ອາກາດຮ້ອນສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາຫຼາຍຢ່າງ

ອາກາດຮ້ອນສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາຫຼາຍຢ່າງ
ໂດຍ: ວັນເພັງ
ອາກາດຮ້ອນສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາຫຼາຍຢ່າງ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ພຶດສະພາຜ່ານມາວ່າ: ປັດຈຸບັນສປປ ລາວອາກາດຮ້ອນເອົ້າມີຄວາມບອບບາງຕໍ່ການປ່ຽນແປງຂອງດິນຟ້າອາກາດ, ມີສະພາບອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນ. ສະນັ້ນ, ອາກາດຮ້ອນເປັນສິ່ງທ້າທາຍດ້ານສຸຂະພາບລວມທັງຄວາມສ່ຽງເພີ່ມຂຶ້ນຂອງພະຍາດໄຂ້ຍຸງ, ພະຍາດຖອກທ້ອງ, ຄວາມກົດດັນຈາກຄວາມຮ້ອນ ແລະ ຂາດເຂີນທາງດ້ານພື້ນຖານໂຄງລ່າງດ້ານນໍ້າ ແລະ ສຸຂາພິບານ ແລະ ອື່ນໆ.ໃນນັ້ນ, ອາກາດຮ້ອນຍັງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາທຸກເພດທຸກໄວ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງເປັນຕົ້ນຜູ້ອາຍຸສູງ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວ ຊຶ່ງມີໂອກາດສູງທີ່ຈະໄດ້ຮັບຜົນກະທົບຈາກອາກາດທີ່ຮ້ອນເອົ້າອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້.
ສຳລັບອາກາດຮ້ອນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາເຊັ່ນ: ຄວາມດັນເລືອດສູງ, ຫົວໃຈ, ເບົາຫວານ, ຄວາມດັນ,ໄຂມັນໃນເລືອດສູງ ເປັນຕົ້ນຜູ້ມີນໍ້າໜັກຕົວຫຼາຍ, ຜັກຜ່ອນບໍ່ພຽງພໍ, ຜູ້ເຮັດວຽກກາງແຈ້ງ. ພ້ອມນັ້ນ, ຜູ້ດື່ມແອວກໍຮໍຈະເຮັດໃຫ້ເສັ້ນເລືອດຢູ່ບໍລິເວນກ້ອງຜິວໜັງຂະຫຍາຍຕົວຫຼາຍຂຶ້ນ ເຮັດໃຫ້ຮ່າງກາຍສູນເສຍນໍ້າ ແລະ ແຮ່ທາດສູງກ່ວາຄົນບໍ່ໄດ້ດື່ມ.ພ້ອມນັ້ນ, ຖ້າອາກາດຮ້ອນຫຼາຍແອວກໍຮໍ ຈະຖືກດູດຊຶມເຂົ້າກະແສເລືອດຢ່າງໄວ ແລະ ອອກລິດກະຕຸ້ນຫົວໃຈໃຫ້ບີບເລືອດຫຼາຍຂຶ້ນ ມີຜົນເຮັດໃຫ້ຄວາມດັນເລືອດສູງ, ຫົວໃຈເຮັດວຽກໜັກເພາະຕ້ອງເຮັດໃຫ້ເລືອດໄປລ້ຽງທົ່ວຮ່າງກາຍ ອາດມີອາການຊັອກແລະ ອັນຕະລາຍເຖິງຊີວິດໄດ້. ໃນນັ້ນ,ອາກາດຮ້ອນສູງຍັງເຮັດໃຫ້ມີຜື່ນແດງຕາມຜິວໜັງຫຼາຍພາກສ່ວນຂອງຮ່າງກາຍ, ບາງກໍລະນີເປັນຕຸ່ມແດງ ຫຼືອັກເສບຮູຂົນ, ມີບວມຕາມຕີນ ເກີດຈາກເສັ້ນເລືອດບໍລິເວນຜິວໜັງຂະຫຍາຍຕົວເຮັດໃຫ້ບວມເປັນຕະຄິວ, ເກີດຈາກກ້າມຊີ້ນຫົດຕົວກະທັນຫັນເປັນຕົ້ນແຂນ, ຂາ ແລະ ທ້ອງ ຊຶ່ງພົບຜູ້ເຮັດກິດຈະກຳ ຫຼືອອກກຳລັງກາຍໜັກຢູ່ກາງແຈ້ງ ເຮັດໃຫ້ຮ່າງກາຍຂາດນໍ້າ ແລະ ເກືອແຮ່ເປັນລົມ. ຖ້າອຸນຫະພູມຮ່າງກາຍຮ້ອນເກີນໄປຈະເກີດມີອາການລົມແດດ/ເມົາແດດ/ເປັນລົມ (Heatstroke) ເປັນພາວະທີ່ຮ່າງກາຍເຂົ້າຂັ້ນວິກິດບໍ່ສາມາດປັບຕົວ ຫຼືຄວບຄຸມລະດັບຄວາມຮ້ອນໃນຮ່າງກາຍໄດ້ເຮັດໃຫ້ອຸນຫະພູມຮ່າງກາຍສູງຂຶ້ນເລື້ອຍໆເກີດມີອາການເຈັບຫົວ, ວິນຫົວ, ລາຍຕາ,ຊັກ, ບໍ່ຮູ້ສຶກຕົວ, ຫົວໃຈເຕັ້ນຜິດປົກກະຕິ, ຊັອກ, ຖ້າປະໄວ້ ຫຼືບໍ່ມີວິທີລະບາຍຄວາມຮ້ອນອອກເກີນ 2 ຊົ່ວໂມງຈະສົ່ງຜົນກະທົບຮ້າຍແຮງຕໍ່ຫົວໃຈ, ສະໝອງ, ໄຂ່ຫຼັງ ແລະ ກ້າມຊີ້ນ ຖ້າປິ່ນປົວຊ້າອາດເສຍຊີວິດໄດ້. ສຳລັບສັນຍານເຕືອນຕົວຮ້ອນ, ອຸນຫະພູມຮ່າງກາຍສູງກວ່າ 40 ອົງສາຜິວໜັງແຫ້ງ ແລະ ຕົວຮ້ອນຂຶ້ນເລື້ອຍໆ ແຕ່ບໍ່ມີເຫື່ອອອກ, ຄວາມດັນເລືອດຫຼຸດລົງ, ຫົວໃຈ ແລະ ກຳມະຈອນເຕັ້ນໄວ, ຫິວນໍ້າ,ເຈັບຫົວ, ວິນຫົວ, ມືນງົງ, ໜ້າມືດປວດຮາກ, ຮາກອາດເຖິງຂັ້ນຊັກ ແລະ ເສຍສະຕິ. ສະນັ້ນ, ການປະຕິບັດຖ້າພົບຄົນອ້ອມຂ້າງຮູ້ສຶກບໍ່ສະບາຍເຊັ່ນ: ມີອາການລົມແດດ ຄວນເບິ່ງແຍງໃຫ້ດີກ່ອນນໍາສົ່ງໂຮງໝໍຮີບຮ້ອນເອົາຄົນເຈັບເຂົ້າພັກຜ່ອນໃນສະພາບແວດລ້ອມທີ່ມີຮົ່ມ, ມີອາກາດປອດໂປ່ງບໍ່ໃຫ້ຖືກແສງແດດ ເພື່ອໃຫ້ອຸນຫະພູມຮ່າງກາຍຫຼຸດລົງນອນພຽງຍົກຕີນສູງຂຶ້ນທັງ 2 ເບື້ອງເພື່ອໃຫ້ເລືອດໄປລ້ຽງສະໝອງໄດ້ດີແກ້ເສື້ອໃຫ້ຫຼົມໆ ເພື່ອລະບາຍຄວາມຮ້ອນໃຫ້ໄວ, ຄວນໃຊ້ຜ້າຈຸບນໍ້າເຢັນເຊັດຕາມໜ້າຜາກ, ຊອກຄໍ, ຕົວ, ຮັກແຮ້, ກົກຂາ, ໃຊ້ພັດລົມຫຼືວີຊ່ວຍເພື່ອລະບາຍຄວາມຮ້ອນ ເພື່ອໃຫ້ອຸນຫະພູມຮ່າງກາຍຫຼຸດລົງໄວ, ຖ້າຍັງມີສະຕິສາມາດດື່ມນໍ້າໄດ້ ແລ້ວນຳສົ່ງໂຮງໝໍໃຫ້ໄວທີ່ສຸດ. 
ທ່ານ ໄພວັນ ແກ້ວປະເສີດ ກ່າວຕື່ມວ່າ: ເພື່ອປ້ອງກັນຕົນເອງຈາກຜົນກະທົບຂອງອາກາດຮ້ອນ ຄວນຫຼີກລ່ຽງການອອກໄປນອກເຮືອນໃນໄລຍະ 10:00 ໂມງ-16:00 ໂມງ ເນື່ອງຈາກໄລຍະນີ້ລັງສີ UV ຫຼາຍທີ່ສຸດ ອາດເປັນອັນຕະລາຍຕໍ່ຜິວໜັງ ແລະ ສຸຂະພາບ. ຖ້າເປັນໄປໄດ້ຄວນງົດການເຮັດກິດຈະກຳໜັກໆກາງແຈ້ງອາກາດຮ້ອນໆ, ດື່ມນໍ້າສະອາດໃຫ້ຫຼາຍຂຶ້ນເພື່ອປ້ອງກັນຮ່າງກາຍຂາດນໍ້າ, ຮ່າງກາຍອ່ອນເພຍ, ຄວນຫຼີກລ່ຽງການດື່ມນໍ້າເຢັນໆຫຼືເຢັນໂພດ, ຫຼີກລ່ຽງເຄື່ອງດື່ມທີ່ມີນໍ້າຕານສູງ, ທາດເຫຼົ້າ ຫຼື ສານຄາເຟອິນສູງ, ກິນອາຫານຢ່າງລະມັດລະວັງ ເນັ້ນອາຫານທີ່ປຸງແຕ່ງໃໝ່ເພື່ອຫຼີກລ່ຽງອາຫານເປັນພິດ, ອາການຖອກທ້ອງຈາກການເຕີບໂຕຂອງພະຍາດ,ໝາກໄມ້ຫຼາຍປະເພດຊ່ວຍຫຼຸດຄວາມຮ້ອນ, ອອກກໍາລັງກາຍພໍດີບໍ່ຄວນອອກກໍາລັງກາຍໜັກຈົນເກີນໄປ ເພາະອາກາດຮ້ອນຈະເຮັດໃຫ້ຮ່າງກາຍລະບາຍຄວາມຮ້ອນບໍ່ທັນ ແລະ ອອກຊີເຈນບໍ່ພຽງພໍ, ຄວນເລືອກກິດຈະກຳເບົາໆເຊັ່ນ: ຍ່າງ ຫຼື ໂຢຄະຕອນແລງ, ພັກຜ່ອນໃຫ້ພຽງພໍ. ໃນນັ້ນ, ສໍາລັບຜູ້ເຮັດວຽກເພື່ອຮັກສາລະບົບຕ່າງໆຂອງຮ່າງກາຍໃຫ້ເຮັດວຽກປົກກະຕິ ຮັກສາອຸນຫະພູມຂອງຮ່າງກາຍອາກາດຮ້ອນອາດເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ມີເຫື່ອອອກຫຼາຍຂຶ້ນ ຄວນອາບນໍ້າເຢັນ ຫຼືໃຊ້ຜ້າຈຸ່ມນໍ້າເຢັນທຳມະດາເຊັດຕາມໜ້າ ແລະ ຮ່າງກາຍ, ສວມໃສ່ເຄື່ອງນຸ່ງໃຫ້ເໝາະສົມ, ເສື້ອຜ້າສາມາດດູດຊັບເຫື່ອ ແລະ ລະບາຍຄວາມຮ້ອນໄດ້ດີໃສ່ສະບາຍບໍ່ຮັດຈົນເກີນໄປເຊັ່ນ: ຜ້າຝ້າຍ, ຜ້າຊາຕິນມີນໍ້າໜັກເບົາ.ສິ່ງສຳຄັນເວລາອອກຖືກແສງແດດຄວນຕິດຕາມເບິ່ງອາການຄົນອ້ອມຂ້າງ ແລະ ສະມາຊິກໃນຄອບຄົວເປັນປະຈຳ.
ຢ່າງໃດກໍຕາມ ການຮັບມືກັບອາກາດຮ້ອນຖືເປັນສິ່ງຈໍາເປັນ ແລະ ສໍາຄັນເພື່ອປ້ອງກັນອັນຕະລາຍທີ່ອາດຈະເກີດຂຶ້ນ.ດັ່ງນັ້ນ, ຄວນລະມັດລະວັງ ແລະ ຮັກສາສຸຂະພາບໃຫ້ດີໃນເວລາທີ່ມີອາກາດຮ້ອນຫຼາຍ ຈຶ່ງຈະເຮັດໃຫ້ບໍ່ເກີດຜົນກະທົບຕ່າງໆຕໍ່ສຸຂະພາບຂອງທ່ານ ແລະ ຄົນໃນຄອບຄົວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ