“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 16 ກັນ​ຍາ ຜ່ານມາ​ນີ້, ທ່ານ ຫຼີ​ເຈ່ຍ​ຊ່າວ ຜູ້​ວ່າ​ການ​​ອົງ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ ໄດ້​ປະ​ກາດ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ (2026-2030)” ໃນ​ກອງ​ປະ​ຊຸມສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ເຂດ​ພິ​ເສດ ແລະ​ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ບໍ​ລິ​ຫານ​ການ​ເມືອງ​ປີ 2026. ທ່ານ ຫຼີ​ເຈ່ຍ​ຊ່າວ ກ່າວ​ວ່າ: ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດແມ່ນ​ແຜນ​​ຜັງ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຮົງ​ກົງ, ແມ່ນ​ຂີດ​ໝາຍ​ທີ່​ສຳ​ຄັນ​ຂອງ​ຮົງ​ກົງ​ໃນ​ການ​ຫັນ​ປ່ຽນ​ຈາກ​​ໄລ​ຍະການ​ບໍ​ລິ​ຫານ​ໄປ​ສູ່ໄລ​ຍະ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​.
“ແຜນ​ພດ​ທະ​ນາ​ເສດ​ຖະ​ກດ-ສງ​ຄມ​ເຂດ​ບ​ລ​ຫານ​ພ​ເສດ​ຮງ​ກງ 5 ປ​ຄງ​ທຳ​ອດ ຖ​ເປນ​ບາດ​ກາວ​ໃໝ​ຂອງ​ເຂດ​ບ​ລ​ຫານ​ພ​ເສດ​ຮງ​ກງຈາກ​ການບ​ລ​ຫານ​ໄປ​ສຄວາມ​ຈະ​ເລນ​ຮງ​ເຮອງ - image 1
 

 

ແຜນການດັ່ງກ່າວລວມມີ 7 ພາກ ຊຶ່ງມີຫົວຂໍ້ຫຼັກວ່າ: “ສ້າງສະພາບການໃໝ່ ຂຽນໜ້າໃໝ່” “ເສີມສ້າງການກໍ່ສ້າງສູນໃຫຍ່ 4 ແຫ່ງ, ການສ້າງສູນເຕົ້າໂຮມບຸກຄະລາກອນເພື່ອຍົກລະດັບ ແລະ ເສີມຂະຫຍາຍຄວາມໄດ້ປຽບໃນການແຂ່ງຂັນລະດັບສາກົນໃຫ້ດີຂຶ້ນ” “ເລັ່ງລັດການສ້າງຕົວເມືອງພາກເໜືອ ເພື່ອນຳພາການປັບປຸງສະພາບຊ່ອງຫວ່າງໃຫ້ດີຂຶ້ນ” “ເພີ່ມທະວີການສ້າງເຂດອ່າວໃຫຍ່ກວາງຕຸ້ງ-ມາກາວ-ຮົງກົງ ແລະ ສ້າງເຄືອຂ່າຍການຮ່ວມມືລະດັບສາກົນ” “ຍົກລະດັບຄວາມຜາສຸກຂອງປະຊາຊົນໃຫ້ສູງຂຶ້ນຢ່າງແທ້ຈິງ, ປັບປຸງລະບົບປະກັນສັງຄົມໃຫ້ດີຂຶ້ນ” “ປະສານງານດ້ານການພັດທະນາ ແລະ ຄວາມໝັ້ນຄົງ ເພື່ອຍົກປະສິດທິພາບດ້ານການບໍລິຫານສາທາລະນະໃຫ້ສູງຂຶ້ນ” ແລະ “ເພີ່ມທະວີກົນໄກຮັບປະກັນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ 5 ປີຄັ້ງທຳອິດຢ່າງແຂງແຮງ”.

“ແຜນ​ພດ​ທະ​ນາ​ເສດ​ຖະ​ກດ-ສງ​ຄມ​ເຂດ​ບ​ລ​ຫານ​ພ​ເສດ​ຮງ​ກງ 5 ປ​ຄງ​ທຳ​ອດ ຖ​ເປນ​ບາດ​ກາວ​ໃໝ​ຂອງ​ເຂດ​ບ​ລ​ຫານ​ພ​ເສດ​ຮງ​ກງຈາກ​ການບ​ລ​ຫານ​ໄປ​ສຄວາມ​ຈະ​ເລນ​ຮງ​ເຮອງ - image 2
 

ແຜນການດັ່ງກ່າວຢຶດໝັ້ນ 7 ແນວຄິດ: ຢຶດໝັ້ນທິດທາງປະເທດດຽວສອງລະບອບ, ຢຶດໝັ້ນຖືປະຊາຊົນເປັນຫຼັກ, ຢຶດໝັ້ນຖືການບໍລິຫານການເມືອງເປັນທິດຫຼັກ, ຢຶດໝັ້ນການປະຕິຮູບ ແລະ ການປະດິດສ້າງໃໝ່, ຢຶດໝັ້ນການປະສານສົມທົບກັນລະຫວ່າງ “ຕະຫຼາດທີ່ມີປະສິດທິພາບ” ກັບ “ອົງການປົກຄອງທີ່ມີຄວາມສາມາດ”, ຢຶດໝັ້ນການປະສານງານລະຫວ່າງການພັດທະນາ ແລະ ຄວາມໝັ້ນຄົງ ແລະ ຢຶດໝັ້ນວາງແຜນການທີ່ຕິດແທດຕົວຈິງ. ແຜນການຍັງໄດ້ລະບຸ 5 ເປົ້າ ໝາຍສຳຄັນຄື: ການພັດທະນາເສດຖະກິດໄດ້ຮັບການກ້າວກະໂດດອັນໃໝ່,ຄວາມສາມາດແຂ່ງຂັນລະດັບສາກົນ ແລະ ອິດທິພົນໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ, ການສ້າງຕົວເມືອງພາກເໜືອເລັ່ງໄວ ແລະ ຍົກປະສິດທິພາບໃຫ້ສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຊັດເຈນ, ການຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັນກັບພາກສ່ວນໃຫຍ່ການພັດທະນາແຫ່ງຊາດໄດ້ຮັບຄວາມຄືບໜ້າທີ່ສຳຄັນ.

ທ່ານ ຫຼີເຈ່ຍຊ່າວ ກ່າວວ່າ: ອົງການປົກຄອງເຂດບໍລິຫານພິເສດຮົງກົງຢຶດໝັ້ນສະແຫວງຫາການພັດທະນາໄລຍະຍາວ, ຊຸກຍູ້ການພັດທະນາດ້ວຍການປະຕິຮູບ. ເມື່ອຢືນຢູ່ຈຸດເລີ່ມຕົ້ນອັນໃໝ່, ໂດຍອາໄສການສະໜັບສະໜູນທີ່ເຂັ້ມແຂງຈາກປະເທດຊາດ, ສະຕິປັນຍາ ແລະ ຄວາມພະຍາຍາມຂອງປະຊາຊົນຮົງກົງແນ່ນອນຈະສາມາດເຮັດໃຫ້ໝາກຜົນຂອງການພັດທະນາເປັນປະໂຫຍດຕໍ່ທຸກຄອບຄົວ ແລະ ເຮັດໃຫ້ຮົງກົງມີຄວາມສວຍສົດງົດງາມ ແລະ ຄວາມຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ