9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

9 ເດືອນຜ່ານມາ ຄະນະບໍລິຫານງານພັກເມືອງນໍ້າບາກ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ
ເມື່ອບໍ່ດົນມານີ້, ອົງຄະນະພັກເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ຄົບບໍລິຫານງານພັກເມືອງ ຄັ້ງທີ່ 3 ສະໄຫມທີ່ X ໂດຍເປັນປະທານຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການຂອງເມືອງ ເຂົ້າຮ່ວມ.
9 ເດອນຜານມາ ຄະນະບລຫານງານພກເມອງນາບາກ ສມໃສຈດຕງປະຕບດວຽກງານຫາຍດານ - image 1
 

ໃນພິທີ ໄດ້ມີການຜ່ານບົດຕີລາຄາ ການນຳພາ-ຊີ້ນຳວຽກງານຮອບດ້ານ ໄລຍະ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025, ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກເມືອງ, ຄະນະພັກແຕ່ລະຂັ້ນ, ທີ່ມີຄວາມສາມັກຄີ ທີ່ເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ, ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ການຊວ່ຍເຫຼືອຈາກຫຼາຍພາກສ່ວນ ເຮັດໃຫ້ການນຳພາ-ຊີ້ນຳວຽກງານ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານພົວພັນຕ່າງປະເທດ, ຂົງເຂດລະບົບການເມືອງ ແລະ ອົງການຈັດຕັ້ງມະຫາຊົນ; ສ້າງທ່ວງທ່າໃໝ່ ໃຫ້ແກ່ການພັດທະນາເມືອງໄປຕາມທິດທາງທີ່ອົງຄະນະພັກເມືອງໄດ້ວາງໄວ້. ຈາກນັ້ນ, ໄດ້ຮັບຟັງການລາຍງານ ການກະກຽມປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ, ການລາຍງານກ່ຽວກັບການຕິດຕາມ, ການຮ່ວມຊີວິດພັກ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ໃຫ້ຮັບປະກັນທາງດ້ານຄຸນນະພາບ; ການລາຍງານວິທີການ ແລະ ມາດຕະການ ການຈັດຕັ້ງປະຕິບັດບັນດາຄາດມາຍ ຂອງວຽກງານການສຶກສາ ໃຫ້ມີຄຸນນະພາບ ຕິດພັນກັບ ການຄຸ້ມຄອງໂຮງຮຽນເອກະຊົນ, ການສ້າງໂຮງຮຽນຕົວແບບ; ລາຍງານການຄຸ້ມຄອງດິນ, ການອອກໃບຕາດິນ. ການແກ້ໄຂຂໍ້ຂັດແຍ່ງທີ່ດິນ ແຕ່ລະປະເພດ, ການຄຸ້ມຄອງຊື້-ຂາຍລາຄາສິນຄ້າ, ການນຳເຂົ້າ, ການຈຳໜ່າຍໃນທ້ອງຕະຫຼາດ, ມາດຕະການຕໍ່ຜູ້ລະເມີດ ເພື່ອຄວາມເປັນທຳຂອງຜູ້ບໍລິໂພກ ແລະ ຮັບຟັງການລາຍງານ ການກະກຽມປະກາດ 3 ບ້ານຂອງເມືອງນ້ຳບາກ ເປັນບ້ານສີສັນຕົວເມືອງນ້ອຍໃນຊົນນະບົດ.

(ຂ່າວ: ພອນສັກ ສິງດາລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ແຂວງເຊກອງ ເລັ່່ງໃສ່ການສ້າງທ່າແຮງພື້ນຖານສຳຄັນ ເພື່ອໃຫ້ກາຍເປັນສູນກາງທາງດ້ານອຸດສາຫະກໍາແຮ່ທາດໃນອະນາຄົດ ເພື່ອດຶງດູດການລົງທຶນຈາກພາກເອກະຊົນທັງ​ພາຍ​ໃນແລະຕ່າງ​ປະ​ເທດ ແລະ ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

ພິທີເປີດ Tree Koff ສາຂາໃໝ່ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານ​ມາ, ຢູ່ຂ້າງຫໍມູນເຊື້ອ 21 ມີນາ (ນໍ້າພຸ) ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີແຂກ​ຖືກ​ເຊີນເຂົ້າຮ່ວມ.
ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 18 ກັນຍາ 2026, ແຂວງຈຳປາສັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)ຂຶ້ນ, ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເລຂາ-ຮອງເລຂາພັກບັນດາເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ພິທີປິດງານແຂ່ງຂັນ Lao Digital Awards ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍານີ້ ທີ່ຕຶກອຸທິຍານດີຈີຕອນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ງານດັ່ງກ່າວໄດ້ດໍາເນີນໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍພະລັງແຫ່ງຄວາມຄິດສ້າງສັນຂອງຄົນຮຸ່ນໃໝ່.
ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ວັນທີ 17 ກັນຍາຜ່ານມາ, ກອງພັນໃຫຍ່ 584 ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າການທະຫານ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ບໍລິສັດ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ ໄດ້ຈັດງານແນະນຳລະບົບ ໂອມີຄໍ (OMICALL) ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມືລະຫວ່າງ ບູເບີ້ ຄອນເນັກ (BUBER CONCERT) ຮ່ວມກັບ ໂອມີຄໍຫວຽດນາມ (OMICALL VIETNAM) ໃນວັນທີ 19 ກັນຍາ ຜ່ານມາ ທີ່ໂຮງແຮມຮໍລິເດອິນ (Holiday Inn) ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ບູລັກ ນັນທະສອນ ປະທານ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ, ທ່ານ ແຮັບປີ້ ສີສົມພອນ ຈາກບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ໄດ້ແບ່ງປັນວິໄສທັດການເຊື່ອມໂຍງລະບົບຂົນສົ່ງ ເພື່ອສະໜັບສະໜູນ ພໍ່ຄ້າ-ແມ່ຄ້າຍຸກໃໝ່ ແລະ ທ່ານ ຫງວຽນ ລິງ ເຍີນ ປະທານ OMI JSC Vietnam, ມີຜູ້ຕາງໜ້າພາກລັດ, ຄະນະຜູ້ບໍລິຫານ, ພາກສ່ວນທຸລະກິດ, ຮ້ານຄ້າອອນລາຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພຽງພໍ.
ປກສ ຫຼວງພະບາງ ມອບເງິນນະໂຍບາຍ ລວມມູນຄ່າ 1 ຕື້ກວ່າກີບ

ປກສ ຫຼວງພະບາງ ມອບເງິນນະໂຍບາຍ ລວມມູນຄ່າ 1 ຕື້ກວ່າກີບ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ຈັດພິທີມອບ-ຮັບເງິນນະໂຍບາຍ ປະຈໍາງວດ 3 ປີ 2026 ຂຶ້ນເມື່ອບໍ່ດົນມານີ້, ທີ່ກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັນໂທ ຕຸ້ຍ ສິດທິຜົນ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄອບຄົວພະນັກງານທີ່ໄດ້ຮັບນະໂຍ ບາຍເຂົ້າຮ່ວມ.
ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ໃນລະຫວ່າງວັນທີ 14-18 ກັນຍາ 2026, ການດໍາເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ທ່ານ ໜໍ່ ວາລີ ເປັນຊົນ ເຜົ່າມົ້ງ ມາຈາກບ້ານຜັກເບືອກ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ມາແບ່ງປັນເລື່ອງລາວຊີວິດຈິງຕໍ່ທີ່ປະຊຸມ ຊຶ່ງໄດ້ຂໍຄວາມຊ່ວຍເຫຼືອ ສປປ ລາວ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໃນການດໍາເນີນການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ. ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຄືໄພຂົ່ມຂູ່ຕໍ່ຊີວິດ, ຄວາມຝັນ ແລະ ເສດຖະກິດຂອງປະຊາຊົນລາວ.
ເພີ່ມເຕີມ