65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

65 ປີ ວິທະຍຸກະຈາຍສຽງແຫ່ງຊາດລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ
65 ປີຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ວສລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວມີຊື່ເອີ້ນວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ຊຶ່ງກໍາ​ເນີດ​ເກີດ​ຂຶ້ນ​​ແມ່ນໃນທ່າມ​ກາງ​ແປວ​ໄຟ​ແຫ່ງ​ສົງ​ຄາມ​ທີ່​ດຸ​ເດືອດ​ຂ້ຽວ​ຂາດ​ທີ່​ສຸດ, ຫຍຸ້ງ​ຍາກ​ຂາດ​ເຂີນວັດ​ຖຸ​ອຸ​ປະ​ກອນ ແລະ ບຸກ​ຄະ​ລາ​ກອນ​ທີ່​ສຸດ. ມາຮອດປັດຈຸບັນໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງແຫ່ງຊາດລາວ” ໂດຍໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບໄດ້ຮັບການພັດທະນາຢ່າງວ່ອງໄວທັນສະໄໝສາມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ.

 

65 ປ ວທະຍກະຈາຍສຽງແຫງຊາດລາວ ເຕບໃຫຍເຂມແຂງຂນເປນກາວໆ - image 1
 

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13/8/1950 - 13/8/2025) ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 65 ປີ (13/8/1960 - 13/8/2025) ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ໃຫ້ສໍາພາດຜ່ານສື່ມວນຊົນໃນວັນທີ 5 ສິງຫາຜ່ານມາທີ່ ວສລ ວ່າ: ວສລ ເປັນພາຫະນະສື່ມວນຊົນໜຶ່ງທີ່ສໍາຄັນໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ. ທ່ານຍັງຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະຂອງວັນດັ່ງກ່າວຕະຫຼອດໄລຍະຜ່ານມາ. ມາຮອດວັນທີ 23 ມີນາ 2003 ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຂຶ້ນເວັບໄຊຂອງຕົນເອງ www.lnr.org.la, ວັນທີ 18 ກໍລະກົດ 2008 ໄດ້ສຳເລັດການຕິດຕັ້ງລະບົບວິທະຍຸອອນລາຍ FM Online ຜ່ານເວັບໄຊດັ່ງກ່າວ ແລະ ສືບຕໍ່ພັດທະນາເວັບໄຊຮອງຮັບການກະຈາຍສຽງທັງ 3 ຄື້ນຄວາມຖີ່ຄື: AM 567 Khz, FM 103,7 Mhz ແລະ FM 94,3 Mhz. ເພື່ອເຮັດໃຫ້ຂໍ້ມູນຂ່າວສານສົ່ງເຖິງປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດໄດ້ດີກ່ວາເກົ່າ ວສລ ໄດ້ສ້າງສະຖານີເຄືອຂ່າຍສົ່ງສັນຍານຕໍ່ຢູ່ 4 ເຂດຢູ່ແຂວງຫຼວງພະບາງ, ຈໍາປາສັກ, ອຸດົມໄຊ ແລະ ແຂວງສະຫວັນນະເຂດ ດ້ວຍການຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ. ດ້ານເຕັກນິກການກະຈາຍສຽງໄດ້ປັບປຸງສະຖານີເຄື່ອງສົ່ງທີ່ມີຄືນໃໝ່ຄື: ຄື້ນສັ້ນ SW ຍົກຄວາມແຮງຈາກ 10 ກິໂລວັດ ເປັນ 50 ກິໂລວັດ, ຄື້ນກາງ AM ຈາກ 150 ກິໂລວັດເປັນ 200 ກິໂລວັດ ແລະ ໄລຍະນີ້ຍັງໄດ້ສ້າງສະຖານີວິທະຍຸ FM ຂຶ້ນຕື່ມອີກ 1 ແຫ່ງ ຄວາມຖີ່ 94,3 Mhz ແຮງສົ່ງ 2 ກິໂລວັດ ສາມາດກະຈາຍສຽງກວມພື້ນທີ່ 80-90% ຂອງປະເທດ ແລະ ກວມເອົາ 90% ຂອງພົນລະເມືອງ, ກະຈາຍສຽງພ້ອມກັນ 4 ສະຖານີ ມີ 141 ລາຍການ ອອກອາກາດ 48 ຊົ່ວໂມງຕໍ່ມື້.

65 ປ ວທະຍກະຈາຍສຽງແຫງຊາດລາວ ເຕບໃຫຍເຂມແຂງຂນເປນກາວໆ - image 2
 

ທ່ານ ບົວໄລ ພານຸວົງ ກ່າວຕື່ມວ່າ: ໃນໄລຍະ 1 ປີຜ່ານມາ, ວສລ ມີຫຼາຍວຽກງານທີ່ໄດ້ຮັບການປັບປຸງ ເປັນຕົ້ນໄດ້ປັບປຸງພື້ນຖານໂຄງລ່າງຈໍານວນໜຶ່ງເຊັ່ນ: ຫ້ອງເຮັດວຽກ, ຫ້ອງຕັດຕໍ່, ຫ້ອງອັດສຽງ, ຫ້ອງສະຕູດີໂອ, ຫ້ອງອອກອາກາດ. ໄດ້ຊື້ຈັກໄຟຟ້າສໍາຮອງໃຫ້ມີຄວາມຮັບປະກັນໃນການອອກອາກາດ, ມີການປັບປຸງກົນໄກການປະສານງານລະບົບເອກະສານໂດຍເລັ່ງໃສ່ຝຶກອົບຮົບ, ໄດ້ມີການຝຶກອົບຮົມກ່ຽວກັບການປະດິດແຕ່ງບົດກອນ, ກະວີເພື່ອສຸມໃສ່ໃນການພັດທະນາວຽກງານວິທະຍຸ, ສຸມໃສ່ພັດທະນາເຕັກໂນໂລຊີຫັນປ່ຽນບັນດາລາຍການວິທະຍຸໃຫ້ມີພາບເຄື່ອນໄຫວໄປພ້ອມ. ປັດຈຸບັນ ໄດ້ອັດລາຍການຕ່າງໆ ອອກອາກາດທັງໝົດ 1,421 ຊົ່ວໂມງ, ສົ່ງລາຍການອອກອາກາດໃນລະບົບ AM ແລະ FM ໄດ້ 12,700 ຊົ່ວໂມງ, ກະຈາຍສຽງອອກອາກາດຄື້ນ FM 93 MHz ວິທະຍຸກະຈາຍສຽງແຫ່ງປະເທດຈີນ (CMG ) ຈໍານວນ 6,935 ຊົ່ວໂມງ, ມີເພສເຟສບຸກ, ຢູທູບ, ເວັບໄຊ ເພື່ອໃຫ້ຜູ້ອ່ານ-ຜູ້ຊົມ, ຜູ້ຟັງໄດ້ຊົມ, ເບິ່ງຜ່ານທາງມືຖືໄດ້ຢ່າງວ່ອງໄວ. ສໍາລັບດ້ານກົງຈັກການຈັດຕັ້ງກໍໄດ້ຄົ້ນຄວ້າປັບປຸງໄປຕາມທິດຊີ້ນໍາໂດຍສະເພາະໄດ້ໂອນວຽກງານສື່ມວນຊົນ, ຖະແຫຼງຂ່າວໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໄລຍະໃໝ່, ໄດ້ມີການຄົ້ນຄວ້າຜັງລາຍການຄືນໃໝ່ໂດຍສະເພາະລາຍການພາຍໃນ, ລາຍການຄູ່ຮ່ວມມືອັນໃດທີ່ຍັງບໍ່ເໝາະສົມກໍໄດ້ຕັດອອກ. ພ້ອມນັ້ນ, ຍັງໄດ້ຜະລິດລາຍການໃໝ່ຈໍານວນໜຶ່ງມາທົດແທນ ແລະ ຍັງຈະໄດ້ມີການຈັດສັນລະບົບໃນການອອກອາກາດລະຫວ່າງ 103,7 Mhz ໄດ້ປັບປຸງໃຫ້ດີຂຶ້ນ ແລະ ຈະໄດ້ມີການຖ່າຍທອດອອກທາງຄື້ນ 94, ຄື້ນ 95 ຕື່ມອີກ. ພ້ອມນີ້, ກໍໄດ້ປັບປຸງກົນໄກການຕະຫຼາດເພື່ອເຮັດແນວໃດດຶງດູດລູກຄ້າສາມາດສ້າງລາຍຮັບວິຊາການພາຍໃນວິທະຍຸໃຫ້ຫຼາຍຂຶ້ນ. ພ້ອມດຽວກັນນີ້, ເລັ່ງໃສ່ປັບປຸງ ເພສຂອງວິທະຍຸຂຶ້ນຕື່ມ. ຜ່ານມາມີຜູ້ເຂົ້າຊົມ 174,000 ກວ່າຄົນ ແຕ່ຍັງຕ້ອງບຸກບືນ ແລະ ພັດທະນາຕື່ມອີກໃນຕໍ່ໜ້າ.

65 ປ ວທະຍກະຈາຍສຽງແຫງຊາດລາວ ເຕບໃຫຍເຂມແຂງຂນເປນກາວໆ - image 3
 

ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 65 ປີ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຕາງໜ້າໃຫ້ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ ວສລ ທັງໝົດ, ຂໍສະແດງຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ-ລັດທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຮອບດ້ານ ເຮັດໃຫ້ ວສລ ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດໃນສະໜາມຮົບແນວຄິດການເມືອງ ແລະ ວັດທະນະທຳ-ສັງຄົມໄດ້ເປັນຢ່າງດີ ແລະ ຂໍສະແດງຄວາມຂອບໃຈຕໍ່ເພື່ອນຮ່ວມງານທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ສະໜັບສະໜູນຊ່ວຍເຫຼືອການປະຕິບັດໜ້າທີ່ຂອງພວກເຮົາມີຜົນສຳເລັດຕະຫຼອດມາ; ວສລ ຍັງຈະສືບຕໍ່ສຸມໃສ່ພັດທະນາຕົນເອງຮອບດ້ານ ເພື່ອໃຫ້ກາຍເປັນສື່ທີ່ທັນສະໄໝສະໜອງຂໍ້ມູນຂ່າວສານໃຫ້ວ່ອງໄວ ແລະກວ້າງຂວາງຍິ່ງຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ