ອົງການດັ່ງກ່າວລະບຸວ່າ: ການຮຽກຮ້ອງດັ່ງກ່າວຖືເປັນການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ຖືວ່າເປັນການຫຼອກລວງ ຊຶ່ງນຳໄປສູ່ຄວາມຮັບຜິດຊອບທາງກົດໝາຍທີ່ມີຢູ່. ໂດຍມີຈຸດປະສົງເພື່ອສ້າງຄວາມຢ້ານກົວ ຊຶ່ງຜູ້ກະທຳຜິດຈະໃຊ້ວິທີນີ້ຂູດຮີດເງິນຈາກຜູ້ໃຊ້ງານ ຫຼື ລໍ້ລວງຜູ້ເຄາະຮ້າຍໃຫ້ເປີດເຜີຍຂໍ້ມູນທີ່ເປັນຄວາມລັບ ເຊັ່ນ: ເບີໂທລະສັບ, ອີເມວ, ລະຫັດຜ່ານ, ລະຫັດຜ່ານຄັ້ງດຽວ (OTP) ແລະ ສິດທິພິເສດໃນການຄຸ້ມຄອງໜ້າເພຈ.
ນອກຈາກນັ້ນ, ການນຳໃຊ້ບັນຊີ ແລະ ໜ້າເພຈສື່ສັງຄົມອອນລາຍ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຂອງກຳປູເຈຍ. ຜູ້ໃຊ້ຕ້ອງປະຕິບັດຕາມເງື່ອນໄຂການໃຫ້ບໍລິການ ແລະ ມາດຕະຖານຊຸມຊົນຂອງແຕ່ລະແພລັດຟອມ ແລະ ການຈ່າຍຄ່າທຳນຽມໃຫ້ບຸກຄົນທີສາມບໍ່ສາມາດທົນແທນ, ຍົກເວັ້ນ ຫຼື ຫຼຸດຜ່ອນການປະຕິບັດຕາມພັນທະດັ່ງກ່າວໄດ້.
ຄໍາເຫັນ