ອານບານີ ແຕ່ງຕັ້ງລັດຖະມົນຕີ AI ໃນລັດຖະບານຊຸດໃໝ່

ອານບານີ ແຕ່ງຕັ້ງລັດຖະມົນຕີ AI ໃນລັດຖະບານຊຸດໃໝ່

ອານບານີ ແຕ່ງຕັ້ງລັດຖະມົນຕີ AI ໃນລັດຖະບານຊຸດໃໝ່
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ເອດີ ຣາມາ ນາຍົກລັດຖະມົນຕີອານບານີ ໄດ້ແຕ່ງຕັ້ງ "ລັດຖະມົນຕີ" ທີ່ສ້າງໂດຍປັນຍາປະດິດ (AI) ໃນຄະນະລັດຖະບານຊຸດໃໝ່ ເພື່ອປະຕິບັດໜ້າທີ່ຕ້ານການສໍ້ລາດບັງຫຼວງ ໂດຍໃສ່ຊື່ວ່າ: "Diella" ຊຶ່ງໝາຍຄວາມວ່າ "ແສງຕາເວັນ" ໃນພາສາອານບານີ.

 

ຂ່າວລະບຸວ່າ: ທ່ານ ຣາມາ ໄດ້ປະກາດໃນ Facebook ຢືນຢັນວ່າ: Diella ຈະເປັນສະມາຊິກຄະນະລັດຖະບານທີ່ບໍ່ມີຕົວຕົນ ແຕ່ຖືກສ້າງຂຶ້ນໃນໂລກທີ່ສະເໝືອນຈິງ, ໂດຍຈະປະຕິບັດໜ້າທີ່ເບິ່ງແຍງ "ການຈັດຊື້-ຈັດຈ້າງພາກລັດທີ່ບໍ່ມີການສໍ້ລາດບັງຫຼວງ 100%" ແລະ ຊ່ວຍໃຫ້ການປະຕິບັດງານຂອງລັດຖະບານວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນ.

Della ໄດ້ຖືກພັດທະນາໂດຍການຮ່ວມມືກັບ Microsoft, ນໍາໃຊ້ເຕັກນິກ ແລະ ຮູບແບບ AI ທີ່ທັນສະໄໝເພື່ອຮັບປະກັນຄວາມຖືກຕ້ອງຂອງການເຮັດວຽກ. ທ່ານ ຣາມາ ຫວັງວ່າ Della ຈະຊ່ວຍທຳລາຍອັກຄະຕິ, ຄວາມຢ້ານກົວ ແລະ ຄວາມແຂງກະດ້າງຂອງລະບົບການບໍລິຫານພາກລັດ, ເຮັດໃຫ້ການບໍລິຫານພາກລັດມີປະສິດທິພາບຫຼາຍຂຶ້ນ.

ກ່ອນໜ້ານີ້, Della ເຄີຍເປັນຜູ້ຊ່ວຍສະເໝືອນຈິງທີ່ນຸ່ງຊຸດແຕ່ງກາຍພື້ນເມືອງຂອງອານບານີ, ເຮັດໜ້າທີ່ຊ່ວຍເຫຼືອປະຊາຊົນໃນການເຂົ້າເຖິງເອກະສານດີຈີຕອນຫຼາຍກວ່າ 1 ລ້ານສະບັບໃນແພລັດຟອມບໍລິການສາທາລະນະ e-Albania.

ການແຕ່ງຕັ້ງລັດຖະມົນຕີ AI ຄັ້ງນີ້ ເຮັດໃຫ້ເກີດຄໍາຖາມຈາກຝ່າຍຄ້ານກ່ຽວກັບວ່າລະເມີດລັດຖະທໍາມະນູນ ຫຼື ບໍ, ແຕ່ຄາດວ່າຈະມີຂະບວນການທາງກົດໝາຍ ເພື່ອກຳນົດສະຖານະພາບຂອງ Della ຢ່າງເປັນທາງການ.

ພັກສັງຄົມນິຍົມຂອງ ທ່ານ ຣາມາ ໄດ້ຮັບໄຊຊະນະການເລືອກຕັ້ງເປັນສະໄໝທີ 4 ຕິດຕໍ່ກັນ ແລະ ມີເປົ້າໝາຍທີ່ຈະນຳ ອານບານີ ເຂົ້າເປັນສະມາຊິກສະຫະພາບເອີຣົບພາຍໃນ 5 ປີ, ໂດຍຫວັງວ່າຈະສຳເລັດການເຈລະຈາພາຍໃນປີ 2027.

ຄໍາເຫັນ

ຂ່າວຕ່າງປະເທດ

ສະວິດ ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນໃນເດືອນກັນຍາ

ສະວິດ ສົ່ງອອກສິນຄ້າໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ຂອງສະວິດ ປະກາດໃນວັນທີ 21 ຕຸລາ ຜ່ານມາວ່າ, ການສົ່ງອອກສິນຄ້າໄປສະຫະລັດ ອາເມຣິກາ ຊຶ່ງບໍ່ລວມຄໍາ, ເພີ່ມຂຶ້ນ 43% ໃນເດືອນກັນຍາ ເມື່ອທຽບກັບເດືອນສິງຫາ, ໃນຂະນະທີ່ການສົ່ງອອກໂດຍລວມເພີ່ມຂຶ້ນ 3.4% ຊຶ່ງຊີ້ໃຫ້ເຫັນວ່າຄວາມຕ້ອງການສິນຄ້າຂອງສະວິດຍັງແຂງແຮງ ເຖິງວ່າຈະມີຜົນກະທົບຂອງອັດຕາພາສີ 39% ຂອງລັດຖະບານ ທ່ານ ໂດໂນ ທຣໍາ ຕໍ່ການນໍາເຂົ້າສິນຄ້າຈາກສະວິດ.
ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ

ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ຕຸລາ ຜ່ານມາວ່າ: ມູນນິທິ Leone Moressa ທີ່ນະຄອນເວນິສ ປະເທດອີຕາລີ ໄດ້ເປີດເຜີຍບົດລາຍງານເສດຖະກິດທີ່ຂັບເຄື່ອນໂດຍແຮງງານອົບພະຍົບ ລະບຸວ່າ: ແຮງງານອົບພະຍົບສືບຕໍ່ມີບົດບາດສຳຄັນໃນເສດຖະກິດ ແລະ ປະຊາກອນຂອງອີຕາລີ ໃນປີ 2024 ເນື່ອງຈາກຈໍານວນຜູ້ປະກອບການຊາວຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%

ການສົ່ງອອກຂອງຍີ່ປຸ່ນ ໃນເດືອນກັນຍາ ເພີ່ມຂຶ້ນ 4.2%

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ປະກາດ​ໃນ​ວັນ​ທີ 22 ຕຸລາ​ນີ້​ວ່າ, ການ​ສົ່ງ​ອອກ​ໃນ​ເດືອນ​ກັນຍາ​ໄດ້​ເພີ່ມ​ຂຶ້ນ 4.2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ຊຶ່ງໄດ້​ຟື້ນ​ຕົວ​ຄືນ​ຫຼັງ​ຈາກຫຼຸດ​ລົງ 4 ​ເດືອນ​ຕິດຕໍ່​ກັນ ຍ້ອນການເຕີບໂຕທີ່ເຂັ້ມແຂງຂອງການສົ່ງອອກໄປອາຊີ ແລະ ສາມາດຊົດເຊີຍການຫຼຸດລົງຂອງການສົ່ງອອກໄປຍັງສະຫະລັດ ອາເມຣິກາ.
ຈີນ​ ແລະ ​ປະ​ເທດຄູ່​ຮ່ວມ ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຍົກ​ສູ​ງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກໍ​າ

ຈີນ​ ແລະ ​ປະ​ເທດຄູ່​ຮ່ວມ ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຍົກ​ສູ​ງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກໍ​າ

ຂ່າວສານຊີອາໄອລາຍງານວ່າ: ງານ​ຕະຫຼາດ​ນັດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສາ​ກົນ​ຈີນ​ ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ທຽນ​ສິນ​ຂອງ​ຈີນ​​ ຫວ່າງ​ມໍ່ໆ​ມາ​ນີ້. ຂ່າວລະບຸວ່າ: ຫໍວາງສະແດງສາກົນຂອງງານຕະຫຼາດນັດຄັ້ງນີ້ໄດ້ເຕົ້າໂຮມ 66 ວິສາຫະກິດ ທີ່ມາຈາກ 19 ປະເທດ ແລະ ເຂດແຄວ້ນຂອງ 5 ທະວີບ ຊຶ່ງລວມມີໄທ, ບຣາຊິນ, ອີຕາລີ, ມາເລເຊຍ, ນູແວນເຊລັງ, ອູກັນດາ ແລະ ປະເທດອື່ນໆ, ໂດຍໄດ້ສະແດງໃຫ້ເຫັນເຖິງຜົນງານການຮ່ວມມືດ້ານກະສິກຳລະຫວ່າງປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ”.
ຫວຽດນາມ ກະກຽມຈັດກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ XI

ຫວຽດນາມ ກະກຽມຈັດກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ XI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ຕຸລາ ຜ່ານມາ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ປະທານສະພາແຂ່ງຂັນ - ຍ້ອງຍໍ ສູນກາງ ໄດ້ເປັນປະທານກອງປະຊຸມຄັ້ງທີ 14 ຂອງສະພາແຂ່ງຂັນ.
ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມ

ຄົນປົກກະຕິທຸກຄົນອາດຈະຂາດບາງຢ່າງໃນຊີວິດມັນກໍເປັນເລື່ອງທຳມະດາ ແຕ່ສິ່ງທີ່ຄົນພິການບໍ່ເຄີຍຂາດຄື “ຄວາມຝັນ ແລະ ກຳລັງໃຈ” ໃນໂລກທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມບໍ່ເທົ່າທຽມ ຄົນພິການຫຼາຍຄົນກໍຍັງຢືນຢັນວ່າ “ຄວາມພິການ” ບໍ່ແມ່ນກຳແພງກັ້ນຄວາມຝັນ ແຕ່ເປັນພຽງບົດຮຽນທົດສອບໃນຊີວິດທີ່ເຮັດໃຫ້ພວກເຂົາເຂັ້ມແຂງກວ່າເກົ່າ. ລັດຖະບານຈີນ ໄດ້ຖືບັນຫານີ້ເປັນສິ່ງສຳຄັນໃນການເອົາໃຈໃສ່ດູແລຄົນພິການຢ່າງສະເໝີຕົ້ນສະເໝີປາຍ.
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ

ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຊາວຄາລິຟໍເນຍຫຼາຍກວ່າ 10 ລ້ານຄົນ ໄດ້ເຂົ້າຮ່ວມການຝຶກຊ້ອມກຽມພ້ອມຮັບມືກັບແຜ່ນດິນໄຫວໃນທົ່ວປະເທດ ປະຈຳປີ 2025 ເພື່ອເພີ່ມຄວາມຮັບຮູ້ ແລະ ເພີ່ມຂີດຄວາມອາດສາມາດໃນການຮັບມືກັບແຜ່ນດິນໄຫວຂະໜາດໃຫຍ່.
ເກີດເຫດລັກຊັບສິນ ຢູ່ຫໍພິພິທະພັນສິລະປະລູຟ

ເກີດເຫດລັກຊັບສິນ ຢູ່ຫໍພິພິທະພັນສິລະປະລູຟ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 19 ຕຸລາ ຜ່ານມາ ຢູ່ຫໍພິພິທະພັນສິລະປະລູຟ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ເກີດເຫດລັກລອບຊັບສິນ, ລວມມີເຄື່ອງປະດັບເພັດ 9 ຢ່າງ ທີ່ “ບໍ່ສາມາດປະເມີນມູນຄ່າທາງປະຫວັດສາດໄດ້” ຖືກລັກລອບ. ຜູ້ຕ້ອງຫາ “ນຳໃຊ້ລິບຂຶ້ນລົງຈາກທາງນອກເຂົ້າໃນຫໍພິພິທະພັນລູຟ”, ເພື່ອເຄື່ອນໄຫວລົງມືກໍ່ເຫດໂດຍໃຊ້ເວລາພຽງ 7 ນາທີເທົ່ານັ້ນ.
ການສົ່ງອອກລົດຂອງ ສ ເກົາຫຼີ ເພີ່ມຂຶ້ນສີ່ເດືອນຕິດຕໍ່ກັນ

ການສົ່ງອອກລົດຂອງ ສ ເກົາຫຼີ ເພີ່ມຂຶ້ນສີ່ເດືອນຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ​ ພະລັງງານ​ຂອງ​ສ ​ເກົາຫຼີ​ ເປີດເຜີຍ​ວ່າ, ການ​ສົ່ງ​ອອກ​ລົດຂອງ ​ສ ​ເກົາຫຼີ ​ໄດ້​ເພີ່ມ​ຂຶ້ນ 16.8% ໃນເດືອນກັນຍາຜ່ານມາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ​ເປັນ 6.41 ຕື້​ໂດ​ລາ​ ຊຶ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ເປັນ​ເດືອນ​ທີ 4 ​ຕິດຕໍ່​ກັນ. ການເຕີບໂຕນີ້ໄດ້ຖືກຂັບເຄື່ອນໂດຍຄວາມຕ້ອງການທີ່ເຂັ້ມແຂງຈາກເອີຣົບ ແລະ ອາຊີ, ເຊັ່ນດຽວກັນກັບຄວາມຕ້ອງການຂອງຍານພາຫະນະທີ່ເປັນມິດກັບສິ່ງແວດລ້ອມ ຊຶ່ງຊົດເຊີຍຄວາມຕ້ອງການທີ່ຫຼຸດລົງຈາກສະຫະລັດ ອາເມຣິກາ ຍ້ອນການເກັບພາສີ ຂອງລັດຖະບານ ທ່ານ ໂດໂນ ທຣໍາ.
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​​ຂອງວັນ​ທີ 20 ຕຸ​ລາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ 20 ໄດ້​​ເປີດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ. ​
ເພີ່ມເຕີມ