ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ
​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.

 

ງານສຳມະນາ ເພມພນຄວາມຮວມມຕານການຟອກເງນ ແລະ ເຄອຂາຍສະແກມເມຂາມຊາດ - image 1
 

ທ່ານນາງ ຄຣອງຂະນິດ ຣັກຈະເລີນ ກ່າວວ່າ: ບັນຫາສູນສະແກມເມີ ຫຼື ເຄືອຂ່າຍແກ້ງຄໍເຊັນເຕີ (Call Center) ແລະ ການຕົ້ມຕຸ໋ນອອນລາຍ ບໍ່ແມ່ນພຽງແຕ່ການຫຼອກລວງທໍາມະດາອີກຕໍ່ໄປ, ແຕ່ໄດ້ຂະຫຍາຍຕົວກວ້າງຂຶ້ນ ເປັນອົງການອາຊະຍາກໍາຂ້າມຊາດ ທີ່ສ້າງຄວາມເສຍຫາຍທາງດ້ານເສດຖະກິດຢ່າງມະຫາສານ, ກະທົບຕໍ່ປະຊາຊົນນັບລ້ານຄົນໃນພູມິພາກ ແລະ ທົ່ວໂລກ. ຍິ່ງໄປກວ່ານັ້ນ, ເຄືອຂ່າຍເຫຼົ່ານີ້ຍັງເຊື່ອມໂຍງກັບການລະເມີດສິດທິມະນຸດສະຍະຊົນ ແລະ ການຄ້າໄຮ້ມະນຸດໃນຮູບແບບໃໝ່ອີກດ້ວຍ. ໃນຂະນະດຽວກັນ, ປະເດັນການຟອກເງິນ ໄດ້ກາຍເປັນເຄື່ອງມືສໍາຄັນທີ່ລ້ຽງດູໃຫ້ອົງການອາຊະຍາກໍາເຫຼົ່ານີ້ ສາມາດຄົງຢູ່ ແລະ ຂະຫຍາຍຕົວໄດ້, ສູນສະແກມເມີ ຄືແຫຼ່ງກໍາເນີດລາຍໄດ້ຜິດກົດໝາຍ, ສ່ວນຂະບວນການຟອກເງິນ ຄືຊ່ອງທາງທໍາຄວາມສະອາດເງິນ ເພື່ອນໍາກັບມາອຸດໜູນ ແລະ ຂະຫຍາຍກິດຈະການສະແກມເມີ ໃຫ້ມີຄວາມສັບສົນ ແລະ ຫຼົບຫຼີກກົດໝາຍໄດ້ດີຍິ່ງຂຶ້ນ.

ການຈັດສຳມະນາຄັ້ງນີ້ ມີຂຶ້ນໃນທ່ານກາງທີ່ເຄືອຂ່າຍອາຊະຍາກຳຂ້າມຊາດ ໂດຍສະເພາະສູນສະແກມເມີ (Scam Centers) ແລະ ການພະນັນອອນລາຍຜິດກົດໝາຍ ໄດ້ຂະຫຍາຍຕົວຢ່າງໄວວາໃນພາກພື້ນລຸ່ມແມ່ນ້ຳຂອງ. ເຄືອຂ່າຍເຫຼົ່ານີ້ໄດ້ນຳໃຊ້ເຕັກໂນໂລຊີດີຈີຕອນ, ສະກຸນເງິນຄຣິບໂຕ ແລະ ບັນຊີມ້າ ໃນການຫຼອກລວງ, ຟອກເງິນ ແລະ ເຊື່ອມໂຍງກັບການຄ້າມະນຸດ. ທີ່ຜ່ານມາ, ລັດຖະບານ ສປປ ລາວ ໄດ້ຍົກເອົາການຕໍ່ສູ້ກັບສະແກມເມີອອນລາຍເປັນວາລະແຫ່ງຊາດ ຕາມຄຳສັ່ງນາຍົກລັດຖະ ມົນຕີ ເລກທີ 32/ນຍ ແລະ ເລັ່ງປັບປຸງໂຄງສ້າງເພື່ອໃຫ້ບັນລຸຕາມແຜນປະຕິບັດງານຂອງອົງການຕ້ານການຟອກເງິນສາກົນ (FATF) ໃຫ້ໄດ້ພາຍໃນເດືອນມັງກອນ ປີ 2027.

ງານສຳມະນາ ເພມພນຄວາມຮວມມຕານການຟອກເງນ ແລະ ເຄອຂາຍສະແກມເມຂາມຊາດ - image 2
 

ເນື້ອໃນການສຳມະນາຕະຫຼອດໝົດມື້ ຈະເນັ້ນໃສ່ 6 ຫົວຂໍ້ຫຼັກ ໄດ້ແກ່: ວິເຄາະລະບົບນິເວດສູນສະແກມເມີຍຸກໃໝ່: ການດຳເນີນງານຂອງອົງກອນອາຊະຍາກຳ ແລະ ທ່າອ່ຽງໃນພາກພື້ນ,ດ້ານກົດໝາຍ ແລະ ກົດລະບຽບ: ກົນໄກການອາຍັດຊັບສິນຢ່າງຮີບດ່ວນ, ການທວງເອົາຊັບສິນຄືນ ແລະ ການຮ່ວມມືຂ້າມຊາຍແດນ, ການເສີມສ້າງຂອບ AML/CFT: ເພື່ອເພີ່ມຂີດຄວາມສາມາດໃນການຕ້ານການຟອກເງິນ, ການຕິດຕາມຮ່ອງຮອຍເສັ້ນທາງການເງິນ: ຍຸດທະສາດການຕັດວົງຈອນການເງິນ, ການກວດສອບບັນຊີມ້າ ແລະ ການລະງັບບັນຊີແບບທັນທີ (Real-time), ການຄວບຄຸມຊັບສິນດີຈີຕອນ: ມາດຕະການສະກັດກັ້ນການໃຊ້ຄຣິບໂຕ ແລະ ນາຍໜ້າ OTC ນອກລະບົບ ເພື່ອຟອກເງິນ, ການກຳນົດທິດທາງໃນອະນາຄົດ: ການລະດົມຄວາມຄິດເພື່ອຈັດທຳແຜນການຮ່ວມມື (Roadmap) ລະຫວ່າງ ໄທ-ລາວ.

ງານສຳມະນາຄັ້ງນີ້ ເປັນບາດກ້າວສຳຄັນໃນການຮັດແໜ້ນຄວາມຮ່ວມມືທະວິພາຄີ ແລະ ມາດ ຕະຖານສາກົນ ເພື່ອຕ້ານອາຊະຍາກຳທາງດ້ານການເງິນຂ້າມຊາດຢ່າງມີປະສິດທິພາບ ແລະ ສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ-ສົມບູນໃຫ້ກັບພາກພື້ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ