ຂ່າວລະບຸວ່າ: ໃນວັນທີ 24 ສິງຫາ ຜ່ານມາ, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນໄດ້ເປີດເຜີຍໂຕເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ຜູ້ປະກອບການທັນຍາຫານຕ່າງໆໃນທົ່ວປະເທດຈີນໄດ້ເກັບຊື້ເຂົ້າຫວີດທັງໝົດຫຼາຍກວ່າ 90 ລ້ານໂຕນ. ເຂົ້າຈ້າວດໍຢູ່ພາກໃຕ້ຂອງຈີນໄດ້ເລີ່ມເຂົ້າສູ່ຕະຫຼາດຢ່າງຫຼວງຫຼາຍ. ວຽກງານເກັບຊື້ຢູ່ແຫ່ງຕ່າງໆໄດ້ດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ ແລະ ໂດຍລວມມີຄວາມຄືບໜ້າດ້ວຍດີ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ