ບົດຂຽນໄດ້ຢືນຢັນວ່າ, 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພາຍໃຕ້ການຊີ້ນຳຂອງພັກ ແລະ ປະທານ ໂຮ່ຈິມິນ, ຂະແໜງການທູດ ຫວຽດນາມ ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນພາລະກິດການປະຕິວັດຂອງຊາດ. ເນື່ອງຈາກມີການພົວພັນດ້ານເສດຖະກິດ - ການຄ້າກັບເກືອບ 30 ປະເທດ ແລະ ເຂດແຄວ້ນ, ມາຮອດປັດຈຸບັນ ຫວຽດນາມ ໄດ້ມີການພົວພັນດ້ານເສດຖະກິດ - ການຄ້າກັບ 230 ກວ່າປະເທດ ແລະ ເຂດແຄວ້ນ; ຍອດວົງເງິນສົ່ງອອກ - ນໍາເຂົ້າບັນລຸເກືອບ 800 ຕື້ໂດລາ, ນອນໃນກຸ່ມ 20 ປະເທດມີຂອບເຂດການຄ້າໃຫຍ່ທີ່ສຸດໃນໂລກ. ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນເສດຖະກິດໂລກ ແລະ ທີ່ຕັ້ງໃນລະບົບຜະລິດທົ່ວໂລກກໍນັບມື້ເພີ່ມຂຶ້ນ. ບັນດາຄວາມມານະພະຍາຍາມດ້ານການທູດໄດ້ປະກອບສ່ວນນຳ ຫວຽດນາມ ຈາກປະເທດຖືກປິດລ້ອມ, ບືນຕົວຂຶ້ນເປັນປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນກວ່າ 70 ອົງການສາກົນ ແລະ ພາກພື້ນ, ລວມທັງບັນດາກົນໄກມີບົດບາດສຳຄັນເປັນແກ່ນສານໃນການຄຸ້ມຄອງທົ່ວໂລກ.
ທ່ານປະທານປະເທດ ເຊື່ອໝັ້ນວ່າ, ດ້ວຍຄຸນທາດ, ພູມປັນຍາຂອງຂະແໜງການທູດ ຫວຽດນາມ ທີ່ທັນສະ ໄໝ, ໄດ້ຫຼໍ່ຫຼອມຜ່ານປະຫວັດສາດນັບພັນປີຂອງຊາດ, ເຕີບໃຫຍ່ພາຍໃຕ້ສະໄໝ ໂຮ່ຈິມິນ, ໃນສັງກາດໃໝ່, ຂະ ແໜງການທູດຈະສືບຕໍ່ປະກອບສ່ວນເຂົ້າໃນການເດີນທາງນຳປະເທດຊາດກ້າວຂຶ້ນ.
ຄໍາເຫັນ