ອາກາດຮ້ອນແຮງສົ່ງຜົນໃຫ້ການປູກຝັງ-ສົ່ງອອກທັນຍາພືດຂອງອິນເດຍມີຄວາມສ່ຽງ

ອາກາດຮ້ອນແຮງສົ່ງຜົນໃຫ້ການປູກຝັງ-ສົ່ງອອກທັນຍາພືດຂອງອິນເດຍມີຄວາມສ່ຽງ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ພື້ນທີ່ສ່ວນຫຼາຍໃນປະເທດຈະຍັງຄົງປະເຊີນກັບສະພາບອາກາດຮ້ອນແຮງໄປຈົນເຖິງເດືອນພຶດສະພາ ຊຶ່ງເປັນຜົນມາຈາກປະກົດການແອວນີໂຢ ຊຶ່ງເກີດຂຶ້ນເມື່ອກາງປີທີ່ຜ່ານມາ ແລະ ຈະຍັງຄົງຢູ່ຈົນເຖິງໄລຍະກາງປີນີ້.
    ຂະນະທີ່ອຸນຫະພູມສະເລ່ຍທົ່ວປະເທດ ໃນເດືອນກຸມພາຜ່ານມາມີລະດັບສູງເກືອບເທົ່າເກນປົກກະຕິປະຈຳເດືອນ ຍົກເວັ້ນພາກພື້ນທາງໃຕ້ຂອງປະເທດ ຊຶ່ງສູງເປັນປະຫວັດສາດນັບຕັ້ງແຕ່ປີ 1901. ບົດລາຍງານດັ່ງກ່າວຂອງສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດມີທ່າອຽງເພີ່ມຄວາມທ້າທາຍໃຫ້ກັບລັດຖະບານຂອງທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ຊຶ່ງກຳລັງພະຍາຍາມຮັກສາສະຖຽນລະພາບຂອງພາວະເງິນເຟີ້ໃນປະເທດ ໂດຍສະເພາະທີ່ກ່ຽວຂ້ອງກັບສິນຄ້າບໍລິໂພກ ແລະ ອຸປະໂພກໃຫ້ຢູ່ໃນເກນປົກກະຕິກ່ອນເຖິງການເລືອກຕັ້ງທົ່ວໄປໃນໄລຍະເດືອນເມສານີ້ ແລະ ສະພາບອາກາດທີ່ຮ້ອນແຮງ ອາດຈະສົ່ງຜົນກະທົບຕໍ່ປະລິມານຂອງຜົນຜະລິດທັນຍາພືດດ້ວຍ. ທັງນີ້, ການທີ່ອິນເດຍ ຊຶ່ງເປັນປະເທດຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກຢຸດຕິການສົ່ງອອກເຂົ້າເກືອບທຸກປະເພດຕັ້ງແຕ່ເດືອນກໍລະກົດ 2023 ຜ່ານມາ ຕະຫຼາດໂລກຍັງຄົງໄດ້ຮັບຜົນກະທົບຢ່າງໜັກ,ບົດລາຍງານໂດຍສະຖາບັນວິໄຈນະໂຍບາຍອາຫານນາໆຊາດ (IFPRI) ຊຶ່ງເປັນສະຖາບັນວິໄຈດ້ານການກະເສດສາກົນ ທີ່ເຜີຍແຜ່ເມື່ອເດືອນກຸມພາຜ່ານມາລະບຸວ່າ: ລາຄາເຂົ້າຫັກ 5% ຂອງໄທປັບຕົວເພີ່ມຂຶ້ນ 22%.
    ນອກຈາກນີ້,ຕົ້ນທຶນການຂົນສົ່ງສິນຄ້າທີ່ແພງຂຶ້ນ ເນື່ອງຈາກສະຖານະການໂລກໃນປັດຈຸບັນມີຄວາມສ່ຽງທີ່ຈະເຮັດໃຫ້ຫຼາຍປະເທດໃນອາຟຣິກາອາດຈະຕ້ອງປະເຊີນກັບພາວະອຶດຫິວ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​​ ປະ​ກາດ 11 ອາ​ຊີບ​ໃໝ່ ແລະ 23 ຕໍາແໜ່ງ​ງານ​ໃໝ່

ຈີນ​​ ປະ​ກາດ 11 ອາ​ຊີບ​ໃໝ່ ແລະ 23 ຕໍາແໜ່ງ​ງານ​ໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 9 ກັນ​ຍາຜ່ານມາ, ພາກ​ສ່ວນ​ຕ່າງໆ​ຂອງ​ຈີນ ລວມ​ທັງກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ​ ໄດ້​ປະ​ກາດ 11 ອາ​ຊີບໃໝ່ ເຊັ່ນ: ​ຊ່າງ​ເຕັກ​ນິກການ​ປະ​ຍຸກ​ໃຊ້​ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ, ນັກ​ວິ​ເຄາະ​ຂໍ້​ມູນ​ການ​ກິ​ລາ ແລະ ​ອື່ນໆ ແລະ 23 ຕໍາແໜ່ງ​ງານ​ໃໝ່ ເຊັ່ນ: ແຮງ​ງານ​ໃນ​ຄຸ້ມ​ຊຸມ​ຊົນ, ຜູ້​ສົ່ງ​ເມ​ດ່ວນ​ເຂດ​ອາ​ກາດ​ຕ່ຳ​ ແລະ​ ອື່ນໆ. ອາ​ຊີບ​ໃໝ່​ທີ່​ປະ​ກາດຄັ້ງ​ນີ້​ລວມ​ທັງ 5 ອາ​ຊີບ​ດີ​ຈີ​ຕອນ ແລະ 3 ອາ​ຊີບ​ສີ​ຂຽວ.
8 ເດືອນ ຫວຽດນາມ ​ສົ່ງ​ອອກ​ເຂົ້າ​ສານບັນລຸ 6 ລ້ານກວ່າໂຕນ

8 ເດືອນ ຫວຽດນາມ ​ສົ່ງ​ອອກ​ເຂົ້າ​ສານບັນລຸ 6 ລ້ານກວ່າໂຕນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ໃນ 8 ເດືອນ​ຂອງ​ປີ 2026, ການ​ສົ່ງ​ອອກ​ເຂົ້າສາ​ນ​ບັນລຸ​ 6 ລ້ານກວ່າໂຕນ, ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ​ເກືອບ 2.91 ຕື້ໂດລາ, ຫຼຸດລົງ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ເຖິງ​ຢ່າງໃດ​ກໍ​ຕາມ, ລາ​ຄາ​ສົ່ງ​ອອກ​ເລີ່ມ​ຟື້ນ​ຟູ​ພ້ອມ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ຢູ່​ບັນ​ດາ​ຕະຫຼາດ​ໃຫຍ່ທີ່​ພວມ​ສ້າງ​ໂອ​ກາດ​ໃຫ້​ຂະ​ແໜງການນີ້ ເພີ່ມ​ລະ​ດັບ​ຄວາມ​ໄວ​ໃນ​ທ້າຍ​ປີ.
ທຶນສຳຮອງເງິນຕາຕ່າງປະເທດຍີ່ປຸ່ນ ຫຼຸດລົງ 79.5 ຕື້ໂດລາ ໃນເດືອນສິງຫາ

ທຶນສຳຮອງເງິນຕາຕ່າງປະເທດຍີ່ປຸ່ນ ຫຼຸດລົງ 79.5 ຕື້ໂດລາ ໃນເດືອນສິງຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນເປີດເຜີຍວ່າ, ທຶນສຳຮອງເງິນຕາຕ່າງປະເທດໄດ້ຫຼຸດລົງ 79.5 ຕື້ໂດລາ ຫຼື 6.18% ຈາກເດືອນກໍລະກົດ ມາເປັນ 1.21 ພັນຕື້ໂດລາ ໃນທ້າຍເດືອນສິງຫາ. ນີ້ແມ່ນເດືອນທີ 4 ຕິດຕໍ່ກັນທີ່ຫຼຸດລົງ ແລະ ເປັນການຫຼຸດລົງທີ່ໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນ ທັງໃນດ້ານສັດສ່ວນ ແລະ ມູນຄ່າເປັນໂດລາ.
ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ການສຶກສາຈາກໂຄງການປະເມີນນັກສຶກສາຕ່າງປະເທດ (PISA) ປະຈຳປີ 2025 ໄດ້ເປີດເຜີຍວ່າ, ນັກຮຽນບຣູໄນມີຜົນການປະເມີນຄວາມສາມາດດ້ານຄະນິດສາດ ແລະ ວິທະຍາສາດ ຢູ່ໃນ 3 ອັນດັບຕົ້ນໆຂອງປະເທດອາຊຽນ ແລະ ຢູ່ໃນອັນດັບສອງໃນດ້ານການອ່ານ. ໂດຍມີນັກຮຽນບຣູໄນຫຼາຍກວ່າ 5,000 ຄົນຈາກໂຮງຮຽນມັດທະຍົມຕອນປາຍ 55 ແຫ່ງໄດ້ເຂົ້າຮ່ວມໃນການປະເມີນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາ 2025.
ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ອາ​ຊຽນພວມ​ຄົ້ນ​ຄວ້າ​ສ້າງຕັ້ງ​ກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ ເພື່ອ​ຮັບ​ມື​ກັບ​ວິ​ກິດ​​ດ້ານ​ການ​ສະໜອງ ແລະ ເພີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ຈະ​ມອບ​ໃຫ້​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ ​ແລະ​ ອາ​ຊີຕາ​ເວັນ​ອອກ​ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ ຄາດ​ວ່າ​ຈະ​​ສຳ​ເລັດ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.
AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດໃຫຍ່ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບປັນຍາປະດິດ (AI) ຊຶ່ງກໍາລັງຊຸກຍູ້ການກໍ່ສ້າງສູນຂໍ້ມູນທົ່ວໂລກ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ບັງ​ກ​ລາ​ເທດ ດຳ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ບັງ​ກ​ລາ​ເທດ ດຳ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ໄໝ​ທີ 80 ໄດ້​ປິດ​ລົງ​ໃນ​ວັນ​ທີ 8 ກັນ​ຍາ ຜ່ານມາ, ທ່ານ​ນາງ ​ອານ​ນາ​ເລ​ນາ ບາ​ເອີ​ບ໋ອກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 80 ໄດ້​ກ່າວ​ຄຳ​ປາ​ໄສ, ທ່ານ​ ຄາ​ລີ​ເລີ ຣາ​ມານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ບັງ​ກ​ລາເທດ​ໄດ້​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ຕໍ່​ໄປ ແລະ ຮັບ​ຄ້ອນ​ຫາ​ລື​ວຽກ​ງານ​ສະ​ມັດ​ຊາ​ໃຫຍ່​ຈາກ​ທ່ານ​ນາງ ອານ​ນາ​ເລ​ນາ ບາ​ເອີ​ບ໋ອກ.
ຈີນ ​ຍັງ​ຄົງ​ເປັນ​ປະ​ເທດ​ອັນ​ດັບ​ຕົ້ນໆ​ໃນ​ລາຍ​ຊື່ກຸ່ມ​ຕົວ​ເມືອງ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ 100 ແຫ່ງ

ຈີນ ​ຍັງ​ຄົງ​ເປັນ​ປະ​ເທດ​ອັນ​ດັບ​ຕົ້ນໆ​ໃນ​ລາຍ​ຊື່ກຸ່ມ​ຕົວ​ເມືອງ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ 100 ແຫ່ງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 8 ກັນ​ຍາ​ ຜ່ານມາ ຢູ່​ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິ​ດ, ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກຸ່ມ​ຕົວ​ເມືອງປະ​ດິດ​ສ້າງ​ໃໝ່ 100 ແຫ່ງ​ໃນ “ຕົວ​ຊີ້​ວັດ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​ປີ 2026”, ຈີນ​ມີ 25 ກຸ່ມ​​ຖືກຈັດ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ ແລະ ເປັນ​ອັນ​ດັບ 1 ຂອງ​ໂລກ​ເປັນ​ເວ​ລາ 4 ປີ​ຕິດ​ຕໍ່​ກັນ. ໃນ​ນັ້ນ, ​ກຸ່ມ​ຕົວ​ເມືອງ “ເຊິນ​ເຈິ້ນ-ຮົງ​ກົງ-ກວາງ​ໂຈ່ວ” ໄດ້​ເປັນ​ອັນ​ດັບ 1 ເປັນປີ​ທີ 2 ​ຕິດ​ຕໍ່​ກັນ.
8 ເດືອນຜ່ານມາ ການສົ່ງອອກສິນໃນນໍ້າຫວຽດນາມ ເພີ່ມຂຶ້ນເກືອບ 12%

8 ເດືອນຜ່ານມາ ການສົ່ງອອກສິນໃນນໍ້າຫວຽດນາມ ເພີ່ມຂຶ້ນເກືອບ 12%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ຂະ​ແໜງ​ສິນ​ໃນ​ນໍ້າມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ລະ​ຫວ່າງ​ບັນ​ດາ​ຕະ​ຫຼາດ​, ຮົ່ງ​ກົງ (ປະ​ເທດ​ຈີນ​) ແລະ ພາກ​ພື້ນອາ​ຊຽນ ສືບ​ຕໍ່​ເພີ່ມຄວາມໄວ.
ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ໃນ​ສຳ​ເນົາ​ເອ​ກະ​ສານ​ຂອງ​ທ່ານ ສີ​​ຈົ້ງ​ຊວິ່ນ ອະ​ດີດ​ຜູ້​ນຳ​ຈີນໄດ້​ມີ​ຂໍ້​ມູນ​ກ່ຽວ​ກັບ​ຄຳ​ຕີ​ລາ​ຄາ​ປະ​ເມີນ​ຈາກ​ການ​ຈັດ​ຕັ້ງ​ພັກ​ທີ່​ມີ​ຕໍ່​ເພິ່ນ ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ພະ​ນັກ​ງານ​ຂັ້ນ​ສູງສຳ​ນັກ​ງານຕາ​ເວັນ​ຕົກ​ສ່ຽງ​ເໜືອ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ (1942-1943) ຊຶ່ງ​ເນື້ອ​ໃນ​ບາງ​ຕອນ​ຂຽນ​ວ່າ: “ຍາມ​ປົກ​ກະ​ຕິ, ບ່ອນ​ເຮັດ​ວຽກ​ ເຕັມ​ໄປ​ດ້ວຍ​ປະ​ຊາ​ຊົນທຸກ​ມື້, ຕອນ​ເພິ່ນ​ຢູ່​ນຳ​ກັນ​ກັບ​ເຂົາ​ເຈົ້າມັກ​ຈະ​ເປັນ​ກັນ​ເອງ​ແບບ​ທຳ​ມະ​ຊາດ​ທີ່​ສຸດ. ບາງ​ທີເພິ່ນ​ກຳ​ລັງ​ຫຍຸ້ງ​ນຳ​ວຽກ​ຢູ່, ແຕ່​ເພິ່ນກໍຍອມ​ປະ​ວຽກ​ທີ່​ກຳ​ລັງ​ເຮັດ​ຢູ່ໄວ້​ກ່ອນເພື່ອ​ໂອ້​ລົມ​ກັບ​ເຂົາ​ເຈົ້າ​ຢ່າງ​ເປັນ​ກັນ​ເອງ​ໂດ​ຍ​ບໍ່​ຖື​ຕົວ, ບໍ່​ມີທັດສະນະ​ອາ​ຍາ​ສິດ​ແມ່ນ​ແຕ່​ໜ້ອຍ​ດຽວ.”
ເພີ່ມເຕີມ