9 ເດືອນ ສະຫະພັນກໍາມະການແຂວງສາລະວັນ ປະຕິບັດນະໂຍບາຍກອງທຶນຕໍ່ສະມາຊິກ 200 ລ້ານກວ່າກີບ

9 ເດືອນ ສະຫະພັນກໍາມະການແຂວງສາລະວັນ ປະຕິບັດນະໂຍບາຍກອງທຶນຕໍ່ສະມາຊິກ 200 ລ້ານກວ່າກີບ

9 ເດືອນ ສະຫະພັນກໍາມະການແຂວງສາລະວັນ ປະຕິບັດນະໂຍບາຍກອງທຶນຕໍ່ສະມາຊິກ 200 ລ້ານກວ່າກີບ
ວັນທີ 3 ຕຸລາຜ່ານມາ, ສະຫະພັນກໍາມະບານແຂວງສາລະວັນ ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໄລຍະ 9 ເດືອນ, ພ້ອມວາງທິດທາງແຜນການ 3 ທ້າຍປີ 2025, ໂດຍການເປັນປະທານຂອງ ທ່ານ ໂອໄດ ແດງສະຫວ່າງ ຮອງປະທານ ສະຫະພັນກໍາມະບານແຂວງ, ມີບັນດາປະທານ-ຮອງປະທານຮາກຖານກໍາມະບານພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
9 ເດອນ ສະຫະພນກາມະການແຂວງສາລະວນ ປະຕບດນະໂຍບາຍກອງທນຕສະມາຊກ 200 ລານກວາກບ - image 1
 

ທ່ານ ສົມລິດ ພັນທຸວົງ ຄະນະຮັບຜິດຊອບວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໄລຍະ 9 ເດືອນຜ່ານມາ, ຕີລາຄາດ້ານຕັ້ງໜ້າ, ບັນດາຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ. ທົ່ວແຂວງສາລະວັນ ມີສະມາຊິກກຳມະບານທັງໝົດ 3,121 ຄົນຍິງ 1,426 ຄົນ.ໃນນັ້ນ, ຂະຫຍາຍໃໝ່ໃນ 9 ເດືອນ ປີ 2025 ມີ156 ຄົນຍິງ 74, ເງິນກອງທືນ ຍົກມາຈາກປີ 2024 ຈໍານວນ 203 ລ້ານກວ່າກີບ, ຮັບໃນໄລຍະ 9 ເດືອນ ປີ 2025ຈາກສະຫະພັນກຳມະບານເມືອງ, ສະຫະພັນກຳມະບານພະແນກການ ແລະ ກຳມະບານຮາກຖານອ້ອມຂ້າງແຂວງ ທັງໝົດ238 ລ້ານກວ່າກີບ ລວມທັງໝົດ 441 ລ້ານກວ່າກີບ. ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກ ຈໍານວນ 214 ລ້ານກວ່າກີບ ເປັນຕົ້ນ: ນະໂຍບາຍໃນກໍລະນີຕ່າງໆ ເຊັ່ນ: ສະມາຊິກເກີດລູກ, ນອນໂຮງໝໍ, ຜ່າຕັດກາງ-ໃຫຍ່ ແລະ ນະໂຍບາຍສະມາຊິກເສຍຊີວິດ ຈຳນວນ 171 ລ້ານກວ່າກີບ, ເງິນກອງທຶນຍັງເຫຼືອຕົວຈິງ 226 ລ້ານກວ່າກີບ.

ສໍາລັບທິດທາງແຜນການ 3 ເດືອນ ທ້າຍປີ 2025 ແມ່ນສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມເຜີຍແຜ່ຂໍ້ກໍານົດ-ກົດລະບຽບຂອງກອງທຶນ ແລະ ວຽກງານທີ່ກ່ຽວຂ້ອງໃນເຊີ່ງເລີກ, ປຸກລະດົມຂົນຂວາຍສະມາຊິກກຳມະບານ ເຂົ້າເປັນສະມາຊິກກອງທຶນ ໃຫ້ໄດ້ 800 ກວ່າຄົນ, ເອົາໃຈໃສ່ສະຫຼຸບລາຍຮັບ-ລາຍຈ່າຍ, ໜີ້ສິນຄ້າງມອບ ໃຫ້ລະອຽດ ພ້ອມທັງເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງເງິນກອງທຶນຂອງສະມາຊິກກຳມະບານແຕ່ລະຂັ້ນ ໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ພາວະວິໃສ.

ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາຄິດເຫັນ, ແລກປ່ຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະຂອດການປະສານງານ ລະຫວ່າງຄະນະຮັບຜິດຊອບ ກັບ ບັນດາສະຫະພັນ, ຮາກຖານກໍາມະການອ້ອມຂ້າງ, ການອໍານວຍຄວາມສະດວກໃນການນໍາໃຊ້ທຶນ ໃນກໍລະນີ ແລະ ເງື່ອນໄຂຕ່າງໆ ໃຫ້ທ່ວງທັນເວລາ ແລະ ດ້ານອື່ນໆຕື່ມອີກ ເພື່ອປັບປຸງ, ແກ້ໄຂຂໍ້ຄົງຄ້າງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃຫ້ມີປະສິດທິຜົນ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພຸດທະສາສະນິກະຊົນຊາວແຂວງຄໍາມ່ວນຮ່ວມໃສ່ບາດໃນງານບຸນອອກພັນສາ ປະຈໍາປີ 2025

ພຸດທະສາສະນິກະຊົນຊາວແຂວງຄໍາມ່ວນຮ່ວມໃສ່ບາດໃນງານບຸນອອກພັນສາ ປະຈໍາປີ 2025

ບຸນອອກພັນສາ ແມ່ນເປັນຮີດຄອງປະເພນີ ແລະ ຄະນົບທໍານຽມທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ ແລະ ເປັນປະເພນີໜຶ່ງທີ່ນອນຢູ່ໃນຮີດສິບສອງຂອງລາວ. ໃນຕອນເຊົ້າຂອງວັນທີ 7 ຕຸລາ ຊຶ່ງກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ປີມະເສັງ 2568, ຢູ່ພາຍໃນເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໂດຍສະເພາະຢູ່ທີ່ວັດນັນທະຄາມ (ວັດກາງ) ໄດ້ມີພຸດທະສາສະນິກະຊົນ ເຂົ້າຮ່ວມໃສ່ບາດ, ຖວາຍປັດໃຈໄຊຍະທານຕ່າງໆເປັນຈໍານວນຫຼາຍ ແລະ ເຕັມໄປດ້ວຍຈິດແຫ່ງສັດທາໃນຜົນທານຂອງຕົນ. ພິເສດ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມໃສ່ບາດເນື່ອງໃນໂອກາດງານບຸນດັ່ງກ່າວ.
ອະນຸບານກະຊວງ ສທ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ອະນຸບານກະຊວງ ສທ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ໂຮງຮຽນອະນຸບານກະຊວງສາທາລະນະສຸກ (ສທ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດວັນທີ 7 ຕຸລາ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນຫວ່າງມໍ່ໆມານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ອົ້ນ ພອນສະຫວັດ ຜູ້ອໍານວຍການໂຮງຮຽນອະນຸບານກະຊວງສາທາລະນະສຸກ, ມີພະນັກງານຄູ, ຜູ້ປົກຄອງ ແລະ ຫຼານນ້ອຍເຂົ້າຮ່ວມ.
ເພີ່ມເຕີມ