ອະດີດນາຍົກລັດຖະມົນຕີ ຢ້ຽມຢາມປະຊາຊົນບ້ານນາຕານເມືອງນາກາຍ

ອະດີດນາຍົກລັດຖະມົນຕີ ຢ້ຽມຢາມປະຊາຊົນບ້ານນາຕານເມືອງນາກາຍ
ວັນທີ 25 ກຸມພາຜ່ານມາ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ, ພໍ່ແມ່ປະຊາຊົນບ້ານນາຕານເມືອງນາກາຍ, ໂດຍການພາທາງຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມຄະນະນຳຂັ້ນແຂວງ ແລະ ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບ. 
ໂອກາດດັ່ງກ່າວ, ແມ່ນໄດ້ຮັບຟັງການລາຍງານສະພາບຈຸດພິເສດແລະທີ່ຕັ້ງຂອງບ້ານ, ຕະຫລອດຮອດດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກລວມເຖິງຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງໃນປີຜ່ານມາ ຊຶ່ງບ້ານນາຕານແມ່ນບ້ານໜຶ່ງທີ່ຂຶ້ນກັບເມືອງນາກາຍ, ຫ່າງຈາກເທສະບານເມືອງປະມານ 68 ກິໂລແມັດ, ມີ 2 ຄຸ້ມບ້ານຄື: ຄຸ້ມນາຕານ ແລະ ຄຸ້ມໂພນຄໍາ, ມີເຜົ່າຊໍາ ແລະ ເຜົ່າຄັ້ງ. ມີ 114 ຫຼັງຄາເຮືອນ, 167 ຄອບຄົວ, ມີພົນລະເມືອງທັງໝົດ 686 ຄົນ ຍິງ 347 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນການປູກຝັງ-ລ້ຽງສັດ, ເຮັດນາ, ປູກພືດເປັນສິນຄ້າ, ຫັດຖະກຳຈັກສານ ແລະ ຕໍ່າແຜ່ນແພ.
ສໍາລັບຂໍ້ສະເໜີຂອງຕາງໜ້າອໍານາດການປົກຄອງບ້ານເປັນຕົ້ນແມ່ນສະເໜີຂໍສ້ອມແປງຕິດຕັ້ງລະບົບໄຟຟ້າແຮງສູງ ແລະ ເສັ້ນທາງປູຍາງແຕ່ນາກາຍໃຕ້ ຫາ ບ້ານນາຕານ ເນື່ອງຈາກພົບຄວາມຫຍຸ້ງຍາກໂດຍສະເພາະລະດູຝົນເຮັດໃຫ້ການຄົມມະນາຄົມມີຄວາມລໍາບາກ ຊຶ່ງເຂດດັ່ງກ່າວແມ່ນເປັນເຂດພື້ນຖານການຜະລິດທີ່ເຂັ້ມແຂງແລະ ມີທ່າແຮງທາງດ້ານການທ່ອງທ່ຽວ, ໂດຍສະເພາະກໍ່ຄືແຫຼ່ງທ່ອງທ່ຽວກອງລໍ-ນາຕານ.
ໂອກາດນີ້, ທ່ານອະດີດນາຍົກລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຖາມຂ່າວຄວາມສຸກ(ທຸກຂອງພໍ່ແມ່ປະຊາຊົນເພາະຄຸ້ມບ້ານດັ່ງກ່າວແມ່ນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໃນຊ່ວງລະດູຝົນປີ2023 ຜ່ານມາ ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງອໍານາດການປົກຄອງບ້ານຈົ່ງໄດ້ເຊື່ອໜັ້ນຕໍ່ການນໍາພາຂອງພັກ, ຂອງລັດ, ເຊື່ອໜັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຂອງແຂວງ, ເມືອງຕໍ່ກັບການແກ້ໄຂຄວາມຫຍຸ້ງຍາກຕໍ່ການດໍາລົງຊີວິດຂອງປະຊາຊົນ, ໃຫ້ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງຄົມ ສິ່ງສໍາຄັນເພື່ອສ້າງໃຫ້ພື້ນຖານຊີວິດການເປັນຢູ່ຄອບຄົວໃຫ້ເຂັ້ມແຂງ, ແຕ່ລະຄອບຄົວໃຫ້ສ້າງພື້ນຖານການຜະລິດຕາມທ່າແຮງຂອງຕົນເຊັ່ນ: ດ້ານການປູກ-ການລ້ຽງ, ຕິດພັນກັບດ້ານການທ່ອງທ່ຽວໂດຍການສ້າງຄວາມສະອາດຈົບງາມບ້ານຊ່ອງເຮືອນຊານ. ປະຊາຊົນຕ້ອງມີອັດທະຍາໃສທີ່ດີ, ມີໄມຕີຈິດຍີມແຍ້ມແຈ່ມໃສ, ຄຽງຄູ່ກັນນັ້ນໃຫ້ຮັກສາຄວາມສະຫງົບປອດໄພ ແລະ ຮັກສາສະພາບແວດລ້ອມຕ່າງໆ, ເອົາໃຈໃສ່ສືບຕໍ່ຮັກສາວຽກງານປ້ອງກັນຄວາມສະຫງົບ. ພ້ອມດຽວກັນນີ້ ອະດີດນາຍົກລັດຖະມົນຕີຍັງໄດ້ມອບເງິນສົດຈໍານວນໜຶ່ງ ແລະ ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການສຶກສາ-ກິລາມາມອບໃຫ້ປະຊາຊົນຕື່ມອີກ.  
(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ