ​ມານຫຼາຍ​ທີ່​ສຸດ​ຂອງ​ຈີນ.
ປິດກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ປິດກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງ ດຳເນີນດຳເນີນເປັນເວລາ 17 ວັນ.
​ ກາ​ນາ​ດາ ຢຸດ​ຕິ​ຊົ່ວ​ຄາວ​ໃນການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ

​ ກາ​ນາ​ດາ ຢຸດ​ຕິ​ຊົ່ວ​ຄາວ​ໃນການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ສິງຫາ ຜ່ານມາວ່າ: ໃນ​ວັນ​ທີ 21 ສິງ​ຫາ ຜ່ານມາ, ທ່ານ ມາກ ຄາ​ນີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ​ຢືນຢັນ​ວ່າ: ການາດາ​ໄດ້​ຕົກ​ລົງ​ຢຸດ​ຕິ​ຊົ່ວ​ຄາວໃນ​ການ​ເຈ​ລະ​ຈາ​ການ​ຄ້າ​ກັບ​ອາ​ເມ​ຣິ​ກາ ພ້ອມ​ທັງ​ໄດ້​ຮຽກ​ຄະ​ນະ​ເຈ​ລະ​ຈາ​ກັບຄືນ.
ກຳປູເຈຍ ເຕືອນ ລະວັງພວກຫຼອກລວງອ້າງປົກປ້ອງບັນຊີ ແລະ ເພຈສື່ສັງຄົມອອນລາຍ

ກຳປູເຈຍ ເຕືອນ ລະວັງພວກຫຼອກລວງອ້າງປົກປ້ອງບັນຊີ ແລະ ເພຈສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການຄຸ້ມຄອງໂທລະຄົມມະນາຄົມກຳປູເຈຍ ກຳລັງຮຽກຮ້ອງໃຫ້ຜູ້ໃຊ້ສື່ສັງຄົມອອນລາຍເພີ່ມຄວາມລະມັດລະວັງການໂຄສະນາຫຼອກລວງ ແລະ ການສະເໜີການບໍລິການແບບມີຄ່າທຳນຽມ ຊຶ່ງອ້າງວ່າຈະປົກປ້ອງບັນຊີຜູ້ໃຊ້ງານ ແລະ ໜ້າເພຈບໍ່ໃຫ້ຖືກປິດ, ໂຈະ, ລຶບ ຫຼື ການສູນເສຍ.
UOB ເປີດເຜີຍ ອາຊຽນ-5 ເກີນດຸນການຄ້າຢ່າງຕໍ່ເນື່ອງ

UOB ເປີດເຜີຍ ອາຊຽນ-5 ເກີນດຸນການຄ້າຢ່າງຕໍ່ເນື່ອງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຖາບັນຄົ້ນຄວ້າເສດຖະກິດ ແລະ ຕະຫຼາດໂລກ ຂອງທະນາຄານ UOB ປະເທດສິງກະໂປ ລາຍງານວ່າ, ກຸ່ມປະເທດອາຊຽນ-5 (ASEAN-5) ຄື: ອິນໂດເນເຊຍ, ສິງກະໂປ, ມາເລເຊຍ, ໄທ ແລະ ຫວຽດນາມ ມີຍອດເກີນດຸນການຄ້າໂດຍລວມ 156 ຕື້ໂດລາ ໃນປີ 2025 ຊຶ່ງເຕີບໂຕເປັນປີທີ 11 ຕິດຕໍ່ກັນນັບຕັ້ງແຕ່ປີ 2014 ແລະ ອັດຕາການເຕີບໂຕປະຈໍາປີ (CAGR) 8.3%.
ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາ​ດ​ຮອບ​ດ້ານ​ຈີນ - ອິນ​ໂດ​ເນ​ເຊຍ ​ຄັ້ງ​ທຳ​ອິດ

ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາ​ດ​ຮອບ​ດ້ານ​ຈີນ - ອິນ​ໂດ​ເນ​ເຊຍ ​ຄັ້ງ​ທຳ​ອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 22 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້ ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະເທດ​ອິນ​ໂດ​ເນ​ເຊຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັບທ່ານ ຊູ​ຈິ​ໂອ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ທານ​​ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທຳ​ອິດ. ສອງ​ຝ່າຍ​ໄດ້​​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອິນ​ໂດ​ເນ​ເຊຍ ​ແລະ​ ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.
ການ​ຊື້​-ຂາຍ​ສິນ​ຄ້າ​ ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ ​ຕ້ອງ​​ໄດ້ຮັບ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕຣ​ນິກ

ການ​ຊື້​-ຂາຍ​ສິນ​ຄ້າ​ ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ ​ຕ້ອງ​​ໄດ້ຮັບ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕຣ​ນິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ສິງຫາ ຜ່ານມາ ໃນກອງປະຊຸມວິສາມັນຄັ້ງປະ​ຖົມ​ມະ​ລືກ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ທີ່ຈັດຂຶ້ນຢູ່ນະຄອນຫຼວງຮ່າ​ໂນ້ຍ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ ແລະ ເພີ່ມເຕີມ), ກົດໝາຍວ່າດ້ວຍນ້ຳມັນເຊື້ອໄຟ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ (ສະບັບປັບປຸງ). ກົດໝາຍເຫຼົ່ານີ້ ຈະມີຜົນສັກສິດ ນັບຕັ້ງແຕ່ວັນທີ 1 ມີນາ 2027 ເປັນຕົ້ນໄປ.
ເພີ່ມເຕີມ